ໂຄສະນາເຜີຍແຜ່ວິທີປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ໃຫ້ຜູ້ປະກອບການທຸລະກິດ

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກຮ່ວມກັບຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນຈັດກອງປະຊຸມໂຄສະນາເຜີຍແຜ່ວິທີປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ໃຫ້ແກ່ບັນດາຜູ້ປະກອບການດ້ານໂຮງແຮມ ຮ້ານອາຫານ ຂະແໜ່ງການທ່ອງທ່ຽວ ແລະ ຂະແໜ່ງການກ່ຽວຂ້ອງເພື່ອໃຫ້ຮູ້ກ່ຽວກັບພະຍາດໂຄວິດ-19

ແລະ ຮູ້ເຖິງວິທີປ້ອງກັນຕົນເອງໄດ້ຈັດຂຶ້ນ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມທັງບັນດາຜູ້ປະກອບການຂະແໜ່ງການອື່ນໆ.

ທ່ານ ດຣ ພູທອນ ເມືອງປາກ ໄດ້ກ່າວວ່າ:

ການລະບາດຂອງພະຍາດໂຄວິດ-19 ມີທ່າອ່ຽງແຜ່ຂະຫຍາຍອອກສູ່ຫຼາຍປະເທດໃນໂລກ ເຊິ່ງແມ່ນພະຍາດໜຶ່ງທີ່ຕິດຕໍ່ຈາກສັດສູ່ຄົນ ແລະ ພັດທະນາຈາກຄົນສູ່ຄົນໃນຂົງເຂດອາຊີກໍມີການຂະຫຍາຍໄປຫຼາຍປະເທດ.

ໃນ ສປປ ລາວ ກໍໄດ້ມີມາດຕະການຢ່າງເຂັ້ມຂຸ້ນເພື່ອປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ.

ສະນັ້ນ, ເພື່ອໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລາມຂອງພະຍາດດັ່ງກ່າວໄດ້ ວິທີທີ່ດີທີ່ສຸກກໍຄືການຫຼີກລ່ຽງເຂົ້າໄປໃນພື້ນທີ່ມີການລະບາດ, ການອະນາໄມສ່ວນບຸກຄົນດ້ວຍວິທີການປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອ ແລະ ການອະນາໄມສະຖານທີ່ບໍ່ໃຫ້ເປັນແຫຼ່ງແຜ່ເຊື້ອ.

ການເຜີຍຈັດຕັ້ງການເຜີຍແຜ່ໃນການປ້ອງກັນການຕິດເຊື້ອໂຄວິດ-19 ໃຫ້ຜູ້ປະກອບການໂຮງແຮມ ຮ້ານອາ ຫານບັນດາສູນການຄ້າ ສະຖານີຂົນສົ່ງທາງບົກ ແລະ ອາກາດ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ນໍາເອົາຂໍ້ມູນຄວາມເປັນມາ ແລະ ອັນຕະລາຍ ວິທີປ້ອງກັນການຕິດເຊື້ອ ຮູ້ວິທີການຂ້າເຊື້ອທີ່ຖືກຕ້ອງໃນຂອບເຂດທີ່ຕົນຮັບຜິດຊອບ ແລະ ການສາທິດຕົວຈິງຈາກແພດໝໍໃນການໃຊ້ອຸປະກອນການແພດທີ່ຖືກຕ້ອງເພື່ອນໍາໄປໂຄສະນາຕໍ່ໄປ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...