Thursday, November 6, 2025
Kbank Laos โอน รับ จ่าย

ນາຍົກລັດຖະມົນຕີ ຢ້ຽມຊົມໂຄງການໄຟຟ້າຫົງສາ ແຂວງໄຊຍະບູລີ

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວ ເຮັດວຽກຢູ່ເມືອງຫົງສາ, ແຂວງໄຊຍະບູລີ ແລະໄດ້ໄປຢ້ຽມຊົມບໍລິສັດໄຟຟ້າຫົງສາຈໍາກັດ, ໂດຍມີ ທ່ານ ຄະທາຢຸດ ຊູພູນ, ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາຈໍາກັດ ພ້ອມດ້ວຍການນໍາ ແຂວງໄຊຍະບູລີ, ການນໍາເມືອງຫົງສາ, ຄະນະກໍາມະການບໍລິຫານ ບໍລິສັດໄຟຟ້າຫົງສາຈໍາກັດ ແລະປະຊາຊົນທ້ອງຖິ່ນໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນການເຄື່ອນໄຫວລົງທ້ອງຖິ່ນຄັ້ງນີ້, ທ່ານ ນາຍົກລັດຖະ​ມົນຕີ ໄດ້ລົງພື້ນທີ່ຢ້ຽມຢາມຫ້ອງການພາກສະໜາມ ຝ່າຍພັດທະນາສັງຄົມ ແລະຮ້ານຄ້າ ສະຫະກອນສົ່ງເສີມກະສິກໍາ ເມືອງຫົງສາ ທີ່ບໍລິສັດໄຟຟ້າຫົງສາຈໍາກັດ ໄດ້ຈັດຕັ້ງຂຶ້ນເພື່ອສົ່ງເສີມດ້ານການຕະຫລາດ, ລວມໄປເຖິງການກະຈາຍສິນຄ້າຂອງທ້ອງຖິ່ນອອກສູ່ຕະຫລາດຢ່າງເປັນລະບົບ, ໂດຍຕັ້ງເປົ້າໃຫ້ເປັນຕົ້ນແບບຂອງສະຫະກອນແຫ່ງທໍາອິດ ໃນພາກເໜືອຂອງ ສປປ ລາວ.

ຫລັງຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ກໍ່ໄດ້ເຂົ້າຊົມ ອາຄານຫົງຄໍາໄຊຍາຄານ ແລະຫ້ອງວາງສະ ແດງຂໍ້ມູນໃຫ້ຄວາມຮູ້, ຄວາມເຂົ້າໃຈກ່ຽວກັບການດໍາເນີນງານຂອງບໍລິສັດ ແລະຂະບວນການຜະລິດກະແສໄຟຟ້າ ທີ່ເປັນມິດກັບສິ່ງແວດລ້ອມ, ການພັດ​ທະນາຊຸມຊົນ ແລະສັງຄົມ.

ພ້ອມກັນນັ້ນ ທາງບໍລີສັດ ຍັງມີເປົ້າໝາຍສ້າງປະຊາຊົນທ້ອງຖິ່ນ ໃຫ້ເປັນພົນລະ​ເມືອງດີ ມີຜົນປະໂຫຍດຕໍ່ສັງຄົມ, ໂດຍສະເພາະຢ່າງຍິ່ງຕໍ່ກັບຊຸມຊົນ ເມືອງຫົງສາ, ເມືອງເງິນ ແຂວງໄຊຍະບູລີ ເວົ້າສະເພາະເວົ້າລວມ ທົ່ວປະເທດລາວ ໂດຍມີສ່ວນຮ່ວມໃນການຄິດຄົ້ນຫາກິດຈະກໍາຕ່າງໆທັງໃນດ້ານການສືບສານຂະນົບທໍານຽມ, ປະເພນີວັດທະນະທໍາ, ການສຶກສາ ແລະກິລາ ຢ່າງຕໍ່ເນື່ອງ,

ນໍາມາດຕະຖານການຈັດການດ້ານສິ່ງແວດລ້ອມຂອງທະນາຄານໂລກ ມາເປັນມາດຕະຖານໃນການດໍາເນີນງານ ຈົນໄດ້ຮັບການຮັບຮອງມາດຕະຖານດ້ານການຈັດການສິ່ງແວດລ້ອມໃນລະດັບສາກົນ ຫລື ISO 14001 version 2015 ໂດຍມີຕົວແທນເຍົາວະຊົນ ແລະອາວຸໂສ ຂອງເມືອງຫົງສາ ເຮັດໜ້າທີ່ເປັນຜູ້ບັນຍາຍ ແລະໃຫ້ຂໍ້ມູນກັບຄະນະ.

ສໍາລັບບໍລິສັດໄຟຟ້າຫົງສາຈໍາກັດ ຖືວ່າເປັນອີກພາກສ່ວນໜຶ່ງທີ່ມີບົດບາດສໍາຄັນໃນການຜະລິດພະລັງງານໄຟ ຟ້າທີ່ມີຄວາມສະຖຽນລະພາບໃຫ້ກັບ ສປປ ລາວ ແລະ ລາຊະ​ອານາຈັກໄທ ໂດຍໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ສາມາດຜະລິດກະແສໄຟຟ້າສົ່ງໃຫ້ກັບລັດວິສາຫະກິດໄຟ​ຟ້າລາວ 100 ເມກາວັດ ເທົ່າກັບ 8% ຂອງຄວາມຕ້ອງການພະລັງງານໄຟຟ້າ ໃນ ສປປ ລາວ ແລະຜະລິດກະແສໄຟຟ້າສົ່ງໃຫ້ແກ່ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຈໍານວນ 1.473 ເມກາວັດ ເທົ່າກັບ 6% ຂອງຄວາມຕ້ອງການພະລັງງານໄຟຟ້າໃນປະເທດໄທ.

ທ່ານ ຄະທາຢຸດ ຊູພູນ, ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາຈໍາກັດ ໄດ້ໃຫ້ຮູ້ວ່າ:

ຕະຫລອດໄລຍະເວລາ 5 ປີທີ່ຜ່ານມາ, ການດໍາເນີນງານຂອງບໍລິສັດໄຟຟ້າຫົງສາຈໍາກັດ ໄດ້ໃຫ້ຄວາມສໍາຄັນ ແລະປະຕິບັດຕົນເພື່ອໃຫ້ສອດຄ່ອງຕາມສັນຍາສໍາປະທານ ໂດຍໄດ້ສໍາເລັດຕາມຈຸດປະສົງ ແລະບັນລຸຕາມເປົ້າໝາຍທຸກປະການ ແລະເປັນສິ່ງຢັ້ງຢືນໄດ້ວ່າ ບໍລິສັດໄຟຟ້າຫົງສາຈໍາກັດ ມີຄວາມມຸ່ງໝັ້ນທີ່ຈະສະ​ໜັບສະ ໜູນ ແລະພ້ອມທີ່ຈະດໍາເນີນງານຕາມແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຂອງລັດຖະບານລາວ ກໍ່ຄື ການພັດທະນາປະເທດໃຫ້ເປັນແຫລ່ງພະລັງງານ ຂອງພາກພື້ນອາຊີ ຫລື “Battery of ASIA” ປະກອບກັບໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ມີສັກກະຍະພາບໃນການດໍາເນີນງານທີ່ມີຄວາມພ້ອມຈ່າຍກະແສໄຟຟ້າໄດ້ດີຂຶ້ນຕາມລໍາດັບ ແລະຍືນຍົງຕໍ່ໄປ ພາຍໃຕ້ວິໄສທັດຂອງບໍລິສັດໄຟຟ້າຫົງສາຈໍາກັດ ຄື:

ການເປັນໂຮງໄຟຟ້າປາກບໍ່ແຮ່ ນໍາໜ້າໃນອາຊຽນ ໂດຍການເຮັດວຽກທີ່ເປັນເລີດ ສ້າງຄວາມເຊື່ອໝັ້ນ ແລະຄວາມສຸກສູ່ສັງຄົມ ພ້ອມທີ່ຈະເປັນໂຮງໄຟຟ້າທີ່ສ້າງຄວາມໝັ້ນຄົງທາງດ້ານພະລັງງານໃຫ້ກັບສອງປະເທດສືບຕໍ່ໄປ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.