Thursday, March 20, 2025

ວາງສີລະລຶກ ສ້າງພະທາດແຝດນ້ຳເຕົ້າຄູ່ບາລະມີ ກ້ອນຕື່ນ ສັນຍາລັກແຫ່ງຄວາມຮົ່ມເຢັນຂອງຊົນເຜົ່າລື້

ທີ່ບ້ານກ້ອນຕື່ນ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີ ວາງສີລະລຶກ ສ້າງພະທາດແຝດນ້ຳເຕົ້າຄູ່ບາລະມີ ກ້ອນຕື່ນ ຫຼື ພະທາດນ້ຳເຕົ້າກ້ອນຕື່ນຂື້ນ ເຂົ້າຮວມມີພິທີມີພຣະອາຈານໃຫ່ຍ ອາດຍາທຳ ຄຳເງີນ ຄຳວົງ ກຳ ມະການສູນກາງແນວລາວສ້າງຊາດ ກຳມະການສູນກາງ ອພສ ເຈົ້າຄະນະແຂວງບໍ່ແກ້ວ ມີພຣະອາຈານໃຫ່ຍຄູບາ ຄຳແສນ ພົມປັນຍາ ປະທານທີ່ປຶກສາ ຄະນະ ອພສ ແຂວງບໍ່ແກ້ວ ມີທ່ານ ສຸໄລ ດວງຜາຄຳ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກທາ ມີບັນດາທ່ານ ອອກຕົນຍາດໂຍມ ເຈົ້າສັດທາທາງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ມີຈິດໃຈເຫຼື່ອມໃສ່ສັດທາເຂົ້າຮວມຢ່າງຫຼວງຫຼາຍ.

ພິທີໄດ້ເລີມຈາກການຈູດທູບທຽນບູຊາພຣະຣັດຕະນະໄຕ ແລະ ບູຊາທ້າວທັງ 4 ພ້ອມທັງສູດທະລິດຕະມຸງຄຸນພຣະສົງ 19 ອົງ, ຈາກນັ້ນກໍ່ໄດ້ທຳພິທີວາງສີລະລຶກສ້າງພະທາດແຝດນ້ຳເຕົ້າຄູ່ບາລະມີກ້ອນຕື່ນ ຫຼື ພະທາດນ້ຳເຕົ້າກ້ອນຕື່ນ ໄນເວລາ 15 ໂມງ 15 ນາທີ ປີກຸນມື້ຂື້ນ 11 ຄຳ ເດືອນ 4 ລາວ ພສ 2562.

ສຳລັບຮູບແບບຂອງພະທາດແຝດນ້ຳເຕົ້າຄູ່ບາລະມີກ້ອນຕື່ນມີຂະໜາດກ້ວາງ 4 x 4 ແມັດ, ລວງສູງ 17,75 ແມັດ ກ້ອນຫີນຈຳລອງກ້ອນຕື່ນ 2 ກ້ອນ ມີດອກບົວຂັວມປົກຫຸ້ມຢູ່ເທີງໜ້າເພື່ອຕັ້ງເປັນຖານປູຮອງຮັບອົງພະທາດ ຊັ້ນທີ 2 ແມ່ນຕົວອົງພະທາດກໍ່ຄື່ນ້ຳເຕົ້າມີດອກບົວຫງ່າຍອ້ອມຮອບຢູ່ເທິງບ່າໃກ້ບໍລິເວນລຳຄໍ ຊັ້ນທີ 3 ແມ່ນຄໍນ້ຳເຕົ້າ ຊັ້ນທີ 4 ແມ່ນແກນປິດປາກເຕົ້າ ແລະ ຊັ້ນທີ 5 ແມ່ນຍອດຊໍ່ຟ້າ.

ເຊິ່ງເປັນສີລະປະເອກກະລັກຂອງລາວພາກເໜືອ ສຳລັບຮູບແບບພະທາດແຝດນ້ຳເຕົ້າຄູ່ບາລະມີກ້ອນຕື່ນແມ່ນໄດ້ຖອດແບບອອກມາຈາກພະທາດກ້ອນຕື່ນດັ່ງເດີມທີ່ຕັ້ງຢູ່ກ້ອນຕື່ນ 2 ກ້ອນຢູ່ກາງແມ່ນ້ຳຂອງທີ່ເປັນບ່ອນກາບໄຫວ້ສັກກະລະບູຊາໃນທາງພຸດທະສາສະໜາ ແລະ ໄດ້ມີປະເພນີສົງນ້ຳທຸກໆປີ ຂອງເທດສະການປີໃໝ່ລາວ.

ມາຮອດປັດຈຸບັນນ້ຳຂອງຂື້ນລົງບໍ່ປົກກະຕິເຮັດໃຫ້ບໍ່ສາມາດເຂົ້າໄປກາບໄຫວ້ສັກກະລະບູຊາໄດ້ ສະນັ້ນອົງການຈັດຕັ້ງບ້ານ ເຖົ້າແກ່ແນວໂຮມຕະຫຼອດຮອດເຈົ້າສັດທາທັງຫຼາຍ ຈຶ່ງໄດ້ພ້ອມພຽງກັນສ້າງພະທາດແຝດນ້ຳເຕົ້າຄູ່ບາລະມີກ້ອນຕື່ນ ເພື່ອໄວ້ເປັນມູນມໍລະດົກຂອງບ້ານ ໃຫ້ຊາວພຸດທະສາສະນິກະຊົນ ໄດ້ກາບໄຫວ້ສັກກະລະບູຊາ.

ພະທາດທີ່ມີຄວາມໝາຍຄວາມສຳຄັນທາງພຸດທະສາສະໜາ ເປັນສັນຍາລັກແຫ່ງຄວາມຮົມເຢັນຂອງຊົນເຜົ່າລື້ບ້ານກ້ອນຕື່ນ ເປັນເຄື່ອງໝາຍແຫ່ງຄວາມອຸດົມສົມບູນ ຄວາມຮັງມີຜາສຸກ ປະຊາຊົນທັງຫຼາຍມີຄວາມເຊື່ອວ່າ ພະທາດແຝດຄູ່ບາລະມີກ້ອນຕື່ນນີ້ ຈະນຳແຕ່ຄວາມຈະເລີນຄວາມຮຸ່ງເຮືອງສີວິໄລມາສູ່ບ້ານຂອງຕົນ.

ແຫຼ່ງຂໍ້ມູນ: ພາບ-ຂ່າວ: ບຸນເພັງ ທຸມມະວົງ. ຫ້ອງການ ຖະແຫຼງຂ່າວ ເມືອງປາກທາ ຖວທ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່