Friday, November 7, 2025
Kbank Laos โอน รับ จ่าย

ຊົມເຊີຍ…ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ປະເທດຍອດນິຍົມແຫ່ງການທ່ອງທ່ຽວ ປະຈຳປີ 2020

ເມື່ອບໍ່ດົນຜ່ານມານີ້ ທ່ານ ພົງສະຫວັນ ສີສຸລາດ, ເອກອັກຄະລະຖະທູດ ໄດ້ຕາງໜ້າ ສປປ ລາວ ເຂົ້າຮ່ວມງານປະກາດລາງວັນຂອງ ວາລະສານການທ່ອງທ່ຽວ Wanderlust ຂອງປະເທດອັງກິດ ປະຈຳປີ 2020 (Wanderlust Reader Travel Award 2020).

ຊຶ່ງຄັ້ງໃນນີ້ ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ໂດຍໄດ້ຮັບຄະແນນສຽງ (96.25%) ປະເທດຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ (Top Country) ຈາກຜົນການລົງຄະແນນສຽງຄວາມພໍໃຈຂອງຜູ້ອ່ານວາລະສານຜ່ານທາງອອນລາຍ 8,500 ກວ່າຄົນ.

ສຳລັບຜົນການປະກາດລາງວັນອັນດັບທີ 1 ຂອງ Top Country ແມ່ນປະເທດ ນາມີເບຍ ດ້ວຍຄະແນນ (96.77%), ອັນດັບທີ 2 ແມ່ນປະເທດ ເປຣູ ດ້ວຍຄະແນນ (96.33%) ແລະ ອັນດັບທີ 3 ແມ່ນ ສປປ ລາວ ດ້ວຍຄະແນນ (96.25%). ສ່ວນອັນດັບທີ 4 ເຖິງ 10 (ແມ່ນບໍ່ໄດ້ຮັບລາງວັນ) ຄື: ນິວຊີແລນ, ຍີ່ປຸ່ນ, ທານຊາເນຍ, ການາດາ, ເຄນຢາ, ຫວຽດນາມ ແລະ ອິນເດຍ ລຽງຕາມລຳດັບ.

ເຄື່ອງໜາຍລາງວັນ Top Country

ການຮັບລາງວັນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບລາງວັນປະເພດ Top Country ຜ່ານມາ ມີພຽງແຕ່ ຫຼວງພະບາງ ທີ່ໄດ້ຮັບລາງວັນອັນດັບທີ 1 ປະເພດເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງໂລກ (Best City ຫຼື Top City) ຊຶ່ງໄດ້ຮັບມາແລ້ວ 8 ຄັ້ງ ແລະ ກໍຕິດ 1 ໃນ 10 ເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງໂລກມາຫຼາຍຄັ້ງ ຕັ້ງແຕ່ປີ 2006.

ການໄດ້ຮັບລາງວັນໃນຄັ້ງນີ້ ຖືເປັນຂີດໝາຍທີ່ສຳຄັນ ທີ່ເຮັດໃຫ້ຊື່ “Laos” ປະກົດຕົວໃນສື່ອອນລາຍຂອງວົງການທ່ອງທ່ຽວໂລກເປັນຄັ້ງທຳອິດ ແລະ ຍັງສະແດງໃຫ້ເຫັນວ່າ ບໍ່ສະເພາະແຕ່ ຫຼວງພະບາງ ເທົ່ານັ້ນ ແຕ່ຍັງມີຫຼາຍຂົງເຂດອື່ນໆອີກຂອງ ສປປ ລາວ ທີ່ເປັນໜ້າທ່ອງທ່ຽວຢ່າງປະທັບໃຈເຊັ່ນກັນ.

ແຫຼ່ງຂໍ້ມູນ: Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.