Friday, July 18, 2025
Kbank Laos โอน รับ จ่าย

ລັດຖືການປ້ອງກັນໄວຣັດໂຄໂລນາ ເປັນບັນຫາເລັ່ງດ່ວນ ຈະແຕ່ງຕັ້ງຄະນະສະເພາະກິດ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີແຈ້ງການໂດຍອີງຕາມການຊີ້ນຳຂອງກອງປະຊຸມນາຍົກ, ຮອງນາຍົກລັດຖະມົນຕີຮຽກທຸກພາກສ່ວນທັງສູນກາງ,ທ້ອງ ຖິ່ນຮ່ວມມືກັນຍົກລະດັບຄວາມຮັບຜິດຊອບການຄວບຄຸມ, ປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໄວຣັດໂຄໂລນາໃຫ້ຮັບປະກັນ ແລະທັນສະພາບການ.

ຕາມການແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 98/ຫສນຍ ລົງວັນທີ 27 ມັງກອນ 2020 ໃຫ້ຮູ້ວ່າ:

ການລະບາດຂອງໄວຣັດໂຄໂລນາມີຜົນກະທົບໃນວົງກວ້າງທັງຕໍ່ສັງຄົມ ແລະເສດຖະກິດລັດຖະບານລາວຖືການປ້ອງກັນຄວບຄຸມ ແລະແກ້ໄຂບັນຫາດັ່ງກ່າວນີ້ເປັນບັນຫາສຳຄັນ ແລະເລັ່ງດ່ວນຮຽກທຸກພາກສ່ວນທັງສູນກາງ, ທ້ອງຖິ່ນຮ່ວມມືກັນຍົກລະດັບຄວາມຮັບຜິດຊອບການຄວບຄຸມ, ປ້ອງກັນພະຍາດດັ່ງກ່າວໃຫ້ຮັບປະກັນ ແລະທັນສະພາບການ.

ໂດຍມອບໃຫ້ທ່ານລັດຖະມົນກະຊວງສາທາລະນະສຸກ, ຫົວໜ້າຄະນະກຳມະການ ແລະຄວບຄຸມພະຍາດຕິດຕໍ່ລະດັບຊາດສືບຕໍ່ດຳເນີນການປ້ອງກັນຄວບຄຸມພະຍາດຢ່າງໃກ້ສິດ ແລະລາຍງານສະພາບໃຫ້ລັດຖະບານເປັນປະຈຳພ້ອມກັນນັ້ນກໍ່ສ້າງຕັ້ງຈຸດແຈ້ງປະສານງານຂອງຄະນະໃຫ້ບັນດາຂະແໜງການ ແລະທ້ອງຖິ່ນເພື່ອຮັບແຈ້ງສະພາບຮ່ວມມືຊ່ວຍເຫຼືອຈາກພາກສ່ວນຕ່າງໆນອກນັ້ນໃຫ້ແຕ່ງຕັ້ງຄະນະສະເພາະກິດໂດຍມອບໃຫ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີເປັນຫົວໜ້າແລະຄະນະກຳມະການ ແລະຄວບຄຸມພະຍາດຕິດຕໍ່ລະດັບຊາດເປັນຄະນະຊ່ວຍວຽກເພື່ອປະສານກັບຂະແໜງການ ແລະທ້ອງຖິ່ນປະເມີນຜົນກະທົບຂອງການລະບາດພະຍາດໄວຣັດໂຄໂລນາຕໍ່ປະເທດພ້ອມທັງກຳນົດມາດຕະການຮັບມືແຕ່ລະດ້ານໂດຍສະເພາະບັນດາການທີ່ພົວພັນເຖິງການກວດກາຢູ່ຈຸດທີ່ມີຄວາມສ່ຽງຕາມຊາຍແດນ, ການກະກຽມຈຸດບໍລິການສາທາລະນະສຸກສະເພາະໃນແຕ່ແວງ,ແຈ້ງເຕືອນປະຊາຊົນ, ເກັບກຳສະຖິຕິນັກສຶກສາ ແລະນັກທ່ອງທ່ຽວທີ່ມາຈາກ ສປ ຈີນ, ຄວບຄຸມລາຄາ, ຄົ້ນຄວ້າການວາງແຜນ ແລະກະກຽມງົບປະມານ.

ນອກຈາກນັ້ນມອບໃຫ້ກະຊວງການຕ່າງປະເທດເປັນເຈົ້າການປະສານງານແລກປ່ຽນຂໍ້ມູນຂ່າວສານກັບບັນດາປະເທດເພື່ອນມິດ ແລະອົງການອະນາໄມໂລກຢ່າງໃກ້ຊິດ ເພື່ອຕິດຕາມທ່າອ່ຽງການລະບາດພະຍາດ ແລະຍາດແຍ່ງການຊ່ວຍເຫຼືອໂດຍສະເພາະໃນການສົ່ງຊ່ຽວຊານທີມແພດ ພ້ອມດ້ວຍອຸປະກອນເຄື່ອງມື, ຢາ, ວັກຊິນປ້ອງ ກັນໃນກໍລະນີທີ່ມີການລະບາດໃຫຍ່ພ້ອມນີ້ໃຫ້ສະຖານທູດ ແລະກົງສູນລາວປະຈຳ ສປ ຈີນ ຕິດຕາມຢ່າງໃກ້ສິດທັງອຳນວຍຄວາມສະດວກ ແລະຊ່ວຍເຫຼືອພົນລະເມືອງລາວ, ນັກທ່ອງທ່ຽວ, ນັກທຸລະກິດ ແລະນັກສຶກສາລາວທີ່ກຳລັງດຳລົງຊີວິດ ແລະລາຍງານສະພາບໃຫ້ເປັນປະຈຳ.

ປະຈຸບັນນັກສຶກສາລາວທີ່ຢູ່ແຂວງຫູເປີ່ຍ 49 ຄົນ, ຍິງ 20 ຄົນ ກຸ່ມນັກສຶກສາເຫຼົ່ານີ້ຂຶ້ນກັບການຄຸ້ມຄອງຂອງສະຖານກົງສູນໃຫຍ່ຊ່າງຊາທີ່ຢູ່ໃນຄວາມປອດໄພທຸກຢ່າງທັງໄດ້ຮັບການເອົາໃຈໃສ່ຈາກບັນດາໂຮງຮຽນ ແລະການຈັດຕັ້ງພັກ-ລັດຂອງແຂວງຫູເປີ່ຍເປັນຢ່າງດີ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ແພງຕາ,ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.