Saturday, November 15, 2025
Kbank Laos โอน รับ จ่าย

ມະຫາ ກຸ ສຸວັນນະເມທີ ຜູ້ກໍ່ຕັ້ງໂຮງຮຽນ ປາລິຍັດຕິທັມ ຂອງຄົນລາວຜູ້ທຳອິດ

ທ້າວກຸບວດເປັນເນນ ຫລືຈົວ ຢູ່ວັດບ້ານຫວ້ຍ, ເມືອງໂຂງ ແຂວງສີທັນດອນ ເມື່ອອາຍຸ 12 ປີ. ເມື່ອອາຍຸໄດ້ 19 ປີ ມາບວດເປັນຄູບາຢູ່ວັດກາງໂຂງ (ວັດພວງແກ້ວ).

ເຈົ້າອາວາດວັດກາງໂຂງເວລານັ້ນ ແມ່ນພຣະຫລັກຄຳຫນູເປັນເຈົ້າອາວາດໃຫຍ່ ແຕ່ເນື່ອງຈາກຊະລາພາບ ຈື່ງ
ໄດ້ມອບຫມາຍໃຫ້ພຣະຫລັກຄຳ ກັນຫາ ສຸວັນນະຈູມຄຳວ່າການແທນ.

ເຈົ້າເມືອງໆໂຂງ ເວລານັ້ນແມ່ນ ພະນະທ່ານ ກຸ ອະໄພ ເປັນເຈົ້າເມືອງ.

ພະນະທ່ານ ກຸ ອະໄພ ແມ່ນລູກຊາຍຂອງຍາຫມ່ອມພວງແກ້ວ.ຍາຫມ່ອມພວງແກ້ວແມ່ນຜູ້ມີຄວາມເຫລື້ອມໃສໃນພຣະພຸດທະສາສະໜາ ຈຶ່ງສະລະທຶນນະຊັບສ່ວນຕົວສ້າງ ແລະບຸລະນະວັດກາງໂຂງ ແລ້ວຈຶ່ງໃສ່ຊື່ວ່າ: ວັດກາງໂຂງພວງແກ້ວ ອະຣຸໂນທັຍວໍຣະວິຫານ.

ເນນ ກຸສຸວັນນະເມທີ ບວດເປັນຄູບາ ຢູ່ວັດກາງໂຂງໂດຍແມ່ນພຣະຫລັກຄຳ ກັນຫາ ສຸວັນນະຈູມຄຳເປັນພຣະ
ອຸປັດຊາ.

(ສຸວັນນະຈູມຄຳ ມີເຊື້ອສາຍກະສັດມາຈາກທາງຝັ່ງເບື້ອງຂະເຫມນ ແຕ່ມີຄວາມຂັດແຍ່ງເລື່ອງລາຊະບັນລັງ ຈື່ງອົບພະຍົບຄອບຄົວມາເປັນໄພ່ຢູ່ເມືອງໂຂງ ແລ້ວຈື່ງຕັ້ງນາມສະກຸນວ່າ: ສຸວັນນະຈູມຄຳ).

ຍາຫມ່ອມ ຫລືຍາແມ່ພວງແກ້ວເຫັນວ່າ ຄູບາ ກຸ ສຸວັນນະເມທີ ມີຄວາມສະຫລຽວສະຫລາດ ແລະມີໄຫວພິກປະຕິພານສູງ ຈື່ງສະເຫນີໃຫ້ໄປຮຽນຕໍ່ທີ່ປະເທດໄທຍ໌ ພ້ອມດຽວກັນນັ້ນທັງພຣະຫລັກຄຳທັງສອງທ່ານກໍຊຸກຍູ້ເຫັນດີຕາມຍາແມ່ພວງແກ້ວ.

ຄູບາ ກຸ ສຸວັນນະເມທີ ເລືອກໄປຮຽນທີ່ພະນົມເປັນ ປະເທດກຳປູເຈັຍ.

ຈະແມ່ນໄປປະເທດໄທຍ໌ ຫລືປະເທດກຳປູເຈັຍ ກໍລ້ວນແຕ່ແມ່ນດ້ວຍທຶນນະຊັບຂອງແມ່ພວງແກ້ວ, ພຣະອາ ຈານຫລັກຄຳ ຫນູ ແລະພຣະອາຈານຫລັກຄຳ ສຸວັນນະຈູມຄຳທັງສິ້ນ.

ເມື່ອສຳເລັດການສຶກສາ ໄດ້ຮັບປະກາດສະນິຍະບັດຊັ້ນສູງ ສາຂາວິຊາພຸທທະປັດຊະຍາ ແລະອັກສອນສາດ (ພາ ສາປາລີ ແລະມະຄົດ) ເວລານັ້ນເພິ່ນທຽບຊັ້ນໃຫ້ເປັນມະຫາເກົ້າປະໂຫຍກ ແລະພຣະສົງລາວເປັນລຸ້ນທຳອິດທີ່ໄດ້ມານຳກັນຈາກປະເທດກຳປູເຈຍ ຊື່ງມີສະເດັດເຈົ້າເພັດຊະຣາດ ແລະພຣະເຈົ້າຊີວິດແຫ່ງປະເທດກຳປູເຈຍເປັນຜູ້ມອບ ແລະຢັ້ງຢືນຜົນສຳເລັດຂອງຄະນະສົງລາວ ໃນຄັ້ງປະຖົມມະເລີກນີ້ຢ່າງເປັນທາງການ.

ມະຫາ ກຸ ສຸວັນນະເມທີ ບາດກ້າວເດີນທຳອິດຂອງຊີວິດ ເມື່ອມາເຖີງປິຕຸພູມດອນໂຂງ ໂດຍສະເພາະຢູ່ວັດກາງໂຂງແຂວງ ສີທັນດອນ ທ່ານຄິດເຖິງເລື່ອງໄດ້ຄວາມຮູ້ມາແລ້ວຈະເຮັດແນວໃດ? ເພື່ອແບ່ງປັນໃຫ້ຄົນອື່ນໄດ້ຄວາມຮູ້ນຳ, ຄູບາ ກຸ ໄດ້ສະເຫນີແຜນການສ້າງໂຮງຮຽນພຣະປາລີຍັດຕິທັມຂຶ້ນ ຕໍ່ພຣະຫລັກຄຳ ແລະຍາດໂຍມຜູ້ທີ່ເຫລື້ອມໃສໃຈສັດທາໃນພຣະພຸທທະສາສະຫນາ.

ໃນນັ້ນທາງຝ່າຍສົງໂດຍມີພຣະຫລັກຄຳທັງສອງທ່ານ ແລະຝ່າຍຄະຣາວາດ ອັນມີແມ່ພວງແກ້ວ ແລະເຈົ້າເມືອງກຸອະໄພເປັນຫລັກ ພ້ອມດ້ວຍຍາດໂຍມພໍ່ແມ່ປະຊາຊົນໄດ້ພ້ອມກັນ ສ້າງໂຮງຮຽນພຣະປາລີຍັດຕິທຳສົ່ງຂຶ້ນ ແລະສຳເລັດໃນມື້ ໙ ຄຳ່ກົງກັບວັນຈັນທີ ໒໘ ເປັນມື້ສະ ຫຼອງ.

ໃນມື້ດັ່ງກ່າວນີ້ ຍັງເປັນການຫົດສົງເຖຣາພິເສກອີກດ້ວຍຄືຫົດສົງຄູບາ ກຸ ສຸວັນນະເມທີ ຂຶ້ນເປັນພຣະອາຈານ ມະຫາກຸ ມະຫາເກົ້າປະໂຫຍກອີກດ້ວຍ.

ຈາກຜົນສຳເລັດດັ່ງກ່າວ ເພື່ອຕອບສະຫນອງພຣະສົງ ທີ່ມີຄວາມຮູ້ຄວາມສາມາດໃນການເຜີຍແຜ່ພຸດທະສາ
ສະຫນາໃນເຂດພາກໃຕ້ໃຫ້ທົ່ວເຖີງ ແລະຕອບສະຫນອງ ໄດ້ຄວາມມຸ່ງມາດປາດຖະຫນາຂອງພຣະສົງ ທີ່ຕ້ອງ ການຢາກຮຽນສູງຂຶ້ນໄປເລື້ອຍໆ.

ພຣະອາຈານມະຫາ ກຸ ສຸວັນນະເມທີ ຈຶ່ງໃດ້ເຮັດຫນັງສືຂຶ້ນຫາສັງຄະນາຍົກ, ສົມເດັດພຣະສັງຄະຣາຊ ແລະລັດຖະບານ ເພື່ອສ້າງໂຮງຮຽນພຣະປາລີຍັດຕິທັມແຫ່ງທີ່ສອງໃນພຣະຣາຊອານາຈັກລາວຂຶ້ນ ແລະກໍໄດ້ສຳເລັດຕາມຄວາມມຸ່ງມາດປາດຖະຫນາ ຄືໂຮງຮຽນພຣະປາລີຍັດຕິທັມແຫ່ງທີສອງ ໄດ້ເກີດຂຶ້ນທີ່ວັດຫລວງເມືອງປາກເຊ ໂດຍແມ່ນພຣະອາຈານມະຫາ ກຸສຸວັນນະເມທີ ໄດ້ເປັນຜູ້ອຳນວຍການໃຫຍ່ຂອງໂຮງຮຽນດັ່ງກ່າວ.

ຈາກຄວາມມານະອົດທົນ ແລະຄວາມມີສະຕິສະຫລຽວສະຫລາດ ພຣະອາຈານ ມະຫາ ກຸ ຈຶ່ງໃດ້ສ້າງນັກທັມ
ກາຍມາເປັນມະຫາ 1-2-3-4ໂຫຍກ ແຜ່ອອກໄປຫລາຍໃນທົ່ວປະເທດ.

ເຖິງຈະຜະລິດລູກສິດລູກຫາອອກຫລາຍປານໃດກໍ່ຕາມ ນະທີ່ໂຮງຮຽນພຣະປາລີຍັດຕິທັມແຫ່ງນະຄອນປາກເຊແຕ່ກໍບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການໃນທົ່ວປະເທດ ສະນັ້ນພຣະອາຈານມະຫາກຸຈື່ງສ້າງໂຮງຮຽນຂື້ນອີກແຫ່ງທີ່ ໓ ທີ່ວັດຈັນນະຄອນຫລວງວຽງຈັນ, ເພື່ອຕອບສະຫນອງໃຫ້ແກ່ພຣະສົງອົງຄະເຈົ້າ ທີ່ຕ້ອງການຮຽນມາ ຈາກເຂດແຂວງທາງພາກເຫນືອ ແລະຝາກນຳ້ຂອງກຳ້ຂວາ.

ໃນເວລາຕໍ່ມາ ໂຮງຮຽນພຣະປາລີຍັດຕິທັມກາງໂຂງ ຕອບສະຫນອງຕໍ່ຄວາມຕ້ອງການຂອງລູກຫລານຊາວເກາະດອນຕ່າງໆບໍ່ພຽງພໍ, ນີ້ກໍແມ່ນດ້ວຍສະຕິປັນຍາ ແລະແຮງສັດທາ ແລະເຫລື້ອມໃສຕໍ່ຄວາມບໍລິສຸດຜຸດຜ່ອງຂອງພຣະອາຈານມະຫາກຸ ສຸວັນນະເມທີ ໂຮງຮຽນພຣະປາລີຍັດຕິທັມແຫ່ງທີສີ່ ແຫ່ງສຸດທ້າຍໃນຊີວິດຂອງພຣະອາຈານມະຫາກຸ ເປັນຜູ້ນຳພາກໍ່ສ້າງ ແລະສຳເລັດຈົນໄດ້ເປີດຮຳ່ຮຽນ ແລະສິດສອນຢ່າງຕໍ່ເນື່ອງເລື້ອຍໆມາ ຈົນເຖິງວາລະແຫ່ງການກຸດຫຽ້ນໄປຕາມການເວລາແຫ່ງສັດຈະທຳຂອງມະນຸດໂລກ.

ຈາກຈຸດເລີ່ມຕົ້ນຂອງສີ່ໂຮງຮຽນນີ້ ຈຶ່ງໄດ້ແຜ່ຂະຫຍາຍອອກໄປທົ່ວພຣະຣາຊອານາຈັກລາວໃນເວລາຕໍ່ມາຈົນເທົ້າທຸກວັນນີ້.

(ລາຍລະອຽດທຸກຂັ້ນຕອນ ແລະການເວລາຕ່າງໆ ຂໍໃຫ້ທ່ານລໍຖ້າອ່ານປື້ມອັດຕະຊີວະປະຫວັດຂອງພະນະທ່ານມະຫາກຸສຸວັນນະເມທີ ບູລຸດຜູ້ມີໄຟແຫ່ງຄວາມເປັນທັມ ຊື່ງຂຽນ, ເກັບກຳ, ຮຽບຮຽງໂດຍທອງສະຫວັນ ວົງຫາເທບ).

ເຟສບຸກ:

ທ່ານ ທອງສະຫວັນ ວົງຫາເທບ
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.