ປະເທດລາວ ຄື 1 ໃນ 3 ປະເທດທີ່ບໍ່ມີຄົນຕິດໄວຣັສ COVID-19 ໃນອາຊຽນ

ຂໍ້ມູນສະຖານະການການລະບາດຂອງໄວຣັສໂຄໂຣນາທົ່ວໂລກ ໃນເວລາ 08.00 ໂມງ (7 ມີນາ) ພົບວ່າມີຜູ້ຕິດເຊື້ອລວມກວ່າ 101.811 ຄົນ ຫາຍດີແລ້ວ 57.323 ຄົນ ເສຍຊີວິດ 3.488 ຄົນ.

ແຕ່ເມື່ອເບິ່ງລາຍລະອຽດສະເພາະປະເທດໃນກຸ່ມອາຊຽນ 10 ປະເທດ ພົບວ່າ ສິງກະໂປມີຜູ້ຕິດເຊື້ອສະສົມຫຼາຍທີ່ສຸດຄື 130 ຄົນ ຫາຍດີແລ້ວ 78 ຄົນ ບໍ່ມີຜູ້ເສຍຊີວິດ ຮອງລົງມາຄື ມາເລເຊຍ ມີຜູ້ຕິດເຊື້ອສະສົມ 83 ຄົນ ຫາຍດີແລ້ວ 23 ຄົນ ບໍ່ມີຜູ້ເສຍຊີວິດ ສ່ວນປະເທດໄທຕິດເຊື້ອສະສົມເປັນລຳດັບທີສາມ ຄື 48 ຄົນ ຫາຍດີແລ້ວ 31 ຄົນ ແລະ ເສຍຊີວິດ 1 ຄົນ.

ຫວຽດນາມ ຕິດເຊື້ອສະສົມ 16 ຄົນ ຫາຍດີດີແລ້ວທັງ 16 ຄົນ ຟິລິບປິນ 5 ຄົນ ອິນໂດເນເຊຍ 4 ຄົນ ຍັງບໍ່ມີໃຜຫາຍດີ ແລະ ຍັງບໍ່ມີການເສຍຊີວິດ ຂະນະທີ່ກໍາປູເຈຍ 1 ຄົນ ຫາຍດີແລ້ວ ສ່ວນປະເທດໃນອາຊຽນທີ່ບໍ່ພົບຂໍ້ມູນການຕິດເຊື້ອໄດ້ແກ່ ລາວ ບຣູໄນ ແລະ ມຽນມາ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...