ຂໍຂອບໃຈນຳຜູ້ສະໜັບສະໜູນ
ທ່ານ ສີສະຫວາດ ສຸດທານີລະໄຊ

ທ່ານ ສີສະຫວາດ ສຸດທານີລະໄຊ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຢຶນຢັນວ່າ :

ພາບປະກອບ

ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໄວຣັດໂຄໂຣນາ ແຕ່ເຖິງຢ່າງໃດກໍ່ຕາມຮຽກຮ້ອງໃຫ້ ປະຊາຊົນ ເອົາໃຈໃສ່ເຝົ້າລະວັງ ໂດຍການຫລີກລ້ຽງການເດີນທາງໄປເຂດທີ່ມີການລະບາດ ຫລື ຊຸມຊົນແອອັດ, ຖ້າຈຳເປັນຈະໄປ ຕ້ອງໃສ່ຜ້າອັດປາກ, ຫລີກລ້ຽງການສຳພັດໃກ້ຊິດກັບຄົນທີ່ມີອາການຄ້າຍຄືເປັນຫວັດ ເຊັ່ນ ໄຂ້, ໄອ, ເກັບຄໍ ແລະ ຫາຍໃຈຍາກ,

ພາບປະກອບ

ຖ້າມີອາການທີ່ກ່າວມາຂ້າງເທິງກະລຸນາໄປພົບແພດໜໍທີ່ຢູ່ໃກ້ບ້ານ ແລະ ແຈ້ງປະຫວັດການເດີນທາງ ຂອງທ່ານຖ້າທ່ານໄປເຂດທີ່ມີການລະບາດພະຍາດດັ່ງກ່າວໃນໄລຍະ 14 ວັນກ່ອນມີອາການ, ຫລີກລ້ຽງການສຳພັດ ຫລື ກິນສັດເປັນ ຫລື ຕາຍ, ປະຕິບັດມາລະຍາດໃນການໄອ, ຈາມ ໂດຍການອັດປາກ ແລະ ດັງ, ໃສ່ຜ້າອັດປາກ, ລ້າງມືຂອງທ່ານໃສ່ສະບູ່ ທຸກໆຄັ້ງດ້ວຍນຳ້ສະອາດ ແລະ ອື່ນໆ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແຫຼ່ງຂໍ້ມູນ: ຂປລ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້