ຂໍຂອບໃຈນຳຜູ້ສະໜັບສະໜູນ

ໄລຍະ 2-3 ວັນ​ຜ່ານ​ມາ ສື່​ອອນ​ລາຍ​ໄດ້​ນຳ​ສະເໜີ​ອອກ​ຜ່ານ​ເຟ​​ສ​ບຸກ ວ່າ​ດ້ວຍ​ກໍລະນີ​ທີ່​ມີ​ຄົນ​ໄປ​ຂໍ​ກວດ​ສຸຂະ ພາບ​ເພື່ອ​ຫາ​ເຊື້ອ​ພະຍາດ COVID-19 ຢູ່​ໂຮງໝໍ 103 ແລະ ໂຮງໝໍ​ມິດຕະພາບ 150 ຕຽງ ນະຄອນຫຼວງ​ວຽງ​ຈັນ ແລ້ວ​ບໍ່​ໄດ້​ຮັບ​ການ​ບໍລິການ​ໃຫ້​ແບບ​ບໍ່​ໄດ້​ເສຍ​ຄ່າ.

ຕາມ​ທີ່​ອອກ​ຂ່າວ​ທາງ​ສື່​ອອນ​ລາຍ​ໄປ​ກ່ອນ​ໜ້າ​ນີ້ ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ ເປັນ​ພຽງ​ການ​ເຂົ້າໃຈ​ຜິດ​ຂອງ​ຜູ້​ທີ່​ຈະ​ເຂົ້າ​ມາ​ກວດ​ເທົ່າ​ນັ້ນ ຈຶ່ງ​ຂໍ​ຮຽກຮ້ອງ​ໃຫ້​ສັງຄົມ​ຈົ່ງ​ສຶກ​ສາ​ຂໍ້​ມູນ​ກ່ຽວ​ກັບ​ການ​ເຂົ້າ​ໄປ​ກວດ​ຫາ​ເຊື້ອ​ພະຍາດ COVID-19 ໃຫ້​ຢ່າງ​ລະອຽດ​ຖີ່​ຖ້ວນ ກ່ອນ​ຈະ​ເດີນທາງ​ເຂົ້າ​ໄປ​ກວດ​ຢູ່​ໂຮງໝໍ 2 ແຫ່ງ​ດັ່ງກ່າວ.

ໃນ​ໂອກາດ​ຖະແຫຼງ​ຂ່າວ​ປະຈຳ​ວັນ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ສະກັດ​ກັ້ນ​ການ​ລະບາດ​ຂອງ​ພະຍາດ COVID-19 ຢູ່​ກະຊວງ​ສາທາລະນະ​ສຸກ ວັນ​ທີ 2 ມີນາ 2020 ທ່ານ ຣັດ​ຕະ​ນະ​ໄຊ ເພັດ​ສຸວັນ ຫົວຫນ້າ​ກົມ​ຄວບ​ຄຸມພະ​ຍາດ​ຕິດຕໍ່ ກະຊວງ​ສາທາລະນະ​ສຸກ ກໍ​ໄດ້​ຊີ້​ແຈງ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ວ່າ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຫດການ​ທີ່​ເກີດ​ຂຶ້ນ​ຄັ້ງ​ນີ້ ເປັນ​ພຽງ​ການ​ເຂົ້າໃຈ​ຜິດ​ຂອງ​ບຸກຄົນ​ທີ່​ເຂົ້າໃຈ​ວ່າ​ຖ້າ​ເຂົ້າ​ໄປ​ກວດ​ຫາ​ເຊື້ອ​ພະຍາດ COVID-19 ຢູ່​ໂຮງໝໍ​ແລ້ວ ຈະ​ບໍ່​ໄດ້​ເສຍ​ຄ່າ​ໃຊ້​ຈ່າຍ ໂດຍ​ທີ່​ບໍ່​ມີ​ການ​ສຶກ​ສາ​ຂໍ້​ມູນ​ຢ່າງ​ລະອຽດ​ຖີ່​ຖ້ວນ ເຊິ່ງ​ຂັ້ນ​ຕອນ​ການ​ກວດ​ຫາ​ເຊື້ອ​ພະຍາດ ຈະ​ກວດ​ໃຫ້​ສະເພາະ​ບຸກຄົນ​ທີ່​ເຂົ້າ​ກັບ​ນິ​ຍາມ​ສົງໄສ​ເທົ່າ​ນັ້ນ ໂດຍ​ສະເພາະ​ຜູ້​ທີ່​ເດີນທາງ​ມາ​ຈາກ​ປະເທດ ຫຼື ເຂດ​ທີ່​ມີ​ການ​ລະບາດ.

ເຊິ່ງ​ບໍ່​ສາມາດ​ກວດ​ໃຫ້​ໝົດ​ທຸກ​ຄົນ​ໄດ້ ເພາະ​ນ້ຳ​ຢາ​ທີ່​ໃຊ້​ໃນ​ການ​ກວດ​ມີ​ຈຳນວນ​ຈຳກັດ ຖ້າ​ກວດ​ໃຫ້​ໝົດ​ທຸກ​ຄົນ​ອາດ​ບໍ່​ພຽງພໍ ແຕ່​ຖ້າ​ມີ​ການ​ພົບ​ການ​ລະບາດ ຫຼື ເກີດ​ມີ​ກໍລະນີ​ກວດ​ພົບ​ເຫັນ​ຜູ້​ຕິດເຊື້ອ​ພະຍາດ ລັດຖະບານ​ກໍ​ຈະ​ຮັບຜິດຊອບ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ໃນ​ການ​ກວດ​ຫາ​ເຊື້ອ​ພະຍາດ ແລະ ການ​ປີ່ນ​ປົວ​ໃຫ້​ໂດຍ​ບໍ່​ເສຍ​ຄ່າ​ຈົນ​ກວ່າ​ຈະ​ຫາຍ​ດີ.

ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ທຸກ​ຄົນ​ຈົ່ງ​ເຂົ້າໃຈ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຂອງ​ເຈົ້າ​ໜ້າທີ່​ກ່ຽວຂ້ອງ ເພາະ​ທຸກ​ຂັ້ນ​ຕອນ​ແມ່ນ​ເຮັດ​ຕາມ​ຫຼັກ ການ​ສາກົນ ກໍ​ຄື​ຂອງ​ອົງການ​ອະນາໄມ​ໂລ​ກວາງ​ອອກ​ຢ່າງ​ເຄັ່ງ​ຄັດ.

ສຳລັບ​ອີກ​ກໍລະນີ​ໜຶ່ງ​ທີ່​ສັງຄົມ​ໃຫ້​ຄວາມ​ສົນໃຈ​ເຊັ່ນ​ກັນ ແມ່ນ​ຂ່າວ​ລື​ທີ່​ວ່າ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ໄດ້​ມີ​ກໍລະນີ​ຕ້ອງ​ສົງ​ໃສ​ຄົນ​ຕິດເຊື້ອ​ພະຍາດ COVID-19 ໂດຍ​ໄດ້​ມີ​ການ​ສົ່ງ​ຄົນ​ເຈັບ​ໄປ​ປີ່ນ​ປົວ​ຢູ່​ແຂວງ​ມຸກ ດາ​ຫານ ປະ ເທດ​ໄທ ກໍ​ບໍ່​ມີ​ມູນ​ຄວາມ​ຈິງ ເປັນ​ພຽງ​ການ​ເຝິກຊ້ອມ​ຂອງ​ເຈົ້າ​ໜ້າທີ່​ກ່ຽວຂ້ອງ​ຂອງ​ແຂວງ​ສະ ຫວັນ​ນະ​ເຂດ ແລະ ແຂວງ​ມຸກດາ​ຫານ ເພື່ອ​ກຽມ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ດັ່ງກ່າວ

ປັດ​ຈຸບັນ ​ສປປ ລາວ ຍັງ​ບໍ່​ພົບ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ນີ້ ມີ​ພຽງ​ກໍລະນີ​ສົງ​ໃສ 46 ກໍລະນີ ແລະ ໄດ້​ຜ່ານ​ການ​ກວດກາ​ຈາກ​ອົງການ​ອະນາໄມ​ໂລກ ທັງ 46 ຄົນ​ນີ້ ບໍ່​ທັນ​ພົບ​ກໍລະນີ​ຜູ້​ທີ່​ຕິດເຊື້ອ​ພະຍາດ COVID-19. 

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້