Thursday, November 13, 2025
Kbank Laos โอน รับ จ่าย

ກໍ່ສ້າງຈຳລອງຄຸກກັກຂັງ ຜູ້ນຳແນວລາວຮັກຊາດໂພນເຄັງ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລົງກວດກາໂຄງການກໍ່ສ້າງ ຈຳລອງຄຸກກັກຂັງຜູ້ນຳແນວລາວຮັກຊາດ ທີ່ໂພນເຄັງ.

ພາບປະກອບ

ຄະນະຮັບຜິດຊອບໂຄງການ ກໍ່ສ້າງຈຳລອງຄຸກກັກຂັງຜູ້ນຳ ແນວລາວຮັກຊາດ ລົງພື້ນທີ່ເພື່ອ ກວດສອບຜົນສຳເລັດໂຄງການ ກໍ່ສ້າງດັ່ງກ່າວ ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນເອກ ຈັນ ສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະ ເທດ ມີທ່ານ ບົວສີ ຈະເລີນສຸກ ພ້ອມ ດ້ວຍຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບປະກອບ

ການລົງກວດກາຜົນສຳເລັດ ຄັ້ງນີ້ສະຫາຍລັດຖະມົນຕີກະຊວງ ປ້ອງກັນປະເທດໄດ້ແນະນຳເຈົ້າ ຂອງໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງຕ້ອງປັບປຸງແກ້ໄຂດ້ານເນື້ອໃນທີ່ຍັງບໍ່ຄົບຖ້ວນ, ໃຫ້ເພີ່ມການຕົບແຕ່ງເສີມສ້າງສະ ຖານທີ່ໃຫ້ອຸດົມສົມບູນຄົບວົງຈອນ, ເພື່ອໃຫ້ຄົບຖ້ວນຕາມແຜນຜັງເກົ່າ, ເພີ່ມວັດຖຸພັນ, ສິ່ງຂອງເຄື່ອງໃຊ້ຕ່າງໆທີ່ທ່ານຜູ້ນຳເຄີຍໃຊ້ໃນສະໄໝນັ້ນ ພ້ອມທັງປະດັບປະດາພາຍນອກໃຫ້ເໝາະສົມ ຕາມສົມຄວນເພື່ອໃຫ້ທັນກັບເວລາທີ່ກຳນົດໄວ້.

ພາບປະກອບ

ໂອກາດນີ້ ທ່ານ ສົມພັດ ສຸພັດ ທອນ ຜູ້ອຳນວຍການບໍລິສັດສຸພັດ ທອນ ທີ່ປຶກສາ ແລະ ບໍລິການຄົບ ວົງຈອນ SCS ໄດ້ກ່າວວ່າ:

ໂຄງການດັ່ງກ່າວມາຮອດປັດຈຸບັນມີ ການກໍ່ສ້າງແຕ່ລະໜ້າວຽກແມ່ນສຳເລັດ 100% ລວມມູນຄ່າ 8.499 ລ້ານກວ່າກີບ ເຊິ່ງຈະໄດ້ ຈັດພິທີມອບ-ຮັບຂຶ້ນໃນມໍ່ໆນີ້.

ແຫຼ່ງຂໍ້ມູນ: ໂດຍ: ວົງວິໄລ ບຸນລືໄຕ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.