Friday, July 11, 2025
Kbank Laos โอน รับ จ่าย

ຊົມເຊີຍ! ປະເທດຍີ່ປຸ່ນ ສະໜອງອຸປະກອນໃຫ້ນັກກິລາຄົນພິການລາວ ມູນຄ່າ $18.553

ພິທີເຊັນສັນຍາ ໂຄງການສະໜອງອຸປະກອນກີລາໃຫ້ແກ່ນັກກີລາຄົນພິການລາວ ໂດຍລັດຖະບານຍີ່ປຸ່ນ ໃນມູນຄ່າ 18.553 ໂດລາສະຫະລັດ ຈັດຂຶ້ນວັນທີ 3 ມີນາ 2020 ຢູ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງ ຊາດລາວ (ຄອລ).

ລະຫວ່າງທ່ານ ທາເກວະກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ສີທາດ ຈັນທະບູລີ ຫົວໜ້າກົມກີລາມວນຊົນ ກະຊວງສຶກສາທິການ ແລະ ກີລາ ໂດຍມີທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະ ມົນຕີກະຊວງສຶກສາທິການ ແລະ ກີລາ ປະທານ ຄອລ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ທາເກວະກະ ເຄໂຊ ກ່າວວ່າ:

ຈຸດປະສົງໂຄງການດັ່ງກ່າວ ແມ່ນເພື່ອເປັນການປັບປຸງສະພາບແວດລ້ອມຂອງການເຝິກຊ້ອມ ແລະ ທັກສະຂອງນັັກກີລາຄົນພິການລາວ ໂດຍການສະໜອງອຸປະກອນກີລາຍົກນໍ້າໜັກ ແລະ ອຸປະກອນຕ່າງໆ.

ແມ່ນຈະຖືກຕິດຕັ້ງຢູ່ສະໜາມກີລາເຈົ້າອານຸວົງ ແລະ ຫ້ອງເຝິກຊ້ອມຂອງອົງການຄົນພິການອາຊີ ເພື່ອການພັດທະນາ (ADDP) ເຊິ່ງເປັນອົງການທີ່ບໍ່ສັງກັດລັດຖະບານຂອງຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອນັກກີລາຄົນພິການລາວ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.