ຢ່າລືມ! ເສົານີ້ ສວນຜູ້ໄທທີຣະ ຈະໄຂ​ປະ​ຕູ້​ເລົ້າ ຫຼື ເປີດງານ​​ບຸນ­ປີ­ໃໝ່​ຜູ້­ໄທ

ພາບປະກອບ

 ງານ​ບຸນ​ປະ­ເພ­ນີ​ໄຂ​ປະ​ຕູ້​ເລົ້າ ຫຼື ບຸນ­ປີ­ໃໝ່​ຜູ້­ໄທ ທີ່​ສວນ​ຜູ້­ໄທ​ທີ​ຣະ ຖະ­ໜົນ 450 ປີ  ບ້ານ​ໜອງ​ແປນ ເໜືອ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຈັດ​ຂຶ້ນ​ເລີ່ມ​ແຕ່​ປີ 2018 ເປັນ­ຕົ້ນ​ມາ ສະ­ເພາະ​ປີ 2020 ເປັນ​ປີ​ທີ​ສາມ​ຂອງ​ການ​ຈັດ​ງານ​ບຸນ​ດັ່ງ­ກ່າວ ເຊິ່ງ​ຈະ​ຈັດ​ຂຶ້ນ​ວັນ​ທີ 1 ກຸມ­ພາ 2020

ພາບປະກອບ

ໂດຍ​ເລີ່ມ​ເວ­ລາ 14:00 ໂມງ ເຕົ້າ­ໂຮມ​ຂະ​ບວນ​ແຫ່​ຂອງ​ແຕ່​ລະ​ພາກ­ສ່ວນ 15:00 ໂມງ ເລີ່ມ​ພິ­ທີ​ແຫ່​ບຸນ​ໄຂ​ປະ­ຕູ​ເລົ້າ ແລະ 16:00 ໂມງ​ເປັນ­ຕົ້ນ​ໄປ​ເຂົ້າ​ສູ່​ພິ­ທີ​ສູດ​ຂວັນ​ເຂົ້າ ກິນ​ເຂົ້າ​ພາ­ແລງ ແລະ ຊົມ​ການ­ສະ­ແດງ​ສິ­ລະ​ປະ​ດົນ­ຕີ​ຜູ້­ໄທ​ຈາກ​ທ້ອງ­ຖິ່ນ​ຕ່າງໆ ນອກ​ນັ້ນ ຍັງ​ມີ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ຫັດ­ຖະ­ກຳ ກະ­ສິ­ກຳ​ພື້ນ​ບ້ານ ຕະ­ຫຼາດ­ນັດ ຮ້ານ​ອາ­ຫານ ກີ­ລາ​ພື້ນ​ບ້ານ ສວນ​ເດັກ​ຫຼິ້ນ ຊົມ​ສວນ​ດອກ​ໄມ້ ທົ່ງ​ນາ ສວນ​ຜັກ ເຮືອນ​ຊົງ​ລາວ​ແບບ​ຜູ້­ໄທ ເຄື່ອງ­ໃຊ້​ເກົ່າ​ແກ່​ແບບ​ບູ­ຮານ ແລະ ອື່ນໆ.

ພາບປະກອບ

ສະ­ນັ້ນ ຂໍ​ເຊີນ­ຊວນ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ນັກ​ທ່ອງ​ທ່ຽວ ແຂກ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ພ້ອມ​ກັນ​ເຂົ້າ​ມາ​ທ່ຽວ​ຊົມ​ງານ​ບຸນ​ດັ່ງ­ກ່າວ ເພື່ອ​ເປັນ​ການ​ສຶກ​ສາ​ຮຽນ​ຮູ້​ວັດ­ທະ­ນະ­ທຳ ແລະ ວິ­ຖີ​ການ​ດຳ­ລົງ​ຊີ­ວິດ​ຂອງ​ຊົນ­ເຜົ່າ​ຜູ້­ໄທ ໂດຍ​ສະ­ເພາະ ແມ່ນ​ການ​ນຸ່ງ​ຖື ການ​ໃຊ້​ພາ­ສາ​ປາກ​ເວົ້າ ແລະ ອື່ນໆ ແນ­ໃສ່​ເປັນ​ການ​ອະ­ນຸ​ຮັກ​ຮັກ­ສາ ແລະ ສືບ​ສານ​ວັດ­ທະ­ນະ­ທຳ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ເຜົ່າ​ຜູ້­ໄທ​ໃຫ້​ມີ​ຄວາມ​ຍືນ​ຍົງ​ຕະ­ຫຼອດ​ໄປ.

ພາບປະກອບ

ສຳ­ລັບ​ການ​ເຂົ້າ​ຮ່ວມ​ກິດ­ຈະ­ກຳ​ຄັ້ງ​ນີ້ ຜູ້​ທີ່​ມີ​ບັດ​ເຊີນ​ຈະ​ບໍ່​ໄດ້​ເສຍ​ຄ່າ​ເຂົ້າ​ຊົມ ສ່ວນ​ຜູ້​ທີ່​ບໍ່​ມີ​ບັດ​ເຊີນ​ຈະ​ໄດ້​ເສຍ​ຄ່າ​ເຂົ້າ​ຊົມ​ຜູ້​ໜຶ່ງ 10.000 ກີບ.

ພາບປະກອບ

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...