Monday, March 24, 2025

ໂອກາດທອງ! ສຳລັບເພດຍິງຢາກເປັນນັກກິລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15​ ປີ,18 ປີ ແລະ ຮຸ່ນທົ່ວໄປ

ສະຫະພັນບານເຕະແຫ່ງຊາດລາວ ປະກາດຄັດເລືອກນັກກິລາຍິງ ຮຸ່ນອາຍຸບໍ່ເກີນ 15​ ປີ, ຮຸ່ນອາຍຸບໍ່ເກີນ 18 ປີ ແລະ ຮຸ່ນທົ່ວໄປ ເພື່ອເຂົ້າຮ່ວມ ທີມຊາດລາວ. ການຄັດເລຶອກ ແມ່ນຈະຈັດຂຶ້ນ ຢູ່ທີ່ ແຂວງສະຫວັນນະເຂດ, ແຂວງຈຳປາສັກ,ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ

ອີງຕາມແຜນການເຄື່ອນໄຫວຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2020 ສຕລ, ການຕົກລົງເຫັນດີເປັນເອກະພາບຂອງອະນຸກຳມະການບານເຕະຍິງຂອງ ສະຫະພັນບານເຕະແຫ່ງຊາດລາວ ມີ ຈຸດປະສົງຄັດເລືອກນັກກິລາທີ່ມີ ພອນສະຫວັນ ແລະ ທັກສະ ເພື່ອກະກຽມນັກກິລາ ທີມບານເຕະຍິງທີມຊາດລາວ ຮຸ່ນອາຍຸ ບໍ່ເກີນ 15 ປີ,ທີມບານເຕະຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 18 ປິ ແລະ ທີມບານເຕະຍິງທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນບານເຕະຊາຍລະດັບນາໆຊາດໃນປີ 2020.

ລາຍລະອຽດການຄັດເລືອກມີດັ່ງນີ້:
#ວັນທີ 06 – 07 ກຸມພາ 2020 ຢູ່ທີ່ແຂວງສະຫວັນນະເຂດ
– ວັນທີ 06 ກຸມພາ 2020 ເວລາ 15:00 – 18:30 ຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ, ວັນທີ 07 ກຸມພາ 2020 ຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ ເວລາ 09:30 – 11:30, ເວລາ 15:00 – 18:30.
#ວັນທີ 10 – 11 ກຸມພາ 2020 ຢູ່ທີ່ແຂວງຈຳປາສັກ
– ວັນທີ 10 ກຸມພາ 2020 ເວລາ 15:00 – 18:30 ຢູ່ທີ່ສະຫນາມກິລາແຂວງຈຳປາສັກ, ວັນທີ 11 ກຸມພາ 2020 ຢູ່ທີ່ສະຫນາມກິລາແຂວງຈຳປາສັກ ເວລາ 09:30 – 11:30, ເວລາ 15:00 – 18:30.
#ວັນທີ 20 – 21 ກຸມພາ 2020 ຢູ່ທີ່ແຂວງຫຼວງພະບາງ
– ວັນທີ 20 ກຸມພາ 2020 ເວລາ 15:00 – 18:30 ຢູ່ທີ່ສະຫນາມກິລາແຂວງຫຼວງພະບາງ, ວັນທີ 11 ກຸມພາ 2020 ຢູ່ທີ່ສະຫນາມກິລາແຂວງຫຼວງພະບາງ ເວລາ 09:30 – 11:30, ເວລາ 15:00 – 18:30.
#ວັນທີ 25 – 26 ກຸມພາ 2020 ຢູ່ທີ່ແຂວງໄຊຍະບູລີ
– ວັນທີ 25 ກຸມພາ 2020 ເວລາ 15:00 – 18:30 ຢູ່ທີ່ສະຫນາມກິລາແຂວງໄຊຍະບູລີ, ວັນທີ 26 ກຸມພາ 2020 ຢູ່ທີ່ສະຫນາມກິລາແຂວງໄຊຍະບູລີ ເວລາ 09:30 – 11:30, ເວລາ 15:00 – 18:30.

ຫມາຍເຫດ :
– ການຄັດເລືອກໃນຄັ້ງນີ້ ໂດຍແມ່ນ ທ່ານ ນາງ ພອນທິບ ແສງມະນີ ຫົວຫນ້າຄູຝຶກທີມຊາດຍິງລາວ ແລະ ທ່ານ ນາງ ນົກ ດວງມາລາ ຜູ້ຊ່ວຍຄູຝຶກທີມຊາດຍິງລາວ ຈະເປັນຜູ້ຄັດເລືອກ.
– ນັກກິລາທີ່ເຂົ້າຮ່ວມຄັດເລືອກຕ້ອງກຽມຮ່າງກາຍໃຫ້ພ້ອມຕະຫລອດເວລາໃນການຄັດເລືອກ.
– ນັກກິລາທີ່ມາຈາກ ຕ່າງແຂວງ ຫລື ແຂວງໃກ້ຄຽງ ທີ່ຕ້ອງການມາຄັດເລືອກ ໃນຄັ້ງນີ້ ສາມາດມາຮ່ວມໄດ້ແຕ່ຕ້ອງກຸ້ມຕົນເອງ.
– ລົງທະບຽນຟຣີ ໃນມື້ທີ່ຄັດເລືອກຢູ່ສະຫນາມ.
– ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີ້ມໄດ້ທີ່ເບີ : 020 56703371, 020 52512321

ຕິດຕາມຂ່າວສານຈາກ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຫລາຍຊ່ອງທາງ

ແຫຼ່ງຂໍ້ມູນ : LaoFF

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.