ວິໄສທັດ 2035 ຍຸດທະສາດ 2030 ແລະ ວຽກງານຈຸດສຸມ 2021-2025 ຂອງສູນກາງແນວລາວສ້າງຊາດ

ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ

ຄະນະວິຊາການ ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ໃນການສົ່ງເສີມ ແລະ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໃຫ້ມີສ່ວນຮ່ວມ ໃນການຄຸ້ມຄອງນຳໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ຮ່າງວິໄສທັດ 2035, ຍຸດທະສາດ 2030 ແລະ ວຽກງານຈຸດສຸມ 2021-2025 ຂອງສູນກາງແນວລາວສ້າງຊາດ,

ໂດຍການເປັນປະທານຂອງທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າກົມ ແລະ ສູນຝຶກອົບຮົມ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ສູນກາງແນວລາວສ້າງຊາດເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານປະຫວັດຄວາມເປັນມາ ຂອງໂຄງການສ້າງຄວາມເຂັ້ມແຂງ ໃຫ້ແນວລາວສ້າງຊາດ, ລາຍງານຜົນການລົງເກັບກໍາຂໍ້ມູນບ້ານຂຽວສະອາດງາມຕາ ຢູ່ບັນດາເມືອງຂອງນະຄອນຫຼວງວຽງຈັນ ແລະ ໄດ້ຮັບຟັງການຜ່ານຮ່າງວິໄສທັດ 2035, ຍຸດທະສາດ 2030 ແລະ ວຽກງານຈຸດສຸມ 2021-2025 ຂອງສູນກາງແນວລາວສ້າງຊາດໂດຍສັງເຂບ.

ພ້ອມກັນນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນແລກປ່ຽນຕໍ່ຮ່າງເອກະສານດັ່ງກ່າວ ຢ່າງກົງໄປກົງມາ.

ທ່ານ ປະທານກອງປະຊຸມ ກໍໄດ້ສະຫຼຸບ ແລະ ມີທິດຊີ້ນຳວ່າ: ຕ້ອງພ້ອມກັນສືບຕໍ່ໂດຍເລີ່ມຈາກແຕ່ລະກົມ ທີ່ຕິດພັນກັບພາລະບົດບາດຂອງຕົນ ທັງນີ້ເພື່ອແນໃສ່ໃຫ້ທຸກໂຄງການ, ກິດຈະກຳຂອງສູນກາງແນວລາວສ້າງຊາດ ສອດຄ່ອງກັບວິໄສທັດ ແລະ ແຜນຍຸດທະສາດ ຂອງພັກ-ລັດ ແລະ ຈະເປັນບ່ອນອີງໃນການສ້າງແຜນງານ, ໂຄງການ, ແຜນການໃນຊຸມປີຕໍ່ໜ້າ ເພື່ອກະກຽມໃສ່ກອງປະຊຸມໃຫຍ່ ຄັ້ງທີ XI ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ.

ແຫຼ່ງຂໍ້ມູນ: ກົມໂຄສະນາ-ອົບຮົມ ສນຊ 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...