Friday, July 11, 2025
Kbank Laos โอน รับ จ่าย

ປະກາດເລື່ອນຊັ້ນ ພັນໂທ ຂຶ້ນ ພັນເອກ ໃຫ້ນາຍຕໍາຫຼວດໃນທົ່ວປະເທດ

ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນໂທ ຂຶ້ນເປັນ ພັນເອກ ໃຫ້ນາຍຕໍາຫຼວດ ໃນວັນທີ 28 ມັງກອນ 2020, ເປັນປະທານ ແລະ ປະດັບຊັນໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ່ ປກສ, ໂດຍມີ ຮອງລັດຖະມົນຕີ, ຄະນະປະຈໍາພັກກະຊວງ, ຫົວຫນ້າກົມ-ຮອງກົມ, ວິທະຍາຄານ, ລັດວິສາຫະກິດ ແລະ ນາຍຕໍາຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ຫົວຫນ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານດໍາລັດຂອງ ນາຍົກ ລັດຖະມົນຕີ ສະບັບເລກທີ 47-69/ນຍ ລົງວັນທີ 15 ມັງກອນ 2020 ວ່າດ້ວຍ ການເລື່ອນຊັ້ນ ພັນໂທ ຂຶ້ນເປັນ ພັນເອກ ຈໍານວນ 23 ສະຫາຍ ຄື:

• ພັອ ຄອນສະຫວັນ ສົມພາໄຊ ຫົວຫນ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ

• ພັອ ປອ ຫຸມພັນ ຜິວເຂັມພອນ ຫົວຫນ້າກົມພັກ ກົມໃຫຍ່ການເມືອງ ປກສ

• ພັອ ປວ ຄໍາເສັງ ໄຊສົມພົງ ຮອງຫົວຫນ້າກົມ 209 ກົມໃຫຍ່ສັນຕິບານ

• ພັອ ຈັນທະວົງ ພະສຸນົນ ຮອງຫົວຫນ້າຫ້ອງການ ກົມໃຫຍ່ສັນຕິບານ

• ພັອ ພຸທອນ ວົງພະໄຕ ຮອງຫົວຫນ້າກົມ 200 ກົມໃຫຍ່ສັນຕິບານ

• ພັອ ວົງລິດ ອິນສຸມັງ ຮອງຫົວຫນ້າກົມ 201 ກົມໃຫຍ່ສັນຕິບານ

• ພັອ ວາດສະຫນາ ວິລະວົງ ຮອງຫົວຫນ້າກົມຕໍາຫຼວດສືບຂ່າວອາຍາ ກົມໃຫຍ່ຕໍາຫຼວດ

• ພັອ ຄອນສີ ເນົາວະລາດ ຫົວຫນ້າກົມຕໍາຫຼວດຝຶກແອບ ແລະ ນໍາໃຊ້ຫມາວິຊາສະເພາະ ກົມໃຫຍ່ຕໍາຫຼວດ

• ພັອ ທອງຂັນ ສີສຸພັນທອງ ຫົວຫນ້າກົມຕໍາຫຼວດສາກົນ ກົມໃຫຍ່ຕໍາຫຼວດ

• ພັອ ວິທອງ ພົມທະວີ ຮອງຫົວຫນ້າກົມເສນາທິການ ຫ້ອງວ່າການ ກະຊວງ ປກສ

• ພັອ ເຄນທະວີໄຊ ເພັດພະນາ ຮອງຫົວຫນ້າກົມເລຂາ ຫ້ອງວ່າການ ກະຊວງ ປກສ

• ພັອ ລຸນທອງ ເພັງມີໄຊ ຮອງຫົວຫນ້າກົມກົດລັບ ຫ້ອງວ່າການ ກະຊວງ ປກສ

• ພັອ ຊີ້ ຈັນທະວົງສາ ຫົວຫນ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ ປກສ

• ພັອ ສຸວັນນີ ສິດທິໄຊ ຮອງຫົວຫນ້າກົມບໍລິຫານ ຫ້ອງວ່າການ ກະຊວງ ປກສ

• ພັອ ພູທອນ ພົນໂພສີລາຫົງ ຫົວຫນ້າກົມຄຸ້ມຄອງການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ

• ພັອ ບຸນມີ ວົງຄໍາແສນ ຮອງຫົວຫນ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການ

• ພັອ ປອ ສີພອນ ພັນທະວົງ ຫົວຫນ້າຫ້ອງການເມືອງ ວິທະຍາຄານສັນຕິບານປະຊາຊົນ

• ພັອ ປອ ຈິດວິໄຊ ແກ້ວມະນີວົງ ຫົວຫນ້າຫ້ອງຄຸ້ມຄອງວິທະຍາສາດ ວິທະຍາຄານຕໍາຫຼວດປະຊາຊົນ

• ພັອ ປອ ໂອໄດ ທິລັນດາ ຫົວຫນ້າຫ້ອງຄຸ້ມຄອງຫຼັກສູດການສຶກສາ ວິທະຍາຄານຕໍາຫຼວດປະຊາຊົນ

• ພັອ ໂອລົມ ອິນທະວົງ ຮອງຫົວຫນ້າກອງບັນຊາການ ປກສ ແຂວງໄຊສົມບູນ

• ພັອ ກາຍຍະສອນ ສິງວິໄຊ ຮອງຫົວຫນ້າກອງບັນຊາການ ປກສ ແຂວງບໍ່ແກ້ວ

• ພັອ ສີວອນ ໄຊຍະວົງ ຮັກສາການຫົວຫນ້າກອງບັນຊາການ ປກສ ແຂວງອຸດົມໄຊ

• ພັອ ທອງຂຽວ ທໍາມະວົງ ຮອງຫົວຫນ້າກົມ 203 ກົມໃຫຍ່ສັນຕິບານ

ທັ້ງນີ້, ພົທ ວິໄລ ຫຼ້າຄໍາຟອງ ໄດ້ໃຫ້ທິດຊີ້ນໍາຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຕະຫຼອດຮອດ ຄະນະພັກ-ຄະນະນໍາແຕ່ລະຂັ້ນ ຈົ່ງພ້ອມກັນເພີ່ມທະວີຮັກສາຄວາມສາມັກຄີພາຍໃນໃຫ້ຫນັກແຫນ້ນ ກໍຄື ຄວາມສາມັກຄີໃນລະບຽບຫຼັກການ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ຫນ້າທີ່ການເມືອງຂອງຕົນ, ມີຄວາມເປັນເອກະພາບພາຍໃນພັກ, ເປັນກໍາລັງແຮງອັນດຽວກັນ ເຊິ່ງຈະເປັນເງື່ອນໄຂພື້ນຖານ ໃນການຈັດຕັ້ງ ປະຕິບັດຫນ້າທີ່ວຽກງານການເມືອງ ໃຫ້ມີຜົນສໍາເລັດ ເພື່ອຫຼີກລ່ຽງຫາງສຽງ ແລະ ຮັບປະກັນຜົນປະ ໂຫຍດ ອັນຊອບທໍາ ໃນກົມກອງຂອງຕົນ.

ແຫຼ່ງຂໍ້ມູນ: ໜັງສືພິມ ຄວາມສະຫງົບ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.