Sunday, February 16, 2025

ສາທາກວດເຂັ້ມໂຄໂຣນາໄວຣັດໃນກຳມະ ກອນຈີນທີ່ເຮັດວຽກຢູ່ລາວ

ກະຊວງສາທາລະນະສຸກກຳລັງຄຸມເຂັ້ມໃນ ການກວດກາກຳມະກອນທີ່ເປັນຄົນຈີນທີ່ ເຮັດວຽກຢູ່ໃນຫຼາຍໂຄງການກໍ່ສ້າງໃນ ສປປ ລາວ ເພື່ອປ້ອງກັນການລະບາດຂອງພະຍາດ ອັກເສບປອດຈຸລະໂລກ ໂຄໂຣນາໄວຣັດ ສາຍພັນໃໝ່ (Novel Coronavirus).

ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ສຳ ພາດກັບສືມວນຊົນໃນໄລຍະລົງຢ້ຽມຢາມ ການເຮັດວຽກ ການເຝົ້້າລະວັງພະຍາດ ດັ່ງກ່າວ ທີ່ສະໜາມບິນສາກົນວັດໄຕ ໃນວັນ ສຸກ ທີ 31 ມັງກອນ 2020 ວ່າ ມາເຖິງປະ ຈຸບັນຢູ່ໃນ ສປປ ລາວ ຍັງບໍ່ພົບ ກໍ່ລະນີຂອງ ພະຍາດອັກເສບປອດຈຸລະໂລກ ໂຄໂຣນາໄວຣັດ ສາຍພັນໃໝ່, ແຕ່ເຖິງຢ່າງ ໃດກໍ່ຕາມທາງລັດຖະບານກໍ່ໄດ້ຊີ້ນຳ ໃຫ້ຄະ ນະກຳມະການສະເພາະກິດ ກໍ່ຄືກະຊວງສາ ທາລະນະສຸກໄດ້ຕິດຕາມຢ່າງໃກ້ຊິດໃນການເຝົ້າລະວັງການລະບາດຂອງພະຍາດດັ່ງກ່າວ, ໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການກວດກາຢູ່ດ່ານສາກົນ ຕ່າງໆໃນຂອບເຂດທົ່ວປະເທດ ສະເພາະ ແມ່ນບັນດາດ່ານສາກົນ ແລະ ດ່ານປະເພ ນີທີ່ຕິດກັບ ສປ ຈີນ ເຊິ່ງມີຄວາມສ່ຽງສູງ.

ພາບປະກອບ

ທ່ານ ຮສ ດຣ ພູທອນ ອະທິບາຍວ່າ ຜ່ານການຕັ້ງດ່ານກວດກາໂດຍເຄື່ອງສະແກນຄວາມຮ້ອນທີ່ດ່ານສາກົນຕາມຊາຍແດນ ລາວ-ຈີນ ນັ້ນຍັງບໍ່ພົບກໍລະນີສົງໄສເທື່ອ, ສ່ວນບັນດາດ່ານປະເພນີກໍ່ໄດ້ ສົມທົບກັບຕຳຫຼວກກວດຄົນເຂົ້າເມືອງໃຫ້ມີການກວດ ໂດຍໃຊ້ອຸບປະກອນວັດແທກໄຂ້ແລະທີ່ຜ່ານມາກໍ່ຍັງບໍ່ທັນພົບ.

ຖ້າຫາກມີການພົບວ່າມີອາການເປັນໄຂ້ກໍ່ຈະໄດ້ມີການກວດຢ່າງລະອຽດ ແລະ ຍັງໄດ້ຕິດຕາມເຝົ້າລະວັງຕື່ມອີກ 14 ມື້.

ປະຈຸບັນທາງລັດຖະບານລາວບໍ່ອະນຸຍາດໃຫ້ນັກທ່ອງທ່ຽວທີ່ຜ່ານເຂົ້າມາດ່ານນັ້ນ ແລະ ທາງລັດຖະບານຈີນເອງກໍ່ມີການຫ້າມບໍ່ໃຫ້ ຄົນຈີນອອກໄປທ່ຽວນອກປະເທດ.

ສິ່ງທີ່ເປັນຫ່ວງແມ່ນບັນດາແຮງງານກຳມະກອນທີ່ມາຈາກ ສປ ຈີນ ທີ່ເຮັດວຽກຢູ່ໃນ ປະເທດລາວ.

ປະຈຸບັນກະຊວງສາທາລະນະສຸກໄດ້ໃຫ້ແພດໝໍລົງກວດອາການຂອງກຳມະກອນ ທີ່ມາຈາກ ສປ ຈີນ ທີ່ເຮັດວຽກໃນຫຼາຍໂຄງການຢູ່ລາວ ໂດຍສະເພາະໂຄງການກໍ່ສ້າງໂຮງໝໍມະໂຫສົດ ແລະ ໂຄງການກໍ່ສ້າງຕ່າງໆ ເພື່ອຄຸມເຂັ້ມໃນການຊອກຫາ,​ ເຝົ້າລະວັງ ແລະ ສະກັດກັ້ນໃນການແພ່ລະບາດຂອງ ພະຍາດດັ່ງກ່າວ.

ທາງກະຊວງສາທາລະນະສຸກໄດ້ກະກຽມສະຖານທີ່, ທີມແພດໝໍ ເພື່ອຮອງຮັບສະຖານະການ ການຕິດເຊື້ອຂອງພະຍາດໂຄໂຣນາໄວຣັດ ຢູ່ໃນນະຄອນຫຼວງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ.

ສ່ວນເລື່ອງນັກສຶກສາລາວທີ່ຢູ່ ເມືອງ ອູຮັນ ແຂວງຫູເປີຍ ນັ້ນມີທັງໝົດ 80 ກວ່າຄົນ ແລະ ປະຈຸບັນກັບມາປະເທດລາວແລ້ວຈຳນວນໜຶ່ງ, ທຸກຄົນກໍ່ໄດ້ມີການກວດສຸຂະພາບ ແຕ່ກໍ່ບໍ່ພົບກໍລະນີສົງໄສ ແຕ່ກໍ່ໄດ້ໃຫ້ໄປເກັບໂຕຢູ່ບ້ານ 14 ມື້ ເພື່ອເບິ່ງອາການ, ສ່ວນນັກສຶກສາທີ່ຍັງບໍ່ທັນໄດ້ກັບມານັ້ນ ແມ່ນໄດ້ປະສານຜ່ານວີແຊັດ ກໍ່ພົບວ່າມີ ສຸຂະພາບແຂງແຮງດີ ພາຍໃຕ້ການຄຸ້ມຄອງ ແລະ ຕິດຕາມຢ່າງໃກ້ຊິດຈາກສະຖານທູດລາວປະຈຳປັກກິ່ງ ແລະ ທາງລັດຖະບານ ຂອງ ສປຈີນ.

ນອກຈາກນີ້ ທາງກະຊວງສາທາລະນະສຸກ ຍັງໄດ້ຕິດຕາມສະຖານະການຢ່າງໃກ້ຊິດ ກັບບັນດາປະເທດເພື່ອນບ້ານ ແລະ ອົງການ ອະນາໄມໂລກ ແລະ ປະເທດລາວກໍ່ຍັງໄດ້ ຮັບທຶນຊ່ວຍເຫືຼອພ້ອມອຸບປະກອນຈຳນວນໜຶ່ງເພື່ອນຳໃຊ້ເຂົ້າໃນການເຝົ້າລະວັງພະຍາດດັ່ງກ່າວ.

ແຫຼ່ງຂໍ້ມູນ: ຂ່າວ: ວຽງຈັນທາຍ ພາບ: ເພັດໂພໄຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.