ອຳນາດການປົກຄອງບ້ານເຂັ້ມແຂງ ບ້ານໄດ້ຮັບການພັດທະນາ

ທ່ານນາງ ມະນີວອນ ວົງສຸລິ ນາຍບ້ານໂພນສະຫວາດໃຕ້ ເມືອງສີໂຄດຕະບອງ ໃຫ້ສຳພາດວ່າ:

ໂພນສະຫວາດໃຕ້ເປັນບ້ານໜຶ່ງທີ່ໄດ້ເອົາໃຈໃສ່ໃນການສ້ອມແປງ ປັບປຸງເສັ້ນທາງຄົມມະນາໃຫ້ມີຄວາມສະ ອາດເປັນລະບົບລະບຽບ ແລະ ທຽວໄປມາສະດວກ ເມື່ອກ່ອນບັນດາເສັ້ນທາງຮ່ອມ ແລະ ທາງຫຼັກເປັນດິນແດງ ເຮັດໃຫ້ການໄປມາມີຄວາມຫຍຸ້ງຍາກ ໂດຍສະເພາະແມ່ນລະດູຝົນ ດັ່ງນັ້ນ ອຳນາດການປົກຄອງບ້ານຈຶ່ງໄດ້ປຶກສາຫາລືເພື່ອແກ້ໄຂບັນຫາດັ່ງກ່າວ ສະນັ້ນຈຶ່ງໄດ້ຕົກລົງສ້າງເປັນເສັ້ນທາງເບຕົງ ໂດຍແມ່ນທຶນປະຊາຊົນ 100%.

ທົ່ວບ້ານມີເສັ້ນທາງຮ່ອມທັງໝົດ 7 ເສັ້ນ ເສັ້ນທາງຫຼັກ 1 ເສັ້ນ ຍາວ 2.150 ແມັດ ປັດຈຸບັນເສັ້ນທາງເຫຼົ່ານີ້ໄດ້ສ້າງເປັນທາງປູເບຕົງສຳເລັດ 100% ມູນຄ່າ 1,5 ຕື້ກວ່າກີບ ການກໍ່ສ້າງບັນດາເສັ້ນທາງດັ່ງກ່າວ ໃນເບື້ອງ ຕົ້ນໄດ້ພົບຄວາມຫຍຸ້ງຍາກພໍສົມຄວນ ເນື່ອງຈາກວ່າປະຊາຊົນຈຳນວນໜຶ່ງບໍ່ເຂົ້າໃຈ ຫຼັງຈາກນັ້ນກໍໄດ້ມີການສຶກສາອົບຮົມແນວທາງນະໂຍບາຍຂອງພັກລັດ

ສະນັ້ນຈຶ່ງເຮັດໃຫ້ປະຊາຊົນມີຄວາມຕື່ນຕົວປະກອບສ່ວນທຶນຮອນໃນການສ້າງເສັ້ນທາງຫຼັກ ທາງຮ່ອມຕ່າງໆ ຕາມເງື່ອນໄຂ ແລະ ທ່າແຮງຂອງແຕ່ລະຄອບຄົວ ໃນນີ້ໄດ້ຮັບການສະໜັບສະໜູນຂອງນັກທຸລະກິດຈຳນວນໜຶ່ງ ມູນຄ່າຫຼາຍຮ້ອຍລ້ານກີບ ແລະ ຈະສືບຕໍ່ກໍ່ສ້າງເສັ້ນທາງທີ່ຍັງເປັນທາງດິນແດງປະທານ 100 ກວ່າແມັດໃຫ້ສຳເລັດ.

ນອກຈາກນີ້ກໍໄດ້ເອົາໃຈໃສ່ສ້າງຂະບວນການຕ່າງໆ ເປັນຕົ້ນແມ່ນຂະບວນການອະນາໄມຕ້ານໜອນນໍ້າຍຸງລາຍຢູ່ແຕ່ລະຄອບຄົວ ການເຂົ້າເຖິງການບໍລິການສາທາລະນະສຸກ ການສຶກສາ ການເຂົ້າເຖິງຂໍ້ມູນຂ່າວສານຜ່ານໂທລະໂຄ່ງບ້ານ ການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ.

ສະນັ້ນ ຈຶ່ງເຮັດໃຫ້ບ້ານໄດ້ຮັບນາມມະຍົດເປັນບ້ານປອດຄະດີ ປອດຢາເສບຕິດ ບ້ານພັດທະນາ ບ້ານເຂັ້ມແຂງ ບ້ານສາທາລະນະສຸກ ແລະ ອື່ນໆທີ່ຂັ້ນເທິງວາງອອກ ພ້ອມນີ້ ຍັງໄດ້ເອົາໃຈໃສ່ການຄວບຄຸມບໍ່ໃຫ້ມີການເປີດບໍລິການຮ້ານສະໜຸກເກີ ແລະ ຮ້ານບໍລິການອິນເຕີເນັດຕ່າງໆ.

ທັງນີ້ກໍເພື່ອຫຼີກລ່ຽງການມົ້ວສຸມສິ່ງເສບຕິດ ການລັກໜີໂມງຮຽນຂອງລູກຫຼານ ແລະ ອື່ນໆ ບັນດາຜົນງານທີ່ຍາດມາໄດ້ນັ້ນ ກໍຍ້ອນໄດ້ຮັບການຊີ້ນຳ-ນຳພາຂອງຂັ້ນເທິງ ໂດຍສະເພາະແມ່ນການນຳເມືອງສີໂຄດຕະບອງ ຄວາມຕື່ນຕົວ ການໃຫ້ຄວາມຮ່ວມມືຂອງປະຊາຊົນ ແລະ ອົງການປົກຄອງບ້ານທີ່ມີຄວາມເຂັ້ມແຂງ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...