ຂໍຂອບໃຈນຳຜູ້ສະໜັບສະໜູນ
ພາບປະກອບ

ເຜົ່າອາຄາ ເຂດພູອາໂນມີຕົ້ນກຳເນີດມາຈາກ ສປ ຈີນ ໃນປະມານປີ 1806 ໄດເຄື່ອນຍ້າຍຈາກປະເທດຈີນເຂົ້າໄປອາໄສຢູ່ພາກເໜື່ອຂອງປະເທດຫວຽດນາມເຊິ່ງໃນເມື່ອກ່ອນເອີ້ນວ່າ:

ເມືອງແຖນ,ເມືອງລາ ຫຼືໃນປະຈຸບັນເອີ້ນວ່າ: ດຽນບຽນຟູ,ເຊີນລາ ແລະ ໄລເຈົາ ຂອງປະເທດຫວຽດນາມ

ພາບປະກອບ

ໃນໄລຍະຕໍ່ມາຍ້ອນທຳມະຊາດບໍ່ເອື້ອອຳນວຍຄວາມສະດວກມີຄວາມຫຍຸ້ງຍາກໃນການທຳມາຫາກີນ ແລະ ທາງດ້ານການເມືອງ ເຜົ່າອາຄາ ຈຶ່ງເຄື່ອນຍ້າຍມຸ້ງໜ້າເຂົ້າມາປະເທດລາວໃນປີ 1831 ໂດຍຂ້າມນ້ຳອູເຂົ້າມາທາງເມືອງ ຂວາ ແຂວງ ຜົ້ງສາລີ ແລະ ມາຕັ້ງຖິ່ນຖານໃນເຂດຈອມວັນ ຢາງເຕີຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ພາບປະກອບ

ໃນປີ 1862 ໄດ້ເຄື່ອນຍ້າຍເຂົ້າມາໃນເຂດອາໂນ ເມືອງຫຼາ ຈົນຮອດທຸກວັນນີ້.

ຊົນເຜົ່າອາຄາ ເຂດອາໂນ ປະກອບມີ 5 ບ້ານຄື: ບ້ານ ກົກໄມ້ໃຫຍ່, ບ້ານ ອາຄັງ, ບ້ານລາວຫວາງ, ບ້ານແສນຫຼວງ ແລະ ບ້ານ ອາໂນ.

ພາບປະກອບ

ເຜົ່າອາຄາ ມີວັດທະນະທຳ ແລະ ຮີດຄອງປະເພນີທີເປັນເອກະລັກສະເພາະຂອງເຜົ່າ ໄດ້ມີການສືບທອດກັນມາແຕ່ດົນນານເປັນຕົ້ນແມ່ນ ບຸນກີນຈຽງປີໃໝ່, ບຸນປະເພນີຂີ່ຊິງຊາ, ປະເພນີປະຕູໂຂງ ແລະ ຍັງມີສີລະປະວັນນະ ຄະດີການຂັບ,ການຮ້ອງຕ່າງໆອີກ.

ແຫຼ່ງຂໍ້ມູນ: Oudomxay Tourism

Hits: 159

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້