Saturday, January 25, 2025

ລາຄາຄໍາຂຶ້ນຈຸ 7,6 ລ້ານກີບສູງສຸດໃນຮອບ 7 ປີ

ພຽງບໍ່ຮອດອາທິດລາຄາຄໍາໄດ້ປັບຂຶ້ນແບບກະໂດດ ໂດຍຂາຍວັນທີ 24 ກຸມພາ 2020 ທີ່ 7.669.000 ກີບຕໍ່ບາດ ເຫັນວ່າປັບຂຶ້ນ 2,9 ແສນກີບ ເມື່ອທຽບໃສ່ວັນທີວັນທີ 19 ກຸມພາ 2020.

ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ ກ່າວວ່າ:

ປັດໄຈທີ່ເຮັດໃຫ້ລາຄາຄຳຂຶ້ນ ເນື່ອງຈາກວ່າການລະບາດຂອງພະຍາດໂຄວິດ – 19 ທີ່ ສປ ຈີນ ເຮັດໃຫ້ກະທົບຕໍ່ເສດຖະກິດທົ່ວໂລກ ເພາະຢ່າງທີ່ຮູ້ກັນແລ້ວວ່າປະເທດຈີນ ເປັນປະເທດອຸດສາຫະກຳຂະໜາດໃຫຍ່ ເມື່ອຈີນຢຸດການຜະລິດ ແລະ ສົ່ງອອກສິນຄ້າບໍ່ໄດ້ ກໍກະທົບຕໍ່ການຄ້າຂາຍໃນທົ່ວໂລກ.

ທ່ານຍັງບອກຕື່ມອີກວ່າ: ໃນປັດຈຸບັນການລົງທຶນບໍ່ວ່າໃນຂະແໜງການໃດ ກໍຕົກຢູ່ໃນຄວາມສ່ຽງໄປໝົດ ຍົກເວັ້ນເສຍແຕ່ການລົງທຶນຄຳທີ່ເປັນການລົງທຶນໝັ້ນຄົງ ແລະ ເປັນຊັບສິນປອດໄພ.

ສະນັ້ນ, ຄຳຈຶ່ງເປັນທີ່ຕ້ອງການຂອງນັກລົງທຶນໃນປັດຈຸບັນ ແລະ ເມື່ອມີ ຄວາມຕ້ອງການສູງ ແນ່ນອນຈະເຮັດໃຫ້ລາຄາຄຳສູງຂຶ້ນ, ພ້ອມຄາດວ່າລາຄາຍັງຈະບໍ່ຢຸດພຽງເທົ່ານີ້ ຍັງຈະເປັນຂາຂຶ້ນອີກໃນ 3 – 6 ເດືອນຕໍ່ໜ້າ ເນື່ອງຈາກສະພາບການລະບາດຂອງພະຍາດ ໂຄວິດ – 19 ຢູ່ ສປ ຈີນ ແມ່ນຍັງບໍ່ທັນຄົ້ນພົບຢາໃນການປິ່ນປົວ ແລະ ຄາດວ່າຈະໃຊ້ເວລາຢ່າງໜ້ອຍ 2 ປີ ໃນການຟື້ນຟູເສດຖະກິດຫຼັງການຄວບຄຸມພະຍາດໄດ້ .

ສຳລັບທ່ານທີ່ມີຄຳຢາກຈະຂາຍໃນໄລຍະນີ້ກໍຖືວ່າດີຈະມີກຳໄລ ແຕ່ຖ້າຢາກຈະຊື້ກໍຊື້ໄດ້ ກໍລະນີຊື້ໃຊ້ໃນງານໝັ້ນ ຫຼື ງານດອງ ເພາະວ່າລາຄາຄຳຈະບໍ່ຢຸດພຽງເທົ່ານີ້ ເຊິ່ງຍັງຈະຂຶ້ນຕໍ່ໄປອີກ ແຕ່ຖ້າກໍລະນີຢາກຊື້ໄວ້ເພື່ອເກງກຳໄລ ຖ້າມີເງິນຫຼາຍກໍແນະນຳວ່າຊື້ໄດ້ ແຕ່ຖ້າມີເງິນຮ້ອນແບບມີເງິນເທົ່າໃດຊື້ໝົດ ເພື່ອຫວັງເອົາກຳໄລນັ້ນຈະບໍ່ແນະນຳ ຫຼື ກູ້ເງິນເພື່ອຊື້.

ສ່ວນລາຄາຄໍາໃນຕະຫຼາດໂລກ ວັນທີ 24 ກຸມພາ 2020 ເຫັນວ່າປັບຂຶ້ນຈຸລະດັບ 1.660 ໂດລາສະຫະລັດຕໍ່ອອນ ປັບຂຶ້ນ 26 ໂດລາຕໍ່ອອນ ຖ້າທຽບໃສ່ລາຄາໃນວັນສຸກຜ່ານມາ ຢູ່ທີ່ 1.635 ໂດລາຕໍ່ອອນ ເຊິ່ງເປັນການປັບຂຶ້ນສູງສຸດໃນຮອບ 7 ປີ ນັບຕັ້ງແຕ່ເດືອນກຸມພາ 2013 ທີ່ຂາຍໃນວັນທີ 22 ກຸມພາ 2013 ທີ່ 1.609 ໂດລາສະຫະລັດຕໍ່ອອນ ເນື່ອງຈາກການເປີດເຜີຍຂໍ້ມູນເສດຖະກິດທີ່ອ່ອນແອຂອງສະຫະລັດ, ອັດຕາຜົນຕອບແທນພັນທະບັດສະຫະລັດທີ່ຫຼຸດລົງ ແລະ ສະກຸນເງິນໂດລາທີ່ອ່ອນຄ່າ ໄດ້ກະຕຸ້ນການເຂົ້າຊື້ຄໍາໃນຖານະຊັບສິນປອດໄພ.

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ