ປ່າໄມ້ເຂດຫວງຫ້າມໃນເມືອງທ່າແຕງ ແຂວງເຊກອງ ຖືກບຸກລຸກ 115.96 ເຮັກຕາ

ພາບປະກອບ


ໃນປີຜ່ານມາປ່າໄມ້ເຂດຫວງຫ້າມໃນເມືອງທ່າແຕງຖືກບຸກລຸກ 115.96 ເຮັກຕາ ເຊິ່ງໃນນີ້ ມີການບຸກລຸກ ເຂດປ່າປ້ອງກັນຫວ້ຍໂລ (ພູທຶງ) ເຊິ່ງເປັນ ປ່າປ້ອງກັນແຫ່ງຊາດລວມເນື້ອທີ່ທັງໝົດ15.1ເຮັກຕາ, ປ່າປ້ອງກັນຫົວນ້ຳເຊໂດນ (ປ່າປ້ອງກັນລະດັບແຂວງ) ເນື້້ອທີ່ປະມານ 8.96 ເຮັກຕາ, ເຂດປ່າປ້ອງກັນແຫຼ່ງນ້ຳພູຈວມ (ປ່າປ້ອງກັນລະດັບຊາດ) ຖືກບຸກລຸກເນື່ອທີ່ປະມານ91.9 ເຮັກຕາ.

ໃນນັ້ນມີເນື້ອທີ່ປ່າໄມ້ທັງໝົດຂອງເມືອງມີ 25,902 ເຮັກຕາ ກວມເອົາ 36.8% ຂອງເນື້ອທີ່ທົ່ວເມືອງທ່າແຕງ.

ພາບປະກອບ

ຈາກກອງປະຊຸມ ປຶກສາຫາລືກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການບຸກທຳລາຍຊັບພະຍາກອນປ່າໄມ້ໃນຂອບເຂດເມືອງທ່າແຕງ ທີ່ຈັດຂື້ນໃນວັນທີ 27 ມັງກອນ 2020 ໂດຍ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າແຕງ ແຂວງ ເຊກອງ ໄດ້ເນັ້ນໃຫ້ພາກສວ່ນທີ່ກ່ຽວຂອ້ງເປັນເຈົ້າການ ໃນການຈັດຕັ້ງປະຕິບັດຕາມພາລະບົດບາດຂອງ ຕົນຢ່າງເຂັ້ມງວດ ໃນການກວດເຂັ້ມ ເພື່ອຕ້ານ ແລະ ສະກັດກັ້ນ ປາກົດການບຸກທຳລາຍຊັບພະຍາກອນປ່າໄມ້ເຂດເມືອງ ທ່າແຕງໃຫ້ຫຼຸດລົງ.

ຈາກການລາຍງານຂ່າວ ແມ່ນຍັງບໍ່ມີລາຍລະອຽດກ່ຽວກັບການລຸກບຸກຄັ້ງນີ້ວ່າ ແມ່ນໃຜ ແລະ ມີມາດຕະການແນວໃດກັບຜູ້ທີ່ບຸກລຸກ.

ພາບປະກອບ

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: