ກອງສະໜາມບິນລາວໄດ້ແຈ້ງໃຫ້ ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫລວງພະບາງ, ສະໜາມບິນສາກົນສະຫວັນນະເຂດ ແລະ ສະໜາມບິນສາກົນປາກເຊ. ເອົາໃຈໃສ່ປະຕິບັດມາດຕະການຄວບຄຸມພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Vilus COV) ຕາມຫລັກການຂອງກະຊວງສາທາລະນະສຸກໃຫ້ເຂັ້ມງວດຄື: ໃຫ້ຕິດຕັ້ງອຸປະກອນກວດກາພະຍາດດັ່ງກ່າວຢູ່ປະຕູທາງເຂົ້າດ້ານໜ້າຕໍາຫລວດກວດຄົນເຂົ້າ-ອອກເມືອງ, ຖ້າພົບເຫັນຜູ້ໂດຍສານຂາເຂົ້າມີອາການຕິດເຊື້ອພະຍາດດັ່ງກ່າວຕ້ອງຮີບຮ້ອນແຈ້ງເຈົ້າໜ້າທີ່ຕໍາຫລວດກວດຄົນເຂົ້າເມືອງ (ຕມ) ປະຈໍາສະໜາມບິນ ເພື່ອປະຕິບັດຕາມລະບຽບການ ເຊິ່ງອາດຈະສົ່ງກັບຄືນປະເທດພ້ອມກັບສາຍການບິນດັ່ງກ່າວເລີຍ, ໃຫ້ແຕ່ລະສະໜາມບິນຈັດຊື້ແພອັດປາກໃຫ້ພະນັກງານທີ່ປະຕິບັດໜ້າທີ່ບໍລິການຜູ້ໂດຍສານຢູ່ສະໜາມບິນຂອງຕົນໃຫ້ທົ່ວເຖິງ, ໃຫ້ຈັດວາງອ່າງລ້າງມື ແລະ ເຈ້ຍເຊັດມືໃຫ້ຜູ້ໂດຍສານຂາເຂົ້າໃນຈຸດໃດໜຶ່ງ ສໍາລັບພະນັກງານຂອງຕົນ ແລະ...
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງ ເລື່ອງ ມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ເລີ່ມແຕ່ວັນທີ 1-31 ຕຸລາ 2020
ຄະນະສະເພາະກິດໄດ້ ຖະແຫຼງຂ່າວໃນວັນທີ 9 ເມສາ 2020 ນີ້ວ່າ: ໂດຍອີງຕາມຫນັງສືແຈ້ງການພະແນກການພົວພັນຕ່າງປະເທດຂອງ ແຂວງຮ່າຕິ່ງ ສສ ຫວຽດນາມ, ສະບັບເລກທີ 238/SNgV-LSBG,ລົງວັນທີ 07/04/2020 ແລະ ຫນັງສືລາຍງານຈາກສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນດານັງ ສສ ຫວຽດນາມ ສະບັບເລກທີ1 36/ກສ.ດນ, ລົງວັນທີ 08 ເມສາ 2020. ໃຫ້ຮູ້ວ່າມີນັກສຶກສາລາວ ຈໍານວນ 151 ຄົນ ໄດ້ລັກອອກຈາກຫໍພັກໂຮງຮຽນ ເພື່ອເດີນທາງກັບສປປ ລາວ.
ທ່ານ ຮສ ປອ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງ – ສຶກສາທິການ ແລະ ກິລາ ໃນນາມຕາງຫນ້າໃຫ້ແກ່ຄະນະນໍາກະຊວງສຶກສາທິການ ແລະ ກິລາ ແລະ ຄະນະສະເພາະກິດການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ໃຫ້ຮູ້ວ່າ: ນັກສຶກສາດັ່ງກ່າວມາຈາກ 03 ສະຖານການສຶກສາຄື: ມະຫາວິທະຍາໄລຮ່າຕິ້ງຈໍານວນ 70 ຄົນ, ວິທະຍາໄລການແພດຮ່າຕິ້ງ ຈໍານວນ53 ຄົນ ແລະ ວິທະຍາໄລເຕັກນິກ ຫວຽດ-ເຢຍລະມັນ ຈໍານວນ 28 ຄົນ, ໃນນີ້ເປັນນັກສຶກສາ: ແຂວງ ຄຳມ່ວນ 52 ຄົນ, ຊຽງຂວາງ 26 ຄົນ, ນະຄອນຫຼວງ 18 ຄົນ, ຈຳປາສັກ 12 ຄົນ, ສະຫວັນນະເຂດ 10 ຄົນ, ວຽງຈັນ 10 ຄົນ, ໄຊສົມບູນ 9 ຄົນ, ບໍລິຄຳໄຊ 3 ຄົນ, ສາລະວັນ 3 ຄົນ, ໄຊຍະບູລິ 2 ຄົນ, ຜົ້ງສາລີ 2 ຄົນ, ຫົວພັນ 2 ຄົນ, ອັດຕະປື 1 ຄົນ ແລະ ຫຼວງພະບາງ 1 ຄົນ.
ການກະທໍາດັ່ງກ່າວຖືວ່າ ເປັນການລະເມີດຕໍ່ຄໍາສັ່ງ, ແຈ້ງການ ແລະ ລະບຽບຂອງລັດຖະບານ ສສ ຫວຽດ ນາມ, ລັດຖະບານ ສປປ ລາວ, ແຂວງຮ່າຕິ່ງ ແລະ ສະຖານການສຶກສາ ກ່ຽວກັບການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.
ດັ່ງນັ້ນ, ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ທີ່ກໍາ ລັງແຜ່ລະບາດ ແລະ ມີຄວາມສ່ຽງສູງຕໍ່ສຸຂະພາບ ແລະ ຄວາມປອດໄພ ຂອງຄົນໃນສັງຄົມ. ກະຊວງສຶກສາທິການ ແລະ ກິລາ ຈຶ່ງອອກ ແຈ້ງການດັ່ງນີ້:
1 ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງລາຍງານການນໍາແຂວງ, ນະຄອນຫຼວງ, ປະສານສົມທົບພະແນກ ການຕ່າງປະເທດແຂວງ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ຂັ້ນ ທ້ອງຖິ່ນ ກ່ຽວກັບສະພາບນັກສຶກສາລາວທີ່ກໍາລັງສຶກສາຢູ່ ສສ ຫວຽດນາມ ແລະ ໄດ້ເດີນທາງກັບ ສປປ ລາວ.
2 ຮຽກຮ້ອງມາຍັງນັກສຶກສາ, ພໍ່ແມ່, ຜູ້ປົກຄອງຈົ່ງໃຫ້ການຮ່ວມມືສຶກສາອົບຮົມລູກຫຼານຂອງຕົນຜູ້ທີ່ບໍ່ທັນກັບລາວໃຫ້ປະຕິບັດຕາມ ຄໍາສັ່ງແລະ ກົດຫມາຍຂອງປະເທດເຈົ້າພາບກໍ່ຄືຄໍາສັ່ງຂອງນາຍົກ ລັດຖະມົນຕີ ສະບັບເລກທີ 06/ ນຍ, ລົງວັນທີ 29 ມີນາ 2020 ) ດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄ ວິດ 19 (ໂຄວິດ-19)ຢ່າງເຂັ້ມງວດ. ສໍາລັບນັກສຶກສາທີ່ກັບລາວ ແລ້ວໃຫ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຢ່າງເຂັ້ມງວດເພື່ອຮັບປະກັນຄວາມປອດໄພຂອງຕົນເອງ, ຄອບຄົວ, ສັງຄົມ ແລະປະເທດຊາດ.
3 ໃຫ້ນັກສຶກສາທີ່ກໍາລັງສຶກສາຢູ່ສະຖານການສຶກສາຕ່າງໆ ຂອງ ສສ ຫວຽດນາມ ໃຫ້ສືບຕໍ່ຢູ່ພາຍໃຕ້ການຄຸ້ມຄອງຂອງສະຖານການສຶກສາ, ບໍ່ໃຫ້ມີການເຄື່ອນຍ້າຍໄປມາ ຕາມທິດຊີ້ນໍາຂອງ ລັດຖະບານ ແລະ ໃຫ້ປະຕິບັດຕາມມາດຕະການການປ້ອງກັນ ຂອງປະເທດເຈົ້າພາບຢ່າງເຂັ້ມງວດ. ຈົນກວ່າສະພາບການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ
4 ສໍາລັບນັກສຶກສາລາວທີ່ກໍາລັງສຶກສາຢູ່ປະເທດອື່ນໆ ນອກຈາກ ສສ ຫວຽດນາມແມ່ນໃຫ້ສືບຕໍ່ປະຕິບັດຕາ ມທິດຊີ້ນໍາຂອງ ລັດຖະບານ, ສະຖານທູດລາວ ແລະ ມາດຕະການການປ້ອງກັນ ຂອງປະເທດເຈົ້າພາບຢ່າງເຂັ້ມງວດ.
ບໍລິສັດ PFG ຜູ້ຜະລິດປາກະປ໋ອງນໍຕິລຸດ ຢືນຢັນຄວາມປອດໄພຂອງປາກະປ໋ອງ ໂດຍລະບຸວ່າ: ສິນຄ້າສຳເລັດຮູບທີ່ບັນຈຸໃນພາຊະນະທີ່ປິດສະນິດ ໂດຍສະເພາະປາກະປ໋ອງ ນັ້ນ ແມ່ນຈະຜ່ານຂະບວນການຂ້າເຊື້ອເພື່ອການຄ້າ ດ້ວຍການຂ້າເຊື້ອຜ່ານຄວາມຮ້ອນໃນອຸນຫະພູມສູງກວ່າ 110°C ພາຍໃຕ້ຄວາມກົດດັນຫຼາຍກວ່າ 9 psi ເຊິ່ງສາມາດທຳລາຍເຊື້ອໄວຣັສ COVID-19 ໄດ້ແນ່ນອນ