Saturday, January 18, 2025

ລົງນາມຮ່ວມມືໄອຊີທີ ຍົກລະດັບຄວາມຮູ້–ຄວາມສາມາດການແຂ່ງຂັນໃນຍຸກໃໝ່

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ສະຖາບັນເຕັກໂນໂລຊີການສື່ສານ ( ICT ) ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານວິຊາການ ເພື່ອຮ່ວມກັນພັດທະນາຊັບພະຍາກອນ ແລະ ຊ່ວຍເຫຼືອທາງວິຊາການ ທັງເປັນການຍົກລະດັບຄວາມຮູ້ – ຄວາມສາມາດຂອງການແຂ່ງຂັນໃນຍຸກໃໝ່, ຂະນະທີ່ໄລຍະຂອງການປະຕິບັດໂຄງການເປັນເວລາ 5 ປີ ນັບແຕ່ປີ 2020 ເປັນຕົ້ນໄປ.

ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກ່າວວ່າ:

ສໍາລັບເນື້ອໃນຂອງການເຊັນບົດບັນທຶກໃນຄັ້ງນີ້ທັງສອງຝ່າຍຈະໄດ້ຮ່ວມກັນແລກປ່ຽນຄວາມຮູ້, ເນັ້ນໃສ່ພັດທະນາບຸກຄະລາກອນ, ຍົກລະດັບການຝຶກອົບຮົມເປັນແຕ່ລະໄລຍະ ເພື່ອສົ່ງເສີມທັກສະຂອງທັງສອງຝ່າຍໃຫ້ມີຄວາມຫຼາກຫຼາຍ ແລະ ມີປະສິດທິພາບສູງຂຶ້ນ.

ນອກນັ້ນ, ຍັງເປັນການຮ່ວມມືວິໄຈພັດທະນາໂຄງການໃດໜຶ່ງ ເພື່ອຕອບສະໜອງໃນການສ້າງຜະລິດຕະພັນ – ການບໍລິການ ເຊິ່ງລາຍລະອຽດຈະໄດ້ມີການຕົກລົງກັນໃນແຕ່ລະໂຄງການ. ສໍາລັບເວລາການຈັດຕັ້ງປະຕິບັດເປັນເວລາ 5 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານ ກ່າວຕື່ມວ່າ:

ການລົງນາມຮ່ວມກັນໃນຄັ້ງນີ້ຖືເປັນບາດກ້າວທີ່ສໍາຄັນຂອງການແລກປ່ຽນ – ຮ່ວມມືທາງດ້ານວິຊາການຂອງສອງອົງກອນ ເຊິ່ງທາງສະຖາບັນພວກເຮົາກໍພວມສຸມໃສ່ພັດທະນາຫຼັກສູດໄລຍະສັ້ນ – ໄລຍະຍາວ, ຍົກລະດັບຄູ – ອາຈານ, ການວາງແຜນພັດທະນາ, ການຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ແລະ ສ້າງສະຕາດອັບ.

ປັດຈຸບັນເຮົາມີສູນພັດທະນາ ແລະ ຝຶກອົບຮົມຊ໊ອຟແວຣ໌ ລາວ – ອິນເດຍ ເຊິ່ງໄດ້ເປີດຝຶກອົບຮົມໄປແລ້ວ 4 ຫຼັກສູດ ( ມີທັງແບບອອນລາຍ ແລະ ແບບຊ່ຽວຊານມາປະຈໍາ ) ຖືວ່າໄດ້ຮັບຄວາມສົນໃຈຈາກຫຼາຍພາກສ່ວນ.

ນອກນັ້ນ, ທາງສະຖາບັນເຕັກໂນໂລຊີການສື່ສານ ຍັງມີຫ້ອງ Co-Working Space ເພື່ອໃຫ້ນັກສຶກສາສາມາດເຮັດວຽກ, ເຮັດກິດຈະກຳໄດ້ຢ່າງສະດວກສະບາຍ ແລະ ພວກເຮົາກໍພວມວາງແຜນເຮັດກິດຈະກໍາສະໜັບສະໜູນໃນວຽກງານດັ່ງກ່າວນີ້.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 22 ມັງກອນ 2020 ທີ່ສໍານັກງານໃຫຍ່ລາວໂທລະຄົມ ເປັນການລົງນາມລະຫວ່າງ ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກັບ ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ມີບັນດາຫົວໜ້າກົມ, ຫ້ອງການ ແລະ ແຂກທັງສອງຝ່າຍເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: ຂ່າວ – ຮູບ: ສົມສະຫວິນ, ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: