Friday, July 11, 2025
Kbank Laos โอน รับ จ่าย

ນາຍົກ ເນັ້ນໃຫ້ປະຊາຊົນ ເມືອງສັງທອງ ສືບຕໍ່ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສັງທອງ ໂດຍມີຈຸດປະສົງເພື່ອຢ້ຽມຢາມພື້ນຖານການຜະລິດ ເປັນຕົ້ນແມ່ນກຸ່ມການຜະລິດຕະພັນໄມ້ປ່ອງ ບ້ານນາປໍ ແລະ ບ້ານຊໍ້,   2 ບ້ານຂອງໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ ເຊິ່ງເປັນໂຄງການຮ່ວມມືລະຫວ່າງສອງລັດຖະບານ ມູນຄ່າ 40 ຕື້ກວ່າກີບ ໂດຍມີເປົ້າໝາຍແນ່ໃສ່ການປັບປຸງພື້ນຖານໂຄງລ່າງ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ ແລະ ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ກາຍເປັນສິນຄ້າ.

ໂອກາດນີ້ ທ່ານນາຍົກລັດຖະມົນຕີ ກໍໄດ້ຍ້ອງຍໍຊົມເຊີຍປະຊາຊົນທີ່ມີຫົວຄິດປະດິດສ້າງ ໃນການໝູນວັດຖຸດິບທີ່ມີຢູ່ເພື່ອສ້າງມູນຄ່າເພີ່ມ ໂດຍຜະລິດເປັນສິນຄ້າທີ່ມີເອກະລັກ ແລະ ງົດງາມ ເພື່ອຂາຍເປັນສິນຄ້າ ນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ແລະ ໄດ້ເນັ້ນໃຫ້ປະຊາຊົນ ເມືອງສັງທອງ ໃຫ້ສືບຕໍ່ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ ແລະ ສືບຕໍ່ບຸກບືນໃນການພັດທະນາຄວາມຮູ້, ຄວາມສາມາດ ເນື່ອງຈາກວ່າ ຄວາມຮັ່ງມີ ແມ່ນຂຶ້ນກັບຄວາມດຸໝັ່ນ, ຄວາມພາກພຽນ, ຄວາມປະຢັດ ແລະ ຄວາມອົດທົນ, ທັງນີ້ ກໍເພື່ອປັບປຸງຊີວິດການເປັນຢູ່ ຈາກພໍກຸ້ມຢູ່ກຸ້ມກິນ ໃຫ້ກາຍເປັນຄອບຄົວທີ່ຮັ່ງມີໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: ຂ່າວສານປະເທດລາວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.