Monday, November 10, 2025
Kbank Laos โอน รับ จ่าย

ເປີດແລ້ວ!!! ງານບຸນນະມັດສະການພະທາດໂຜ່ນ ປະຈໍາປີ 2020

ພາບປະກອບ

ພິທີເປີດງານບຸນນະມັດສະການພະທາດໂຜ່ນປະຈໍາປີ 2020 ໄດ້ຈັດຂຶ້ນຢ່າງເປັນທາງການລະຫວ່າງວັນທີ 4-8 ກຸມພາ2020 ທີ່ເວທີກາງວັດພະທາດໂຜ່ນໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວົງເພັດ ໄຊສະຫວງ ຮອງເຈົ້າແຂວງໆ ສະຫວັນນະເຂດ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະອໍານວຍການສະຖາ ບັນການສຶກສາຕ່າງໆ, ເລຂາພັກເມືອງ-ເຈົ້າເມືອງ ແລະເມືອງອອ້ມຂ້າງເຂົ້າຮ່ວມ, ກໍາມະການພັກເມືອງ, ຫ້ອງການອອ້ມຂ້າງເມືອງ, ບັນດາເລຂາໜ່ວຍພັກ-ນາຍບ້ານ 8 ກຸ່ມບ້ານ ພາຍໃນເມືອງ, ອົງການຈັດຕັ້ງມະຫາຊົນ, ຕະຫລອດເຖິງປະຊາຊົນຜູ້ມາທ່ຽວງານບຸນເຂົ້າຮ່ວມຢ່າງຄຶກຄື້ນ.

ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໆ ໄຊພູທອງປະທານຈັດງານບຸນດັ່ງກ່າວໄດ້ຂຶ້ນກ່າວເປີດງານຢ່າງເປັນທາງການຊຶ່ງບາງຕອນທ່ານກ່າວວ່າ:

ພາບປະກອບ

ການຈັດງານບຸນນະມັດ ສະການພະທາດໂຜ່ນປະຈໍາປີ 2020 ຊິ່ງເປັນບຸນໃຫຍ່ຂອງຊາວແຂວງສະຫວັນນະເຂດ, ເວົ້າສະເພາະກໍຄືຊາວ ເມືອງໄຊພູທອງ ທີ່ໄດ້ຈັດຂຶ້ນເປັນປະຈໍາ ໃນທຸກໆປີເພື່ອເປັນການສຶບທອດມູນເຊື້ອປະເພນີອັນດີງາມທີ່ເປັນເອກະລັກທາງດ້ານວັດທະນະທຳທີ່ອຸດົມສົມບູນມີຫຼາຍສີສັນ ແລະ ມີການເຂົ້າຮ່ວມກວ້າງຂວາງຂອງປວງຊົນລາວບັນ ດາເຜົ່າໃນຂອບເຂດທົ່ວປະເທດ ແລະປະເທດໃກ້ຄຽງ,

ຈຸດປະສົງຂອງການຈັດງານດັ່ງກ່າວຮັບປະກັນໃຫ້ໄດ້ການອະນຸລັກຮັກສາການສົ່ງເສີມວັດທະນະທຳຮີດຄອງປະເພ ນີອັນດີງາມທີ່ໄດ້ສືບທອດກັນຫຼາຍຮຸ່ນຄົນໃຫ້ມີຄວາມຍຶນຍົງຄົງຄູ່ຄົນລາວຕະຫຼອດໄປເປັນການສ້າງໂອກາດໃນການໂຄສະນາກ່ານທ່ອງທ່ຽວຂອງ ສປປ ລາວ ແລະການທ່ອງທ່ຽວຂອງເມືອງໄຊພູທອງ, ເປັນການຊຸກຍູ້ສົ່ງເສີມການຜະລິດເສດຖະກິດທຸກພາກສ່ວນເສດຖະກິດ.

ທ່ານ ຄໍາວິໃສ ຜຸຍຍະວົງ ຍັງໄດ້ຍົກໃຫ້ປະຫວັດຄວາມເປັນມາເຫັນໄດ້ເຖິງຄວາມເປັນຈິງຂອງເມືອງໄຊພູທອງຖືວ່າເປັນເມືອງໜຶ່ງໃນດິນແດນແຫ່ງອະລິຍະທໍາທັງນີ້ກໍຍ້ອນເປັນທີ່ຕັ້ງຂອງພະທາດໂພ່ນເຊິ່ງແມ່ນປູ່ສະນີຍະສະຖານທີ່ມີຄວາມສັກສິດຄູ່ບ້ານຄູ່ເມືອງຂອງຊາວພຸດເວົ້າລວມກໍຄືຊາວພຸດທະສາສະນິກະຊົນທີ່ໃຫ້ຄວາມເຄົາລົບບູຊາມາແຕ່ບູຮານນະການຊຶ່ງຕາມຕໍານານໄດ້ກ່າວໄວ້ວ່າ:

ເຈົ້າແມ່ແພງສີໄດ້ພ້ອມໃຈກັນສ້າງພະທາດອົງນີ້ ຂຶ້ນໃນຕອນຄໍ່າຂອງວັນພຸດ ເດືອນ12 ພສ 118 ລົງມືສ້າງຕ່ອນຄໍ່າ ສ້າງດ້ວຍ ຫີນເຂົ້າຈີ່ ຫຼືເອີ້ນວ່າ: (ຫີນໝາມໜໍ່) ກໍເປັນທາດອຸໂມງ (ຮູບໂອຂວໍ້າ) ພະ ທາດຮູບນີ້ກວ້າງດ້ານລະ 12 ວາສ້າງ ມື້ໜຶ່ງກັບຄືນໜຶ່ງຈຶ່ງສໍາເລັດ.

ມາເຖິງປະ ຈຸບັນນີ້ມີອາຍຸເຖິງ 2.439 ປີ ສະນັ້ນສະຖານທີ່ແຫ່ງນີ້ຈຶ່ງຖືວ່າເປັນມໍລະດົກຕົກທອດ, ເປັນຊັບສົມບັດມິ່ງບ້ານມິ່ງເມືອງທີ່ມີຄ່າສູງ, ໂດດເດັ່ນທາງດ້ານວັດ ທະນະທໍາອັນລໍ້າຄ່າແລະເປັນປະຫວັດສາດເຊິ່ງຕິດພັນກັບແບບແຜນດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າມາແຕ່ດຶກດໍາບັນຢັ້ງຢືນເຖິງຄວາມເປັນມາຂອງຊາດລາວ, ຄົນລາວໃນແຕ່ລະຍຸກສະໄໝ ແລະຍັງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີສໍາຄັນ ແລະ ມີຊື່ສຽງອີກແຫ່ງໜຶ່ງຂອງແຂວງສະຫວັນນະເຂດກໍຄືຂອງຊາວ ເມືອງໄຊທອງ.

ພາບປະກອບ

ໃນພິທີບັນດາການນໍາພັກ-ລັດ ແຂວງກໍ່ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດເພື່ອ ເປັນສັນຍາລັກແຫ່ງການກ່າວເປີດງານຂຶ້ນຢ່າງເປັນທາງການ.

ຈາກນັ້ນການນໍາພັກ-ລັດກໍໄດ້ເຂົ້າຮ່ວມການແຮ່ຜາສາດເຜິ້ງໃຫຍ່ ແລະຂະບວນແຫ່ຜາສາດເຜິ້ງຂອງກຸ່ມບ້ານພາຍໃນເມືອງໄຊພູທອງ ແລະເພື່ອເປັນການສາກາລະບູຊາເປັນການສຶບສານວັດທະນະທໍາລາວທີ່ເຄີຍປະຕິບັດກັນມາຖືວ່າເປັນປີທໍາອິດທີ່ໄດ້ຈັດໃຫ້ມີກິດຈະກໍານີ້ຂຶ້ນມາເພື່ອເປັນການບູຊາແດ່ອົງພະທາດໂຜ່ນ.

ພ້ອມນັ້ນກໍໄດ້ຊົມການສະແດງກີລາປະເພນີເປັນຕົ້ນແມ່ນກີລາຄື: ຍ່າງໄມ້ໂຖກແຖກ, ແລ່ນກະສອບພ້ອມນີ້ກໍຍັງໄດ້ຊົມການສະແດງສິລະປະວັນນະຄະດີມີ 9 ຂະບວນຟ້ອນຂອງກຸ່ມບ້ານພາຍໃນເມືອງ ແລະ ປະ ກວດຮ້ອງເພງຂອງນ້ອງນັກຮຽນ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ພັນທະມິດ ວົງສຸທິ, ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.