Saturday, January 25, 2025

ພາກສ່ວນກ່ຽວຂ້ອງຢືນຢັນ! ຍັງບໍ່ພົບກໍລະນີຜູ້ຕິດເຊື້ອພະຍາດໂຄວິດ 19 ຢູ່ລາວ

ກໍລະນີມີສື່ສັງຄົມອອນລາຍອອກຂ່າວຜ່ານທາງເຟສບຸກເມື່ອບໍ່ດົນມານີ້ວ່າ:

ມີນັກທ່ອງທ່ຽວຕ່າງປະເທດຈໍານວນໜຶ່ງເດີນທາງມາຈາກນະຄອນຫລວງລອນດອນ ປະເທດອັງກິດ ດ້ວຍສາຍການບີນຫວຽດນາມ, ແລ້ວມາພັກຢູ່ຫວຽດນາມ ແລະອີກຈໍານວນ 5 ຄົນ ເດີນທາງມາສະໜາມບີນສາກົນຫລວງພະບາງ ນັ້ນແມ່ນຄວາມຈິງ , ແຕ່ໃນຈໍານວນທີ່ເດີນທາງມາເຖິງສະໜາມບິນສາກົນ ຫລວງພະບາງ ແລ້ວກວດພົບວ່າເປັນພະຍາດໂກວິດ 19 ນັ້ນ ໃນກໍລະນີນີ້ບໍ່ແມ່ນຄວາມຈິງ ແຕ່ຢ່າງໃດ.

ຈຶ່ງຮຽກຮ້ອງໃຫ້ພາກສ່ວນອອກຂ່າວລັກສະນະນີ້ ຢຸດສ້າງຄວາມບໍ່ສະຫງົບ ໂດຍບໍ່ສຶກສາຂໍ້ມູນທີ່ລະອຽດແລ້ວຈື່ງອອກຂ່າວ ເພາະຈະເຮັດສັງຄົມເກີດຄວາມສັບສົນ, ແຕກຕື່ນ ແລະຂາດຄວາມເຊື່ອໝັ້ນຕໍ່ການປະຕິບັດໜ້າທີ່ຂອງທາງການລາວ ພ້ອມທັງຢັ້ງຢືນວ່າ: ປັດຈຸບັນ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອພະຍາດໂຄວີດ19 ເທື່ອ.

ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ໄດ້ຖະແຫລງຕໍ່ສື່ມວນຊົນໃນຕອນແລງ ວັນທີ 12 ມີນາ 2020 ຢູ່ກະຊວງສາທາລະນະສຸກ ກ່ຽວກັບວຽກງານປ້ອງກັນ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ19 ວ່າ:

ຕໍ່ເຫດການນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງລາວໄດ້ປະສານສົມທົບກັບ ເຈົ້າໜ້າທີ່ກ່ຽວຂ້ອງຂອງຫວຽດນາມ ແລະໄດ້ຮັບຄໍາຕອບວ່າ ມີ 2 ຄົນ ຢູ່ໃນຖ້ຽວບີນດັ່ງກ່າວ ໄດ້ເດີນທາງໄປແຂວງຫລວງພະບາງ ແທ້ ພາຍຫລັງເດີນ ທາງເຖີງສະໜາມບີນສາກົນ ແຂວງຫລວງພະບາງ ແລ້ວ ເຈົ້າໜ້າທີ່ຂອງລາວ ກໍ່ໄດ້ກວດຫາເຊື້ອພະຍາດ ຈາກບຸກຄົນດັ່ງກ່າວແລ້ວແຕ່ບໍ່ພົບວ່າເປັນພະຍາດໂຄວິດແຕ່ຢ່າງໃດ.


ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງລາວ ຍັງຕິດຕາມເຝົ້າລະວັງບຸກຄົນຈໍານວນນີ້ຢ່າງໃກ້ຊິດຈົນກວ່າຈະຄົບກໍານົດເຝົ້າລະວັງ 14 ວັນ.

ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ສັງຄົມຢ່າຟ້າວແຕກຕື່ນຕໍ່ເຫດການທີ່ເກີດຂື້ນ ແລະເຊື່ອໝັ້ນໃນການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ກ່ຽວຂ້ອງ ຂອງລາວ ເພາະການກວດຫາເຊື້ອພະຍາດ ລວມເຖີງການປະຕິບັດວຽກງານອື່ນໆແມ່ນ ປະຕິບັດຕາມມາດຖານສາກົນກໍ່ຄືອົງການ ອະນາໄມໂລກ ວາງອອກທຸກຂັ້ນຕອນແລະບໍ່ມີການປົກປິດຂໍ້ມູນຄວາມຈີງແຕ່ຢ່າງໃດ.

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ຕື່ມວ່າ: ກໍລະນີທີ່ມີນັກສຶກສາລາວ ທີ່ກັບມາຈາກຫວຽດນາມ ຈໍານວນ 6 ຄົນ ແລະ 2 ຄົນມີອາການໄຂ້ເຂົ້າກັບນິຍາມເປັນພະຍາດໂຄວິດ19 ແລະມີຊາວຫວຽດນາມ ຊື່ນາງ ໝາຍ ເຮັດວຽກຢູ່ສວນຢາງພາລາ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເດີນທາງກັບຈາກຫວຽດນາມ ແລ້ວຕິດພະຍາດໂຄວິດ ມາແຕ່ຫວຽດນາມ ນັ້ນບໍ່ແມ່ນຄວາມຈີງເຊັ່ນດຽວກັນ, ນັ້ນເປັນພຽງການສ້າງຄວາມບໍ່ສະຫງົບຂອງກຸ່ມຄົນບໍ່ຫວັງດີຈໍານວນໜຶ່ງທີ່ຫວັງຈະມ້າງເພທໍາລາຍລະບອບໃໝ່ ເຮັດໃຫ້ສັງຄົມບໍ່ເຊື່ອໝັ້ນຕໍ່ການປະຕິບັດໜ້າທີ່ຂອງລາວ ເຊີ່ງປັດຈຸບັນ ບຸກຄົນຈໍານວນນີ້ໄດ້ຮັບການກວດຫາເຊື້ອພະຍາດໂຄວິດ19 ແລ້ວ ແລະບໍ່ພົບວ່າເປັນພະຍາດນີ້ແຕ່ຢ່າງໃດ.

ໂອກາດນີ້ ດຣ ລັດຕະໄຊ ເພັດສຸວັນຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າທຸກຄົນ ຫລີກລ່ຽງການເດີນທາງໄປປະເທດທີ່ມີການແຜ່ລະບາດຂອງພະຍາດໂຄວິດ19 ໂດຍສະເພາະ ປະເທດໃກ້ຄຽງ, ລ້າງມືໃສ່ສະບູ ແລະນໍ້າສະອາດ ຫລື ເຈວລ້າງມືເປັນປະຈໍາ, ເມື່ອມີອາການໄອ ແລະ ຈາມ ຕ້ອງປິດປາກ ແລະດັງດ້ວຍເຈ້ຍອານາໄມ ຫລື ກົກແຂນ,ຈາກນັ້ນຖີ້ມເຈ້ຍອານາໄມລົງຖັງຂີ້ເຫຍື້ອທັນທີ, ຫລີກລ່ຽງການສໍາຜັດໃກ້ຊິດກັບຄົນທີ່ມີອາການໄຂ້, ໄອ, ເຈັບຄໍ ຫລື ຫາຍໃຈຍາກ ຄວນຫລີກລ່ຽງການສຳຜັດຕາ, ດັງ ແລະປາກ ຖ້າບໍ່ໄດ້ລ້າງມື ຫລີກລ່ຽງການສໍາຜັດກັບສັດທີ່ເຫງົາ ຫລື ສັດບໍ່ມີເຈົ້າຂອງ ໂດຍສະເພາະແມ່ນຢູ່ຕະຫລາດສົດ.

ຖ້າຈໍາເປັນແມ່ນຕ້ອງລ້າງມືໃຫ້ສະອາດທຸກຄັ້ງພາຍຫລັງສໍາຜັດສັດຕ່າງໆ, ຫລີກລ່ຽງການເດີນທາງໄປສະຖານທີ່ແອອັດ, ການສໍາຜັດກັບບຸກຄົນອື່ນໆ ແລະບໍ່ຄວນໄປເຮັດວຽກ ຫລື ໄປໂຮງຮຽນ ຖ້າທ່ານຮູ້ສຶກບໍ່ສະບາຍ, ຖ້າມີອາການ ໄຂ້, ໄອ, ເຈັບຄໍ ຫາຍໃຈຍາກ ຕ້ອງເບີ່ງແຍງບຸກຄົນ ທີ່ມີອາການສະແດງອອກດັ່ງກ່າວ, ຄວນໃສ່ຜ້າອັດປາກ, ດັງແລະຕ້ອງຮັບປະກັນວ່າຕົນເອງຮູ້ວິທີການໃສ່ ແລະຖີ້ມຜ້າອັດປາກ-ດັງຢ່າງຖືກຕ້ອງ, ຫາກມີອາການໄຂ້, ໄອ, ເຈັບຄໍ ຫລື ຫາຍໃຈຍາກ ໃຫ້ໂທຫາ ໂທລະສັບສາຍດ່ວນ 166 ຕະຫລອດ 24 ຊົ່ວໂມງ.

ແຫຼ່ງຂໍ້ມູນ: ໂດຍ: ເດດອາລຸນ ແກ້ວວິໄລ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ