Sunday, January 19, 2025

ປະຊາຊົນຈົ່ງໝັ້ນໃຈ ເຄື່ອງມືໃນການວິເຄາະເຊື້ອໄວຣັດ ຢູ່ ສປປ.ລາວ

ສູນວິເຄາະ ແລະ ລະບາດວິທະຍາ ນະຄອນຫຼວງວຽງຈັນ ຖະແຫຼງຂ່າວກ່ຽວກັບພະຍາດປອດອັກເສບສາຍພັນໃໝ່ໂຄໂຣນາ, ແຈ້ງໃຫ້ປະຊາຊົນໝັ້ນໃຈເຖິງເຄື່ອງມືໃນການວິເຄາະເຊື້ອໄວຣັດຢູ່ປະເທດເຮົາ ແມ່ນໃນລະດັບມາດຕະຖານສາກົນ ແລະ ຂໍຮຽກຮ້ອງໃຫ້ປະຊາຊົນເປັນເຈົ້າການຮ່ວມກັນສັງເກດຖ້າມີກໍລະນີສົງໃສ.

ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ໄດ້ກ່າວວ່າ:

ໄດ້ກວດຜົນຈາກກໍລະນີສົງໃສ 11 ກໍລະນີ, ເຊີ່ງໃນນັ້ນ 09 ກໍລະນີແມ່ນບໍ່ພົບເຊື້ອ ແລະອີກ 02 ກໍລະນີ ແມ່ນຍັງຢູ່ໃນຂັ້ນຕອນການກວດຫາເຊື້ອ, ແຈ້ງໃຫ້ປະຊາຊົນຮັບຮູ້ວ່າ ສປປລາວ ແມ່ນມີຄວາມສາມາດພ້ອມຮັບມືໃນການກວດຫາເຊື້ອ ເຊິ່ງຜົນກວດທີ່ອອກມາ ແມ່ນມີການຄວບຄຸມຄຸນນະພາບ ແລະ ໄດ້ມາດຕະຖານສາກົນແນ່ນອນ.

ປັດຈຸບັນ, ປະເທດລາວເຮົາ ແມ່ນມີຄວາມກ້າວໄກໃນເລື່ອງເຄື່ອງມືກວດຕ່າງໆ ແລະ ໄດ້ຮັບຮອງຈາກສາກົນ, ໂດຍມີການກວດສອບ ແລະ ວັດແທກດ້ວຍທີມງານທີ່ມີຄຸນະພາບ.

ນອກຈາກນີ້, ຍັງມີແຜນຂະຫຍາຍເຄື່ອງວິເຄາະພະຍາດໄປຍັງບັນດາແຂວງພາກເໜືອທີ່ມີຄວາມສ່ຽງເຊັ່ນ: ອຸດົມໄຊ, ຫຼວງນໍ້າທາ ແລະ ຜົ້ງສາລີ ເພື່ອໃຫ້ທີມແພດສາມາດກວດຫາຜູ້ທີ່ຕິດເຊື້ອໄດ້ວ່ອງໄວຂຶ້ນ.

ແຫຼ່ງຂໍ້ມູນ: Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: