Thursday, November 13, 2025
Kbank Laos โอน รับ จ่าย

ຊົມເຊີຍ! ລັດຖະບານໄທຊ່ວຍເຫຼືອອຸປະກອນການແພດຕອບໂຕ້ການລະບາດຂອງພະຍາດ COVID-19

ເພື່ອປະກອບສ່ວນປ້ອງກັນ ແລະ ຕອບໂຕ້ການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID- 19) ໃນວັນທີ 2 ມີນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີ ມອບ-ຮັບເຄື່ອງອຸປະກອນປ້ອງກັນຕົວຈາກເຊື້ອພະຍາດ COVID- 19 ຂຶ້ນຢ່າງເປັນທາງການ.

ໂດຍການສະໜັບສະໜູນຈາກລັດຖະບານໄທ ຕາງໜ້າມອບຂອງ ທ່ານ ດຳຣົງ ໄຄ່ຄວນ ເອກອັກຄະລາຊະທູດໄທປະຈຳ ສປປ ລາວ ຕາງໜ້າຮັບຂອງ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີ ພະນັກ ງານທັງສອງຝ່າຍເຂົ້າຮ່ວມ.

ທ່ານ ດຳຣົງ ໄຄ່ຄວນ ໄດ້ກ່າວວ່າ: ສະພາບຂອງໂລກໃນປັດຈຸບັນ ແມ່ນມີການລະບາດຢ່າງວ່ອງໄວຂອງພະຍາດ ໄປຫາບັນດາປະເທດຕ່າງໆໃນທົ່ວໂລກ ແລະ ບັນດາປະເທດທີ່ມີຄວາມສ່ຽງໃນການເກີດລະບາດ ກໍມີມາດຕະການປ້ອງກັນ ແລະ ໂຕ້ຕອບຕໍ່ການລະບາດດັ່ງກ່າວ ສຳລັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເຈວລ້າງມື 2.040 ຕຸກ ແລະ ຖົງມືທາງການແພດ 50.000 ຄູ່.

ທ່ານ ບຸນກອງ ສີຫາວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານໄທ ທີ່ໄດ້ນຳອຸປະກອນການແພດມາຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ ເຖິງແມ່ນວ່າປະເທດໄທກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ແລະ ກໍມີຜູ້ຕິດເຊື້ອ ເຊິ່ງປະເທດໄທເອງກໍມີຄວາມຕ້ອງການອຸປະກອນດັ່ງກ່າວເຊັ່ນກັນ ແຕ່ກໍຍັງມາເອື້ອເຟື້ອມາໃຫ້ ສປປ ລາວ

ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ ເປັນການເສຍສະຫຼະ ແລະ ມີນໍ້າໃຈຕໍ່ປະເທດເພື່ອນມິດໃກ້ຄຽງ ເພື່ອຕ້ານ ແລະ ຮັບມືກັບພະຍາດລະບາດທີ່ກຳລັງຄຸກຄາມຢູ່ປັດຈຸບັນ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.