Sunday, January 19, 2025

ມູນຄ່າການນຳເຂົ້າ ແລະສົ່ງອອກລາວ ປະຈຳເດືອນທັນວາບັນລຸໄດ້ 8,8 ພັນຕື້ກີບ

ມູນຄ່າການນໍາເຂົ້າ ແລະສົ່ງອອກຂອງ ສປປ ລາວ ປະຈໍາເດືອນທັນວາ 2019 ບັນລຸໄດ້ປະມານ 988 ລ້ານໂດລາ ຫຼືປະມານ 8,8 ພັນຕື້ກີບ ໃນນັ້ນ,ມູນຄ່າການສົ່ງ ອອກປະມານ 455 ລ້ານໂດລາ ແລະການນໍາເຂົ້າປະມານ 534 ລ້ານໂດລາ ແລະຂາດດຸນການຄ້າປະມານ 79 ລ້ານໂດລາສະຫະລັດ.

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າ ແລະສົ່ງອອກກະຊວງອຸດສາຫະກໍາ ແລະການຄ້າເປີດເຜີຍໃຫ້ຮູ້ວ່າ: ໝວດສິນຄ້າສົ່ງອອກຫຼັກສິນຄ້າສົ່ງອອກຫຼັກສະເລ່ຍທັງໝົດແມ່ນເປັນເງິນປະມານ 455 ລ້ານໂດ ລາເຊັ່ນ:

ແຮ່ທອງປະມານ 46 ລ້ານໂດລາ, ທອງແດງ ແລະເຄື່ອງຂອງທີ່ເຮັດ ດ້ວຍທອງແດງປະມານ 35 ລ້ານໂດລາ, ໝາກກ້ວຍປະມານ 23 ລ້ານໂດລາ,ເຫຍື້ອໄມ້ ແລະເສດເຈ້ຍປະມານ 36 ລ້ານໂລລາ,ເຄື່ອງດື່ມ (ນໍ້າອັດລົມ,ນໍ້າ,ເຄື່ອງດ່ືມຊູກໍາລັງ) ປະມານ 20 ລ້ານ ໂດລາ, ຄຳປະສົມ ແລະຄຳແທ່ງ ປະມານ 24 ລ້ານໂດລາ, ມັນຕົ້ນຫຼາຍກວ່າ 19 ລ້ານໂດລາ,ເຄື່ອງນຸ່ງຫົ່ມປະມານ 19 ລ້ານໂດລາສະຫະລັດ,ຢາງພາລາປະມານ 35 ລ້ານໂດລາ ແລະງົວ, ຄວາຍປະມານ 27 ລ້ານໂດລາ.

ສ່ວນໝວດສິນຄ້ານໍາເຂົ້າຫຼັກສິນຄ້ານໍາເຂົ້າຫຼັກຮ່ວມສະເລ່ຍທັງໝົດແມ່ນເປັນເງິນປະມານ 534 ລ້ານໂດລາເຊັ່ນ: ພາຫະນະທາງບົກນອກຈາກລົດໄຖນາ ແລະລົດ ຈັກປະມານ 35 ລ້ານໂດລາ, ເຄື່ອງໄຟຟ້າ ແລະອຸປະກອນໄຟຟ້າຫຼາຍກວ່າ 19 ລ້ານໂດລາສະຫະລັດ, ນໍ້າມັນກາຊວນປະມານ 47 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ປະມານ 50 ລ້ານ ໂດລາສະຫະລັດ, ເຫຼັກ ແລະເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ປະມານ 39 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ປະມານ 21 ລ້ານໂດລາສະຫະລັດ, ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ປະມານ 13 ລ້ານໂດລາສະຫະ ລັດ, ເຫຼັກເສັ້ນ ແລະເຫຼັກຮູບປະພັນຕ່າງໆ ປະມານ 15 ລ້ານໂດລາສະຫະລັດ, ພລາສະຕິກແລະເຄື່ອງໃຊ້ທີ່ ເຮັດດ້ວຍພລາສະຕິກປະມານ 17 ລ້ານ ໂດລາສະຫະ ລັດ ແລະສັດທີ່ມີຊີວິດປະມານ 29 ລ້ານໂດລາສະຫະລັດ.

ໃນນັ້ນ 5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ສປ ຈີນ ປະມານ 175 ລ້ານໂດລາສະຫະລັດ, ໄທປະມານ 100 ລ້ານໂດລາສະຫະລັດ, ສສ ຫວຽນນາມ ປະມານ 115 ລ້ານໂດລາສະຫະລັດ, ອິນເດຍປະມານ 10 ລ້ານໂດລາສະ ຫະລັດແລະຍີ່ປຸ່ນປະມານ 9 ລ້ານໂດລາສະຫະລັດ.

ສ່ວນ 5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີໄທປະມານ 285 ລ້ານໂດລາສະຫະລັດ, ສປ ຈີນ ປະມານ145 ລ້ານໂດລາສະຫະລັດ, ສສ ຫວຽດນາມ ປະມານ 61 ລ້ານໂດລາສະຫະລັດ, ຍີ່ປຸ່ນຫຼາຍ ກວ່າ 6 ລ້ານໂດລາສະຫະລັດ ແລະ ສ.ອາເມລິກາມີປະມານ 6 ລ້ານໂດລາສະຫະລັດ.

ໂດຍມູນຄ່າການນໍາເຂົ້າ ແລະສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 12 ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ແຫຼ່ງຂໍ້ມູນ: ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: