Friday, April 18, 2025

ຊຽງຂວາງ ກໍານົດເອົາ ໄຫຫີນ ເປັນສັນຍາລັກ ໃນງານກິລາແຫ່ງຊາດ 2020

ພາບປະກອບ

ຄະນະນຳແຂວງ ຊຽງຂວາງ ໄດ້ກໍານົດເອົາໄຫຫີນທີ່ເປັນວັນຖຸບູຮານມີອາຍຸຫຼາຍພັນປີ, ມີຄວາມໝາຍສຳຄັນ ແລະ ລືຊື່ທາງປະຫວັນສາດ ເຊິ່ງເປັນມໍລະດົກ ຂອງແຂວງ ຊຽງຂວາງ ກໍ່ຄືຂອງຊາດ ປະກອບໃສ່ສັນຍາລັກ ຂອງງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020.

ໄຫຫີນໜຶ່ງໜ່ວຍ ສື່ຄວາມໝາຍ ເຖິງຄວາມສາມະຄີເອກະພາບ ເປັນຈິດໜຶ່ງໃຈດຽວຂອງຊາວ ຊຽງຂວາງ ຕັ້ງຢູ່ໃນລັກສະນະທີ່ ສວຍງາມຂອງວັນຖຸບູຮານທີ່ເປັນມໍລະດົກຄູ່ກັບຊາວຊຽງຂວາງ, ເປັນມໍລະດົກຂອງຊາດ ແລະ ຈະໄດ້ສະເຫຼີມສະຫຼອງການ ເປັນມໍລະດົກໂລກພ້ອມກັບງານ ມະຫາກໍາກິລາແຫ່ງຊາດ ຄັ້ງທີ XI.

ໄຫຫີນ ສັນຍາລັກງານມະຫາກໍາ ກິລາແຫ່ງຊາດຄັ້ງນີ້ ປະກອບ 3 ລາຍເສັ້ນຄື:

ລາຍເສັ້ນສີຂຽວ ເຂັ້ມເບື້ອງເທິງສຸດໝາຍເຖິງສາຍ ພູຂອງແຂວງ ຊຽງຂວາງທີ່ອຸດົມ ໄປດ້ວຍປ່າດົງ, ຕົ້ມໄມ້ທີ່ມີລາຄາ ແພງປົກຫຸ້ມຢູ່ ເຊິ່ງມີຫຼາຍຈອມພູ ແລະ ສາຍພູໃນແຂວງ ຊຽງຂວາງ ທີ່ມີຊື່ສຽງໃນພູມີສາດ.

ພາບປະກອບ


ລາຍເສັ້ນສີຟ້າກາງ ໝາຍເຖິງ ຄວາມອຸດົມສົມບູນຂອງສາຍນໍ້າແຂວງ ຊຽງຂວາງ ທີ່ມີແມ່ນໍ້າ ຫຼາຍສາຍກໍາເນີດເກີດຂຶ້ນ ໃນ ແຂວງ ຊຽງຂວາງ ທີ່ກາຍເປັນ ສາຂາທີ່ສໍາຄັນຂອງແມ່ນໍ້າຂອງ ໄຫຼປ່ອງສູ່ທະເລ ເຊິ່ງເປັນແມ່ ນໍ້າທີ່ສໍາຄັນໃນການພັດທະນາ ເສດຖະກິດຂອງແຂວງ ແລະ ຂອງປະເທດຊາດ.

ພາບປະກອບ

ລາຍເສັ້ນສີຂຽວອ່ອນທາງລຸ່ມສຸດ ໝາຍເຖິງພູພຽງຊຽງຂວາງ ທີ່ປົກ ຄຸມໄປດ້ວຍທົ່ງຫຍ້າອັນອຸດົມສົມບູນທີ່ຂຽວງາມແບບທຳມະຊາດ ແລະ ຄວາມອຸດົມສົມບູນໃນການ ດຳດົງຊິວິດຂອງປະຊາຊົນແຂວງ ຊຽງຂວາງ.

ໃນນັ້ນ ດ້ານລຸ່ມຂຽນໂຕໜັງສືກົ່ງ ບົ່ງບອກເຖິງງານມະຫາກໍາກິລາ ແຫ່ງຊາດ (ຊຽງຂວາງ ເກມ 2020).


ແຫຼ່ງຂໍ້ມູນ: ຂ່າວ: ບົວຜັນ, ວຽງຈັນທາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.