ເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາສຳຫຼວດ ໂຄງການກໍ່ສ້າງ “ສະໜາມບິນສາກົນສີທັນດອນ”

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສຳຫຼວດ (MOU)ຄວາມເປັນໄປໄດ້ ໂຄງການກໍ່ສ້າງ “ສະໜາມບິນສາກົນສີທັນດອນ” ຊື່ເປັນພາສາສາກົນ SithandonInternationalAirport ທີ່ ເມືອງໂຂງ ແຂວງຈຳປາສັກ ,ລະຫວ່າງ ກະຊວງແຜນການ​ ແລະ ການລົງທຶນ ກັບ ບໍລິສັດ ຮ່ວມພັດທະນາ ສີທັນດອນ ຈຳ ກັດ ແຕ່ວັນທີ 19/2​/2020​ ທີ່ຜ່ານມາ.

ຖ້າໂຄງການສະໜາມບິນດັ່ງກ່າວເກີດຂຶ້ນຈິງຈັງ ແລະ ລົງມືກໍ່ສ້າງແທ້ ຈະເຮັດໃຫ້ ພາກໃຕ້ຂອງລາວເຮົາເປັນສູນການຄົມມະນາຄົມທາງອາກາດ ເພາະທີ່ຕັ້ງລະຫວ່າງກາງຂອງປະເທດ ,ເຊັ່ນ ໄທ ,ກໍາປູເຈ້ຍ ແລະ ຫວຽດນາມ, ລວມເຖິງຈະເຮັດໃຫ້ພາກທຸລະກິດທ່ອງທ່ຽວໄດ້ຮັບອານິສົງ ເຂົ້າເຖິງແຫຼ່ງຜາສາດຫີນວັດພູຈໍາປາສັກ ມໍລະດົກໂລກອີກທາງໜຶ່ງອີກດ້ວຍ.

ແຫຼ່ງຂໍ້ມູນ: AeroLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...