Monday, May 19, 2025
Kbank Laos โอน รับ จ่าย

ດ່ານພາສີສາກົນ ຂົວມິດຕະພາບ ວຽງຈັນ-ໜອງຄາຍ ເກັບລາຍຮັບບໍ່ໄດ້ຕາມແຜນ

ພາບປະກອບ

ດ່ານພາສີສາກົນ ຂົວມິດຕະພາບ I ໄດ້ຮັບຕົວເລກໃນການຈັດເກັບລາຍຮັບ 3.302 ຕື້ກວ່າກີບ ຜ່ານການຈັດເກັບລາຍຮັບຕົວຈິງ ປະຕິບັດໄດ້ 2.942 ຕື້ ກວ່າກີບ ຫຼຸດຕົວເລກຄາດໝາຍ 10,91%.

ປັດໄຈເກີດຈາກການນຳເຂົ້ານໍ້າມັນເຊື້ອໄຟ, ກຳລັງຊື້ພາຫະນະພາຍໃນຫຼຸດລົງ, ຕະຫຼາດອີ່ມຕົວ, ການນຳເຂົ້າສິນຄ້າເຄື່ອງຂອງບາງໂຄງການເຄື່ອນຍ້າຍ ລວມທັງການຫຼຸດຜ່ອນອັດຕາພາສີເຫຼືອ 0%.

ພາບປະກອບ

ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ສຳພາດກັບຂ່າວການເງິນ ວ່າ:

ປີ 2019 ດ່ານພາສີສາກົນ ຂົວມິດຕະພາບ I ໄດ້ຮັບຕົວເລກແຜນການ 3.302 ຕື້ກວ່າກີບ, ແຕ່ຖ້າທຽບໃສ່ແຜນການປີ 2018 ຜ່ານມາ ( ຕົວເລກແຜນການ 2.793 ຕື້ກວ່າກີບ ) ເພີ່ມຂຶ້ນ 5,33% ຄິດເປັນເງິນປະມານ 149 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງໝົດປີ 2019 ສາມາດປະຕິບັດໄດ້ 2.942 ຕື້ກວ່າກີບ ເທົ່າກັບ 89,09% ຂອງແຜນການປີ ເຊິ່ງບໍ່ສາມາດປະຕິບັດລາຍຮັບບັນລຸໄດ້ຕາມລະດັບຄາດໝາຍ.

ສໍາລັບສາເຫດ ແລະ ປັດໄຈເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງດ່ານພາສີສາກົນ ຂົວມິດຕະ ພາບ I ບໍ່ບັນລຸຕາມລະດັບຄາດໝາຍ ເນື່ອງຈາກວ່າຖ້າທຽບໃສ່ຖານລາຍຮັບເປັນຕົວເລກສູງພໍສົມຄວນ ເຊິ່ງກວມເອົາຕົວເລກແຜນການລາຍຮັບຂອງຂະແໜງພາສີທົ່ວປະເທດ 43,92% ແລະ ກວມເອົາລາຍຮັບທົ່ວກອງຄຸ້ມຄອງພາສີ V ເທົ່າກັບ 80,54%, ການນຳເຂົ້າພາຫະນະຫຼຸດລົງ 162 ຄັນ, ນໍ້າມັນເຊື້ອໄຟ ຫຼຸດລົງ 57.988.949 ລິດ

ກໍາລັງຊື້ພາຫະນະຢູ່ພາຍໃນຫຼຸດລົງ ລວມທັງຕະຫຼາດພາຍໃນອີ່ມຕົວ, ອັດຕາແລກປ່ຽນເງິນຕາຕ່າງປະເທດເໜັງຕີງຂຶ້ນສູງ, ສົ່ງຜົນກະທົບຕໍ່ບໍລິສັດນຳເຂົ້າ ບໍ່ສາມາດນຳເຂົ້າສິນຄ້າໄດ້ຕາມແຜນການ, ການນໍາເຂົ້າສິນຄ້າເຄື່ອງຂອງສ່ວນໃຫຍ່ນຳເຂົ້າໃນນາມໂຄງການຂອງລັດ, ການລົງທຶນພາຍໃນ ແລະ ຕ່າງປະເທດ ສ່ວນຫຼາຍໄດ້ຮັບການຍົກເວັ້ນພາສີ – ອາກອນ, ສິນຄ້ານຳເຂົ້າ – ສົ່ງອອກສ່ວນໃຫຍ່ແມ່ນເສຍໃນຂອບຫຼຸດຜ່ອນອັດຕາພາສີ ກວມເອົາປະມານ 80 – 90% ໃນອັດຕາພາສີເຫຼືອ 0%.

ພາບປະກອບ

ນອກນັ້ນ, ສິນຄ້າຂາອອກແມ່ນນອນໃນສິນຄ້າການສົ່ງເສີມເປັນຜະລິດຕະພັນສຳເລັດຮູບ ແລະ ສົ່ງເສີມການປູກການລ້ຽງແມ່ນຍົກເວັ້ນພາສີຂາອອກ ລວມທັງການນຳເຂົ້າເຄື່ອງໃຊ້ໄຟຟ້າຫຼຸດລົງຈາກປີຜ່ານມາ.

ທັງນີ້, ກໍຍ້ອນຜູ້ປະກອບການເຄື່ອນຍ້າຍການນຳເຂົ້າຈາກດ່ານພາສີສາກົນ ຂົວມິດຕະພາບ I ໄປນຳເຂົ້າດ່ານອື່ນໆ.

ທ່ານ ບຸນແອງ ພັນທະວົງ ກ່າວອີກວ່າ:

ແນວໃດກໍຕາມ, ເຖິງແມ່ນວ່າການປະຕິບັດລາຍຮັບໃນປີ 2019 ເຊິ່ງບໍ່ສາມາດບັນລຸຕາມແຜນການ ແຕ່ຖ້າທຽບໃສ່ປີຜ່ານມາເຫັນວ່າການເກັບລາຍຮັບມີລັກສະນະເພີ່ມຂຶ້ນ.

ພ້ອມດຽວກັນນີ້, ໃນປີ 2020 ຄະນະດ່ານພາສີສາກົນ ຂົວມິດຕະພາບ I ຕ້ອງໄດ້ເພີ່ມທະວີມາດຕະການຫຼາຍຢ່າງ, ເຂັ້ມງວດກວດກາສິນຄ້າເຂົ້າ – ອອກຜ່ານດ່ານ, ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຈັດເກັບລາຍຮັບໃຫ້ມີ ຄວາມໂປ່ງໃສ ສາມາດກວດສອບໄດ້ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຂ່າວ: ສົມສະຫວິນ, ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້