Saturday, January 25, 2025

ຍົກເລີກແຜນການຈັດໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ

ຄະນະຊີ້ນຳລະດັບຊາດກ່ຽວກັບການສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ປະຈຳປີ 2020 ໄດ້ປະກາດຍົກເລີກແຜນການຈັດໂຮມຊຸມນຸມໃຫຍ່ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 20 ມີນາ (ຕາມແຜນເບື້ອງຕົ້ນ), ພ້ອມທັງສະເໜີຄະນະພັກ, ອຳນາດການປົກຄອງທຸກລະດັບຍົກເລີກທຸກແຜນການທີ່ພົວພັນເຖິງການຈັດກິດຈະກຳທີ່ມີການເຕົ້າໂຮມຄົນຈຳນວນຫຼາຍເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກຄົບຮອບ 65 ປີ.

ການຍົກເລີກດັ່ງກ່າວແມ່ນປະກາດ ໃນໂອກາດທີ່ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ, ໃນນາມຕາງໜ້າ ໃຫ້ຄະນະຊີ້ນຳລະດັບຊາດກ່ຽວກັບການສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ປະຈຳປີ 2020 ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນເຊົ້າຂອງ ວັນທີ 12 ມີນາ ກ່ຽວກັບການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ.

ເຊິ່ງບາງຕອນ ທ່ານ ພັນຄໍາ ວິພາວັນ ກໍ່ໄດ້ກ່າວວ່າ:

ການສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ປະຈຳປີ 2020 ລວມມີ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນເກີດປະທານໄກສອນພົມວິຫານຄົບຮອບ 100 ປີ, ວັນສ້າງຕັ້ງສູນກາງແນວລາວສ້າງຊາດຄົບຮອບ 70 ປີ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ ແລະ ອື່ນໆ.

ການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ທີ່ໄດ້ເກີດຂຶ້ນແຕ່ທ້າຍ ປີ 2019 ໄດ້ເພີ່ມທະວີຄວາມຮຸນແຮງ ແລະ ໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງໃນຫຼາຍປະເທດ, ຕາມຂໍ້ມູນຈາກ ກະຊວງສາທາລະນະສຸກ ໃນວັນທີ 11 ມີນາ 2020, ທົ່ວໂລກມີຜູ້ຕິດເຊື້ອທັງໝົດ 119.220 ຄົນ, ເສຍຊີວິດ 4.299 ຄົນ, ປິ່ນປົວດີແລ້ວ 66.564 ຄົນ, ພົບຜູ້ຕິດເຊື້ອຢູ່ 118 ປະເທດ, ອົງການອະນາໄມໂລກກໍ່ໄດ້ມີ ການແຈ້ງເຕືອນໄພອັນຕະລາຍຂອງພະຍາດດັ່ງກ່າວ ແລະ ຮຽກຮ້ອງໃຫ້ທຸກປະເທດ ມີມາດຕາການປ້ອງກັນ-ສະກັດກັ້ນຢ່າງເຂັ້ມງວດໂດຍໃຫ້ຈຳກັດການເຕົ້າໂຮມຄົນເປັນຈຳນວນຫຼາຍຄຽງຄູ່ກັບໃຊ້ມາດຕາການອື່ນໆທີ່ຈຳເປັນເພື່ອປ້ອງກັນການແຜ່ລະບາດຂອງພະຍາດ.

ມາຮອດປັດຈຸບັນເຖິງວ່າລາວເຮົາຍັງບໍ່ທັນມີກໍລະນີຜູ້ຕິດເຊື້ອພະຍາດດັ່ງກ່າວກໍ່ຕາມແຕ່ກໍ່ມີຄວາມສ່ຽງສູງຫຼາຍທີ່ອາດເກີດການລະບາດ, ຍ້ອນຫຼາຍປະເທດອ້ອມຂ້າງພວກເຮົາໄດ້ມີການລະບາດຂອງເຊື້ອພະຍາດດັ່ງກ່າວແລ້ວ.

ເຫັນໄດ້ຄວາມສ່ຽງຕໍ່ການລະບາດ ແລະ ດ້ວຍຄວາມຮັບຜິດຊອບຕໍ່ຄວາມປອດໄພຂອງປະຊາຊົນມາກ່ອນ, ສູນກາງພັກຈຶ່ງໄດ້ຊີ້ນຳຕໍ່ຄະນະຮັບຜິດຊອບຊີ້ນຳລະດັບຊາດການສະເຫຼີມສະຫຼອງວັນສຳຄັນຂອງພັກ, ຂອງຊາດປະຈຳປີ 2020 ໃຫ້ຫຼີກເວັ້ນການຈັດກິດຈະກຳທີ່ມີການເຕົ້າ ໂຮມມວນຊົນເປັນຈຳນວນຫຼວງຫຼາຍທີ່ສ່ຽງຕໍ່ການຕິດແປດ ແລະ ເກີດການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019.

ດ້ວຍເຫດນັ້ນ, ຂ້າພະເຈົ້າໃນນາມຕາງໜ້າໃຫ້ ຄະນະຊີ້ນຳລະດັບຊາດກ່ຽວກັບການສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ປະຈຳປີ 2020, ຂໍປະກາດຍົກເລີກແຜນການຈັດໂຮມຊຸມນຸມໃຫຍ່ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 20 ມີນາ (ຕາມແຜນ ເບື້ອງຕົ້ນ), ພ້ອມທັງສະເໜີຄະນະພັກ, ອຳນາດການປົກຄອງທຸກລະດັບຍົກເລີກທຸກແຜນການທີ່ພົວພັນເຖິງການຈັດກິດຈະກຳທີ່ມີການເຕົ້າໂຮມຄົນຈຳນວນຫຼາຍເພື່ອສະ ເຫຼີມສະຫຼອງວັນສ້າງຕັ້ງພັກຄົບຮອບ 65 ປີ.

ການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ຈະໄດ້ປະຕິບັດຕາມແຜນໂດຍຈະຈັດລາຍການພິເສດ ໃນວັນທີ 22 ມີນາ 2020 ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ກ່າວຄຳປາໄສທາງໂທລະພາບ, ວິທະຍຸ ແລະ ເຜີຍແຜ່ຜ່ານທາງສື່ສັງຄົມອອນລາຍ, ໜັງສືພິມທາງການ ແລະ ສື່ສິ່ງພິມອື່ນໆ ຢ່າງກວ້າງຂວາງ.

ທ່ານ ພັນຄໍາ ຍັງໄດ້ແນະນໍາໃຫ້ມີການໂຄສະນາ, ປຸກລະດົມ ແລະ ຍູ້ຂະບວນການວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ຜ່ານທາງສື່ມວນຊົນຕ່າງໆຢ່າງແຂງແຮງ ແລະ ຕໍ່ເນື່ອງດ້ວຍຮູບການຕ່າງໆເຊັ່ນ: ບົດຄວາມ, ບົດຂ່າວ, ສາລະຄະດີ, ບົດເພງ, ບົດສຳພາດ, ບົດເລົ່າມູນເຊື້ອ, ບົດວຽກດີຄົນເດັ່ນ ເລີ່ມແຕ່ມື້ນີ້ໄປຈົນຮອດ ເດືອນເມສາ 2020.

ພ້ອມນັ້ນ ກໍ່ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດໃນຫົວຂໍ້ຕ່າງໆກ່ຽວກັບການນຳພາຂອງພັກຢ່າງເໝາະສົມຕາມເງື່ອນໄຂຕົວຈິງຢູ່ແຕ່ລະບ່ອນ, ແຕ່ຕ້ອງເພີ່ມທະວີການກັ່ນກອງຜູ້ເຂົ້າຮ່ວມໂດຍກະກຽມບັນດາເຄື່ອງມື ແລະ ອຸປະກອນຮັບໃຊ້ຕ່າງໆທີ່ຈຳເປັນເຊັ່ນ: ນ້ຳຢາລ້າງມື, ນ້ຳຢາຂ້າເຊື້ອ, ເຄື່ອງວັດອຸນຫະພູມ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຂ່າວ: ວຽງຈັນທາຍ, ພາບ: ຄໍາພັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ