Sunday, February 16, 2025

ເມືອງທົ່ງມີໄຊ ເປີດການແຂ່ງຂັນສອບເສງນັກຮຽນເກັ່ງ ແລະ ຖາມ-ຕອບ ຄວາມຮູ້ວິທະຍາສາດຂັ້ນເມືອງ

ຢູ່ໂຮງຮຽນປະຖົມສົມບູນ ບ້ານໃຫຍ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ເປີດພິທີດຳເນີນການສອບເສັງນັກຮຽນເກັ່ງ ແລະ ຖາມ-ຕອບ ຄວາມຮູ້ວິທະຍາສາດສາຍສາມັນສຶກສາຂັ້ນເມືອງຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້້າຮ່ວມ ຂອງທ່ານ ອາລຸນສັກ ລິນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ຮອງເຈົ້າເມືອງໆທົ່ງມີໄຊ, ທ່ານ ທອງລ່ຽນ ແກ້ວມະນີ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຜູ້ອຳນວຍການໂຮງຮຽນອ້ອມຂ້າງເມືອງ, ຄູ-ອານຈານຕະຫຼອດຮອດນັກສອບເສັງ ນັກ ຖາມ-ຕອບຄວາມຮູ້ວິທະຍາສາດເຂົ້າຮ່ວມ.

ໃນພິທີ ທ່ານອາລຸນສັກ ລິນທະວົງ ຮອງເລຂາຄະນະບໍລິຫານພັກເມືອງ ຮອງເຈົ້າເມືອງໆທົ່ງມີໄຊໄດ້ກ່າວເປີດພິທີ ຢ່າງເປັນທາງການເຊິ່ງທ່ານໄດ້ກ່າວວ່າ:

ການຈັດຕັ້ງການສອບເສງນັກຮຽນເກັ່ງສາຍສາມັນສຶກສາໄດ້ມີຕົວແທນນັກຮຽນເກັ່ງມາຈາກໂຮງຮຽນປະຖົມ 10 ແຫ່ງ, ມັດທະຍົມຕົ້ນ 4 ແຫ່ງ ແລະ ມັດທະຍົມຕອນປາຍ 2 ແຫ່ງ.

ການສອບເສັງໄດ້ແບ່ງເປັນ 2 ສາຍຄື ສາຍຊັ້ນປະຖົມສຶກສາຂັ້ນ ປ3 – ປ5 ຈະໄດ້ສອບເສັງ 4 ວິຊາ ຄື:

ພາສາລາວ,​ຄະນິດສາດ, ໂລກອ້ອມຕົວ ແລະ ພາສາອັງກິດ ສາຍຊັ້ນມັດທະຍົມສຶກສາຕອນນຕົ້ນມ4 ແລະ ຊັ້ນມັດທະຍົມຕອນປາຍມ6 ສອບເສັງ 4 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ.

ໃນນີ້ຕ້ອງຮັບຮູ້ວ່າ ເກນຄະແນນ ນັກຮຽນເກັ່ງນັບແຕ່ສູນກາງລົງຮອດທ້ອງຖິ່ນແມ່ນໄດ້ກໍານົດໄວ້ໃນຄະແນນ 7-10 (ຖ້າສອບເສັງໄດ້ຄະແນນ 6,99 ລົງມາ ຖືວ່າບໍ່ແມ່ນເກນຄະແນນ ຂອງນັກຮຽນເກັ່ງ) ນອກຈາກການສອບເສັງຄັດເລືອກນັກຮຽນເກັ່ງແລ້ວ ປີນີ້ຄະນະຮັບຜິດຊອບໄດ້ຈັດໃຫ້ມີການແຂ່ງຂັນຖາມ-ຕອບ ຄວາມຮູ້ວິທະຍາສາດຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມແຕ່ລະໂຮງຮຽນມີ 1 ທີມ

ເຊິ່ງຖືວ່າເປັນວິທີໜຶ່ງໃນການທົດສອບຄວາມຮູ້,​ຄວາມສາມາດ, ​ຄວາມສະຫຼາດ ແລະ ໄຫວພີກ ທີ່ນັກຮຽນຈະຕ້ອງກ້າສະແດງອອກ ເພື່ອໃຫ້ສົມກັບວ່າເປັນຕົວແທນນັກຮຽນເກັ່ງຈາກໂຮງຮຽນທີ່ຜ່ານການຄັດເລືອກມາແລ້ວນັ້ນ ເພື່ອມາວັດຜົນໃນລະດັບເມືອງ ພ້ອມທັງເປັນການຄັດເລືອກເອົານັກຮຽນເກັ່ງຊັ້ນປະຖົມ, ມັດທະຍົມສຶກສາຕອນຕົ້ນຂັ້ນ ມ4 ແລະ ມັດທະຍົມສຶກສາຕອນປາຍຂັ້ນ ມ7

ໄປຮ່ວມແຂ່ງຂັນຢູ່ຂັ້ນແຂວງ ເພື່ອເຮັດໃຫ້ການສອບເສັງ ແລະ ຖາມ-ຕອບວິທະຍາສາດມີປະສິດທິຜົນສູງ ແລະ ຮັບປະກັນໃຫ້ໄດ້ດ້ານຫຼັກການຂອງການສອບເສັງມີຄວາມຖືກຕ້ອງ ແລະ ຄວາມຍຸດຕິທໍາ ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບໃນການສອບເສັງ,​ ຄະນະກໍາມະການຕ້ອງໄດ້ເອົາໃຈໃສ່ຊີ້ນໍາ ປະຕິບັດລະບຽບ ແລະ ວາລະການສອບເສັງຢ່າງເຄັ່ງຄັດ

ສໍາລັບນັກສອບເສັງທັງໝົດຈົ່ງພ້ອມກັນ ປະຕິບັດກົດລະບຽບການສອບເສັງໃຫ້ເຂັ້ມງວດ, ເອົາໃຈໃສ່ໃນການຄົ້ນຄິດ ໃສ່ບົດສອບເສັງ ຂອງຕົນຢ່າງເລິກເຊິ່ງ ເພື່ອເຮັດໃຫ້ຜົນການສອບເສັງອອກມາໄດ້ຄະແນນດີ, ສົມກັບຄວາມຕັ້ງໃຈທີ່ຕົນເອງ, ຜູ້ປົກຄອງ ແລະ ການຈັດຕັ້ງຄາດຫວັງເອົາໄວ້, ການສອບເສັງ, ການຖາມຕອບຄັ້ງນີ້ແມ່ນຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະສຳເລັດ.

ແຫຼ່ງຂໍ້ມູນ: ທົ່ງມີໄຊ ວັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.