Sunday, March 23, 2025

ສວຍໂອກາດຂຶ້ນລາຄາສິນຄ້າ ຈະຖືກປັບໃໝສູງສຸດ 10 ລ້ານກີບ

ພາບປະກອບ

ປັດຈຸບັນ, ມີການລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາ ສາຍພັນໃໝ່ ເຊິ່ງນັບມື້ຮຸນແຮງຂຶ້ນ ແລະ ແພ່ລາມໄປຍັງບັນດາປະເທດຕ່າງໆໃນໂລກ. ສຳລັບ ປປ ລາວ, ກະຊວງສາທາລະນະສຸກໄດ້ອອກມາຢືນຢັນແລ້ວວ່າຍັງບໍ່ພົບກໍລະນີຕິດເຊື້ອໄວຣັສດັ່ງກ່າວ ແຕ່ເພື່ອຄວາມປອດໄພຂອງປະຊາຊົນພາຍໃນປະເທດ ແມ່ນມີຄວາມຕ້ອງການນຳໃຊ້ສິນຄ້າອຸປະກອນການແພດຫຼາຍຂຶ້ນ ເປັນຕົ້ນຜ້າອັດປາກ ແຕ່ໃນເວລາດຽວກັນພໍ່ຄ້າຊາວຂາຍຈຳໜຶ່ງກັບສວຍໂອກາດນີ້ຂຶ້ນລາຄາເປັນຫຼາຍທົບຈາກປົກກະຕິ.

ພາບປະກອບ

ຍ້ອນຄວາມຕ້ອງການຂອງຜູ້ຊົມໃຊ້ທີ່ສູງຂຶ້ນ ເຮັດໃຫ້ບັນດາພໍ່ຄ້າແມ່ຄ້າຫົວໃສຈໍານວນໜຶ່ງ ມີການປັບຂຶ້ນລາຄາສິນຄ້າຕາມລຳພັງ ໂດຍສະເພາະຜະລິດຕະພັນທາງການແພດ ເຊັ່ນ: ຜ້າອັດປາກ ເນື່ອງຈາກເປັນສິນຄ້າຂາດຕະຫຼາດ ແລະ ຫາຊື້ໄດ້ຍາກ. ແຕ່ທ່ານຮູ້ບໍວ່າ ການສວຍໂອກາດຂຶ້ນລາຄາສິນຄ້າ ໃນສະຖານະການບ້ານເມືອງພົບຄວາມຫຍຸ້ງຍາກ ຫຼື ວີກິດແມ່ນມີຄວາມຜິດທາງກົດໝາຍອາຍາຕາມມາດຕາ 277 ແລະ ມາດຕາ 278 ດັ່ງນີ້:

ພາບປະກອບ

ມາດຕາ 277 ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ: ບຸກຄົນໃດ ຫາກໄດ້ສວຍໂອກາດຂຶ້ນລາຄາສິນຄ້າ, ຄ່າບໍລິການ ຫຼື ໄດ້ຂາຍສິນ ຄ້າແພງເກີນຂອບເຂດໃນເວລາເກີດໄພແຫ້ງແລ້ງ, ໄພຖ້ວມ ຫຼື ໃນເວລາທີ່ມີສະພາບການຫຍຸ້ງຍາກເກີດຂຶ້ນໃນທ້ອງຖິ່ນ ໃດໜຶ່ງ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

ພາບປະກອບ

ມາດຕາ 278 ການກັກຕຸນສິນຄ້າ: ບຸກຄົນໃດ ຫາກໄດ້ກັກຕຸນ, ຊຸກເຊື່ອງສິນຄ້າ ໄວ້ໃນວິສາຫະກິດ, ບໍລິສັດ, ຫ້າງຮ້ານຂອງຕົນ ຫຼື ຢູ່ບ່ອນອື່ນເພື່ອສ້າງຄວາມປັ່ນປ່ວນທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຈະຖືກລົງໂທດຕັດອິດສະຫຼະພາບແຕ່ ໜຶ່ງປີ ຫາ ສີ່ປີ ແລະ ຈະຖືກປັບໃໝແຕ່10.000.000 ກີບ ຫາ 50.000.000 ກີບ.

ພາບປະກອບ

ຂະນະທີ່, ກະຊວງສາທາລະນະສຸກ, ກົມອາຫານ ແລະ ຢາ ກໍ່ໄດ້ອອກມາແຈ້ງການ ສະບັບເລກທີ 1012/ກອຢ ລົງວັນທີ 3 ກຸມພາ 2020 ເຖິງຫົວໜ້າພະແນກສາທາລະນະສຸກ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ຫ້າມຂຶ້ນລາຄາຢາ ແລະ ຜະລິດຕະພັນການແພດ ທີ່ນໍາໃຊ້ເຂົ້າໃນການປ້ອງກັນພະຍາດອັກເສບປອດຮຸນແຮງ ທີ່ເກີດຂຶ້ນຈາກເຊື້ອຈຸລະໂຣກໄວຣັສໂຄໂຣນາສາຍພັນໃໝ່. ຖ້າກວດພົບເຫັນຜູ້ລະເມີດແມ່ນຈະຖືກປັບໃໝຕາມລະບຽບການ.

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່