ຂໍຂອບໃຈນຳຜູ້ສະໜັບສະໜູນ
ສະໂມສອນສະແຫວງສິນ (ສສສ)

ສະໂມສອນສະແຫວງສິນ (ສສສ) ກຽມຈັດງານພົບປະ “ລາຕີໜີເຫງົາ” ແນໃສ່ເປັນການພົບປະແລກປ່ຽນລະຫວ່າງນັກປະພັນດ້ວຍກັນ ທັງເປັນການປະກອບສ່ວນໃນການສົ່ງເສີມບົດປະພັນ ບົດກະວີ ຊວນຫົວ ແລະ ອື່ນໆ ໃຫ້ສັງຄົມໄດ້ຮັບຮູ້.

ງານຄັ້ງນີ້ ຈະຈັດຂຶ້ນໃນວັນທີ 15 ມີນາ 2020 ທີ່ສະໂມສອນສະແຫວງສິນ ບ້ານຮ່ອງແກ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເວລາ 17:00 ໂມງ ຈົນເຖິງ 20:00 ໂມງ ເຊິ່ງຈະມີບັນດານັກຂຽນ ນັກປະພັນ ຈາກສະມາຄົມນັກປະພັນລາວເຂົ້າຮ່ວມຫຼາຍກວ່າ 30 ຄົນ.

ພາບປະກອບ

ພາຍໃນງານແມ່ນຈະໄດ້ແລກປ່ຽນສິລະປະການແຕ່ງ ການເລົ່າ ແລະ ມາລະຍາດໃນການຟັງ ເລື່ອງຊວນຫົວ ຄຸນປະໂຫຍດຂອງເລື່ອງຊວນຫົວໃນຊີວິດການງານຂອງທ່ານ ແລະ ບົດເລົ່າຕະຫຼົກຈາກສະໂມສອນສະແຫວງສິນອີກດ້ວຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

Hits: 27

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້