Friday, April 18, 2025

ທ່ານນາຍົກ ທອງລຸນ ແນະນຳໃຫ້ ຄຊພຊ ເລັ່ງປັບປຸງການສຶກສາ

ເນື່ອງໃນໂອກາດເຂົ້າຮ່ວມເປັນປະທານ ກອງປະຊຸມສະໄໝສາມັນຄົບຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນ ມະນຸດ (ຄຊພຊ) ຄັ້ງທີ 8 ປະຈຳປີ 2019 ທີ່ ໄດ້ຈັດຂຶ້ນໃນບໍ່ດົນມານີ້ ທີ່ນະຄອນ ຫຼວງວຽງຈັນ, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວເນັ້ນໃຫ້ ຄຊພຊ ເລັ່ງປັບປ່ຽນການສຶກສາ ຫຼື ປະຕິຮູບໃໝ່ຕື່ມອີກ,

ຕ້ອງປັບປ່ຽນການສຶກສາໃຫ້ສາມາດຮອງຮັບກັບການປ່ຽນແປງໃໝ່ ໂດຍສະເພາະວຽກງານການສຶກສາໃຫ້ແກ່ຄູ ຜູ້ທີ່ຈະນຳພາການປັບປ່ຽນການສຶກສາໃນຍຸກສະໄໝໃໝ່ທີ່ມີການປ່ຽນແປງຢ່າງຫຼວງຫຼາຍ ແລະ ວ່ອງໄວ. 

ພາບປະກອບ

ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ ຄຊພຊ ຂັ້ນສູນກາງ ແລະ ແຂວງ ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ສິ່ງທ້າທາຍ ໂດຍສະເພາະແມ່ນບັນຫາການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ໃຫ້ສົມຄູ່ກັບຄວາມຕ້ອງການຂອງຕະຫຼາດແຮງງານ ຫຼື ມີວຽກເຮັດງານທຳທີ່ມີຄ່າຕອບແທນ ສົມເຫດສົມຜົນຢູ່ພາຍໃນ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ.

ນອກຈາກນັ້ນ, ກໍ່ຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າ, ວິເຄາະວິໄຈ ເພື່ອນຳເອົາຜົນໄດ້ຮັບມານຳໃຊ້ເຂົ້າໃນການວາງ ແຜນພັດທະນາຊັບພະຍາກອນມະນຸດຂອງຂະແໜງການຕົນໃຫ້ນັບມື້ດີຂຶ້ນ.

ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດຕ້ອງໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9.

ແຫຼ່ງຂໍ້ມູນ: ຂ່າວ : ວຽງຈັນທາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.