Monday, May 19, 2025
Kbank Laos โอน รับ จ่าย

ແຈ້ງການ! ສອບເສັງຮັບເອົາລັດຖະກອນໃຫມ່ ຂອງວິທະຍາໄລເຕັກນິກກະສິກໍາ ດົງຄໍາຊ້າງ

ແຈ້ງການ ເຖິງ: ບັນດາທ່ານທີ່ມີຄວາມສົນໃຈສະຫມັກເຂົ້າເປັນລັດຖະກອນ.

ເລື່ອງ: ສອບເສັງຄັດເລືອກບັນຈຸລັດຖະກອນໃຫມ່ ປີ 2020 ຂອງວິທະຍາໄລເຕັກນິກ ກະສິກໍາດົງຄໍາຊ້າງ.

ຂໍແຈ້ງມາຍັງບັນດາທ່ານທີ່ມີຄວາມສົນໃຈສະຫມັກເຂົ້າເປັນລັດຖະກອນຄູຂອງວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ປະຈໍາສົກປີ 2020 ດັ່ງລາຍລະອຽດລຸ່ມນີ້:

ພາບປະກອບ

1. ເງື່ອນໄຂຂອງຜູ້ສະຫມັກ:

– ມີສັນຊາດລາວແຕ່ກໍາເນີດ, ອາຍຸ 18 ປີຂຶ້ນໄປ ແຕ່ບໍ່ເກີນ 35 ປີ, ມີສຸຂະພາບແຂງແຮງດີ, ເພດຍິງ ຫຼື ຊາຍ. ເປັນຜູ້ເຫັນດີເຫັນພ້ອມນໍາລະບອບການເມືອງ ປະຊາທິປະໄຕ ປະຊາຊົນ, ເປັນພົນລະເມືອງດີ, ຄຸນສົມບັດດີ, ບໍ່ເຄີຍຖືກສານຕັດສິນລົງໂທດ, ບໍ່ເຄີຍຖືກປະຕິບັດວິໄນມາກ່ອນ ແລະ ມີປະຫວັດຈະແຈ້ງ…

– ສາຂາວິຊາທີ່ຕ້ອງການ: ເຕັກໂນໂລຊີກົນຈັກ, ກົນຈັກກະສິກໍາ

– ລະດັບວິຊາສະເພາະ: ຊັ້ນສູງຂຶ້ນໄປ ຄະແນນສະເລ່ຍ 3,20 ຂຶ້ນໄປ. (ຕ້ອງຈົບສາຍຄູ).

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້