Friday, November 7, 2025
Kbank Laos โอน รับ จ่าย

ຣັດເຊຍຊ່ວຍເຫຼືອລາວ 1 ລ້ານໂດລາຜ່ານອົງການອາຫານໂລກ

ທີ່ນະຄອນຫລວງວຽງຈັນ, ລັດຖະບານ ແລະ ປະຊາຊົນຣັດເຊຍໃຫ້ການຊ່ວຍເຫລືອລ້າຈໍານວນ 1 ລ້ານໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າວຽກງານການປ່ຽນແປງດິນຟ້າອາກາດຢູ່ ສປປ ລາວໂດຍຜ່ານອົງການອາຫານໂລກ.

ອົງການອາຫານໂລກປະຈໍາລາວ ພາຍໃຕ້ການຮ່ວມມືກັບກະຊວງກະສິກຳ ແລະ ປ່າໄມ້ ສາມາດໃຫ້ການຊ່ວຍ ເຫຼືອປະຊາຊົນຫຼາຍກວ່າ 27.500 ຄົນທາງພາເໜືອຂອງປະເທດລາວ ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດເຊັ່ນ: ໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ການລະບາດຂອງສັດຕູພືດໃນສອງປີທີ່ຜ່ານມາ.

ທາງອົງການອາຫານໂລກໄດ້ຮັບນໍ້າມັນນປຸງແຕ່ງອາຫານຈຳນວນ 36 ໂຕນຈາກປະເທດຣັດເຊຍ, ມອບໂດຍ ທ່ານ ວາລາດີເມຍ ຄານີລິນ, ເອກອັກຄະຣາຊທູດຣັດເຊຍປະ ຈຳ ສປປ ລາວ, ຊາວບ້ານຈະໄດ້ຮັບນ້ ຳ ມັນ ແລະ ປາກະປ໋ອງ ເປັນຄ່າຕອບແທນເພື່ອແລກກັບການອອກແຮງງານໃນການສ້າງໂຄງລ່າງພື້ນຖານຂອງຊຸມຊົນເຊັ່ນ: ໜອງປາ, ແລະ ລະບົບຄວບຄຸມນໍ້າຖ້ວມ.

ເຄື່ອງຊ່ວຍເຫຼືອເຫຼົ່ານີ້ແມ່ນສາມາດກ້າວຜ່ານຊ່ວງລະດູການຂາດແຄນ, ໃນຂະນະດຽວກັນຊັບສິນຂອງຊຸມຊົນທີ່ພວກເຂົ້າໄດ້ສ້າງກໍ່ຈະສາມາດຊ່ວຍປັບປຸງລະດູການເກັບກ່ຽວແລະ ຫຼຸດຜ່ອນຄວາມສ່ຽງ ກໍ່ຄືຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ແຫລ່ງຂໍ້ມູນ: ໂດຍ: ນໍ້າອອ້ຍຂົມ, ສະຖານທູດຣັດເຊຍປະຈໍາລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.