Saturday, April 26, 2025
Kbank Laos โอน รับ จ่าย

ກົມປະສຸສັດໄທ ສົ່ງມອບງົວພັນ ແລະ ນ້ຳເຊື້ອໃຫ້ ສປປ ລາວ

ກົມປະສຸສັດ ກະຊວງກະເສດ ແລະ ສະຫະກອນ ແຫ່ງ ຣາຊະອານາຈັກໄທຮ່ວມກັບກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ຈັງຫວັດນ່ານໄດ້ຈັດພິທີສົ່ງມອບງົວພັນ ແລະ ນ້ຳເຊື້ອໃຫ້ ສປປ ລາວ ທີ່ ສາລາປະຕິບັດທຳ ວັດພະທາດແຊ່ແຫ້ງ ພະອາຣາມຫຼວງ ອຳເພີພູພຽງ, ຈັງຫວັດນ່ານ.

ໂດຍມີທ່ານ ສາໂຣດ ງາມຂໍາ ນາຍສັດຕະວະແພດຜູ້ຊົງຄຸນນະວຸດກົມປະສຸສັດ ຜູ້ແທນຫົວໜ້າກົມປະສຸສັດ ເປັນປະທານຝ່າຍໄທ ແລະ ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງເປັນປະທານຝ່າຍ ສປປ ລາວ ພ້ອມດ້ວຍທ່ານ ສຳຣິດ ສະວາມິພັກ ຮອງຜູ້ວ່າຣາຊະການຈັງຫວັດນ່ານໃຫ້ການຕ້ອນຮັບ ແລະ ຜູ້ແທນຈາກສະຖານເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ, ແຂວງອຸດົມໄຊ, ແຂວງໄຊຍະບູລີ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມພິທີດັ່ງກ່າວ.

ພິທີໃນຄັ້ງນີ້ເປັນການຕອບສະໜອງຄວາມປະສົງຂອງເຈົ້າແຂວງອຸດົມໄຊທີ່ມີຄວາມສົນໃຈຂໍຮັບຄວາມຊ່ວຍ ເຫຼືອໃນດ້ານການລ້ຽງສັດໃນປີ 2016 ໂດຍຂໍຮັບມອບງົວພັນບຣາມັນ ແລະ ນໍ້າເຊື້ອງົວ ເພື່ອນໍາມາຊ່ວຍເຫຼືອກະສິກອນທີ່ມີຄວາມສົນໃຈປະກອບອາຊີບການລ້ຽງສັດ ຊຶ່ງກົມປະສຸສັດຍິນດີສະໜັບສະໜູນງົວພັນບຣາມັນ ຈຳນວນ 2 ໂຕ ປະກອບດ້ວຍ: ເພດຜູ້ 1 ໂຕແລະເພດເເມ່ 1 ໂຕ ແລະ ນໍ້າເຊື້ອງົວຈໍານວນ 5,000 ຫຼອດ.

ທັ້ງນີ້ ກົມປະສຸສັດ ແລະ ຈັງຫວັດນ່ານໄດ້ຂົນສົ່ງງົວໄປແຂວງອຸດົມໄຊ ຜ່ານຈຸດຜ່ານແດນຖາວອນບ້ານຫ້ວຍໂກ໋ນ, ອຳເພີສະເຫຼີມພະກຽດ ຈັງຫວັດນ່ານກົງກັນຂ້າມກັບດ່ານສາກົນເມືອງເງິນ, ແຂວງໄຊຍະບູລີແລ້ວ, ສ່ວນການມອບນ້ຳເຊື້ອງົວຈະຂົນສົ່ງຜ່ານຂົວມິດຕະພາບໄທ – ລາວ ແຫ່ງທີ 1 (ໜອງຄາຍ – ນະຄອນຫຼວງວຽງຈັນ) ໄປສູນຄົ້ນຄວ້າການລ້ຽງສັດນໍ້າຊ່ວງ ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ.

ພິທີດັ່ງກ່າວຖືເປັນການສົ່ງເສີມຄວາມສຳພັນລະຫວ່າງໄທກັບສປປ ລາວ ຢ່າງເປັນຮູບປະທຳ ແລະ ເປັນສ່ວນໜຶ່ງຂອງກິດຈະກຳສະເຫຼີມສະຫຼອງຄົບຮອບ 70 ປີສາຍພົວພັນທາງການທູດໄທ – ສປປ ລາວ

ແຫຼ່ງຂໍ້ມູນ: Royal Thai Embassy, Vientiane 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.