ແຈ້ງການໃຫ້ບັນດາວັດຕ່າງໆໃນທົ່ວປະເທດ ສູດພຸດທະມົນ ຄາຖາ “ຣັດຕະນະສູດ” ແລະຄາຖາອື່ນໆ

ເລື່ອງ:ນະມັດສະການ: ພຣະຫຼັກຄໍາ ເຈົ້າຄະນະແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ທີ່ເຄົາຣົບຢ່າງສູງ. ໃຫ້ພຣະສົງ-ສາມະເນນ ໃນແຕ່ລະວັດສູດພຣະພຸດທະມົນ ເພື່ອຊ່ວຍຂະຈັດປັດເປົ່າໂຣກໄພທັງຫຼາຍ.

-ອີງຕາມ: ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ ລົງວັນທີ 03 ກຸມພາ 2020 ວ່າດ້ວຍການ

ແຕ່ງຕັ້ງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກໂຄໂລນາ ສາຍພັນໃຫມ່ (COVID-19).

-ອີງຕາມ: ມະຕິຕົກລົງຂອງຄະນະບໍລິຫານງານປະຈໍາການ ສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປລາວ ຄັ້ງວັນທີ 16 ມີນາ 2020.

ຫ້ອງການບໍລິຫານງານສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ຂໍນະມັດສະການແຈ້ງການມາ ຍັງພຣະຫຼັກຄໍາ ເຈົ້າຄະນະແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດຊາບວ່າ ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດໍາຣົງບຸນ) ປະທານສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ໄດ້ອາພາດ ແລະປິ່ນປົວຢູ່ໂຮງພະຍາບານ.

ແລະເນື່ອງດ້ວຍສະຖານະການໃນປັດຈຸບັນເກີດໄພພະຍາດໂຣຄາບຽດບຽນມວນມະນຸດສະຍະຊາດ ຄື ພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃຫມ່ (cOVID-19) ເຊິ່ງປັດຈຸບັນໄດ້ແພ່ລາມໄປໃນທົ່ວ ໂລກ ສ້າງຄວາມເດືອດຮ້ອນຕໍ່ຊີວິດເສດຖະກິດ ສັງຄົມຢ່າງໃຫຍ່ຫຼວງ, ເພື່ອຂະຈັດປັດເປົ່າໄພພິບັດຄືໂຣຄາພະຍາດບຽດບຽນນີ້.

ທາງການຈັດຕັ້ງຝ່າຍບ້ານເມືອງ ກໍ່ໄດ້ເອົາໃຈໃສ່ໃນການຄວບຄຸມ ສະກັດກັ້ນ ແລະປິ່ນປົວຢ່າງຫນັກ, ພຣະພຸດທະສາສະຫນາ ເປັນສາສະຫນາຄົງຄູ່ມາກັບປະຊາຊົນປະເທດຊາດລາວ ແລະຊາວໂລກຫຼາຍຮ້ອຍຫຼາຍພັນປີ ໄດ້ຊ່ວຍຂະຈັດປັດເປົ່າທຸກໂສກ ໂຣກໄພພະຍາດ ທັງພາຍນອກແລະພາຍໃນ ນໍາຄວາມສຸກສະຫງົບສຸກມາໃຫ້ສະເຫມີມາ ເຄີຍມີເລື່ອງເກີດຂຶ້ນໃນສະໄຫມ ພຣະພຸດທະການພຣະພຸດທະເຈົ້າ ເຄີຍໃຫ້ພຣະອານົນເຖຣະເຈົ້າ ສຸດພຣະພຸດທະມົນ ຄື

ຣະຕະນະສຸດ ເພື່ອຂະຈັດປັດເປົ່າ ໂຣກໄຟພະຍາດແພ່ລະບາດ ທີ່ເມືອງເວສາລີ, ມາໃນປັດຈຸບັນພຣະພຸດທະສາສະຫນາ ພຣະສົງທັງປວງ ຄວນໄດ້ອາໄສພຣະພຸດທະທັມ ພຣະພຸດທະມົນ ຊ່ວຍຂະຈັດປັດເປົ່າທຸກໂສກໂຣກໄພພະຍາດອັນບຽດບຽນມວນມະນຸດໃນຄັ້ງນີ້ ໃຫ້ສະຫງົບ ລະງັບດັບຫາຍໄປ ນໍາຄວາມສຸກມາໃຫ້ເຫມືອນດັ່ງໃນອະດີດທີ່ຜ່ານມາ.

ວີດີໂອ ຄາຖາ “ຣະຕະນະສູດ”—> https://youtu.be/0OX3X99tiCw

ແຈ້ງການລົງໄປຫາ ອພສ ເມືອງ, ເຂດ ແລະ ວັດ ເພື່ອໃຫ້ພຣະສົງ-ສາມະເນນ ພາຍໃນແຕ່ລະວັດ ໄດ້ສູດພຣະພຸດທະມົນຄື “ຣະຕະນະສູດ, ອາຕານາຕິຍະສູດ, ໂພດຊັງຄະປະຣິດ ແລະ ອະພະຍະປະຣິດ ໃນທຸກໆວັນເພື່ອຊ່ວຍຂະຈັດປັດເປົ່າທຸກໂສກໂຣກໄພພະຍາດທັງຫລາຍໃນຄັ້ງນີ້ ໃຫ້ສະຫງົບລະງັບດັບຫາຍໄປ ຕາມທາງຄວນດ້ວຍເທີ້ນ.

ສຳລັບໃຜທີ່ສົນໃຈ ເບິ່ງວີດີໂອ ຄາຖາ “ຣະຕະນະສູດ”—> https://youtu.be/0OX3X99tiCw

ແລະຢາກຮູ້ວ່າ “ຣະຕະນະສູດ” ແມ່ນຫຍັງ? ກະລຸນາອ່ານບົດຄວາມນີ້ —>http://insidelaos.com/2020/03/15/24561/

ແຫຼ່ງຂໍ້ມູນ: ສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: