ແຂວງອັດຕະປື ເເຈ້ງປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີເຂົ້າ-ອອກຊົ່ວຄາວ

ພາບປະກອບ

ແຂວງອັດຕະປື ເເຈ້ງປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີເຂົ້າ-ອອກຊົ່ວຄາວ. ລະຫວ່າງແຂວງອັດຕະປື-ແຂວງກອນຕູມ ສສ ຫວຽດນາມ ແລະ ເເຂວງອັດຕະປື – ແຂວງຊຽງແຕງ ແລະລັດຕະນະຄີລີ ຣາຊາອານາຈັກກຳປູເຈຍ ຈົນກວ່າສະພາບການລະບາດຂອງພະຍາດຈະຄວບຄຸມໄດ້.

ໂດຍອີງຕາມຄຳສັ່ງຂອງທ່ານເຈົ້າເເຂວງ ສະບັບເລກທີ 05 /ຈຂກອປ ລົງວັນທີ 12 /3 /2020 ກ່ຽວກັບການປ້ອງກັນຄວບຄຸມ ແລະ ຕອບໂຕ້ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19. ແລະ ອີງຕາມໜັງສືສະເໜີ ຂອງພະແນກສາທາລະນະສຸກເເຂວງ ສະບັບເລກທີ 84/ ສທຂ ລົງວັນທີ13/3/2020
ມີີຄຳສັ່ງໃຫ້ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີທີ່ຕິດຈອດກັບຊາຍແດນ ຂອງອັດຕະປື – ແຂວງກອນຕູມ ສ ສ ຫວຽດນາມ ແລະ ເເຂວງອັດຕະປື – ແຂວງຊຽງແຕງ ແລະ ລັດຕະນະຄີລີ ຣາຊາອານາຈັກກຳປູເຈຍ.

ຈົນກວ່າສະພາບການລະບາດຂອງພະຍາດຈະຄວບຄຸມໄດ້ຄື: ດ່ານພູຍາງ ເມືອງ ພູວົງ ແຂວງອັດຕະປື, ດ່ານຟໍ 1 ເຂດວັງຕັດ ເມືອງຊານໄຊ ເເຂວງອັດຕະປື, ດ່ານປະເພນີ (ຟ2, ຟ3, ຟ4, ຟ5 ແລະ ຟ6) ຖ້າມີຄວາມຈຳເປັນໃນການເຂົ້າອອກຂອງປະຊາຊົນ, ນິຕິບຸກຄົນທີ່ດຳລົງຊີວິດຢູ່2ພາກຝັ່ງຊາຍເເດນ ແມ່ນໃຫ້ມາດ່ານສາກົນພູເກືອ-ເບີອີ (ສຳຫລັບ ສ ສ ຫຽວດນາມ) ແລະ ດ່ານສາກົນໜອງນົກຂຽນ ຣາສະອານາຈັກກຳປູເຈຍ.

ແມ່ນມອບໃຫ້ກອງບັນຊາການ ປກສ ແຂວງ ແລະກອງບັນຊາການທະຫານແຂວງ ຊີ້ນຳບັນດາກອງຮ້ອຍຊາຍເເດນ ເເລະ້ຈົ້າຫນ້າທີ່ຜູ້ຮັບຜິິຊອບໃນແຕ່ລະດ່ານ ແຕ່ລະຈຸດສຶກສາອົບຮົມພໍອມ່ປະຊາຊົນ ທີ່ອາໃສລຽບຕາມຊາຍເເດນໃຫ້ເຂົ້າໃຈຄຳສັ່ງຂອງເຈົ້າແຂວງ ສະບັບເລກທີ 05 /ຈຂກອປ ລົງວັນທີ 12 /3 /2020 ກ່ຽວກັບການປ້ອງກັນຄວບຄຸມ ແລະ ຕອບໂຕ້ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19. ກໍ່ຄືປະຕິບັດເເຈ້ງການສະບັບນີ້ຢ່າງເຂັ້ມງວດ.

ແຫຼ່ງຂໍ້ມູນ: ຂ່າວ: ມະນີວອນ, ມີເດຍລາວ ອັດຕະປື

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...