ແຂວງສະຫວັນນະເຂດພົບຜູ້ຕ້ອງສົງໄສ 1 ຄົນ ແຕ່ຢືນຢັນເຂັ້ມງວດກວດກາຄົນເຂົ້າ-ອອກຢູ່ດ່ານ

ວັນທີ 17 ມີນາ 2020 ແຂວງສະຫລວັນນະເຂດຢືນຢັນຍັງເປີດໃຫ້ບໍລິການ ແລະ ບໍ່ໄດ້ປິດດ່ານສາກົນມິດຕະ ພາບລາວ-ໄທແຫ່ງທີ 2 ເຖີງແມ່ນວ່າມີການລະບາດພະຍາດອັກເສບປອດໂຄວິດ-19 ໃນປະເທດໃກ້ຄຽງ ປັດຈຸ ບັນໄດ້ເພີ່ມມາດຕະການເຄັ່ງຂຶ້ນຫລາຍເທົ່າຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 2.

ດ້ວຍໃຊ້ອຸປະກອນເທີໂມ ແລະ ເຄື່ອງອິນພາເລສວັດກວດກາອຸນະພູມຮ່າງກາຍຂອງແຕ່ລະຄົນເຂົ້າອອກດ່ານ ພາຍຫລັງບັນດາປະເທດເພື່ອນມີການລະບາດພະຍາດອັກເສບປອດໂຄວິດ-19 ໂດຍສະເພາະປະເທດໄທມີຜູ້ຕິດເຊື້ອເພີ່ມຂຶ້ນ 147 ຄົນ, ເສຍຊີວິດ 1 ຄົນ; ຫວຽດນາມມີຜູ້ຕິດເຊື້ອ 61 ຄົນ.

ທ່ານ ວິໄລສັກ ພັນທະວົງ ຮອງຫົວຫນ້າດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ໃຫ້ສໍາພາດນັກຂ່າວສໍານັກຂ່າວສານປະເທດລາວໃນວັນທີ 17 ມີນາ 2020 ນີ້ວ່າ:

ນັບແຕ່ມີການລະບາດພະຍາດໂຄວິດໃນປະເທດໄກ້ຄຽງ ແລະ ຕ່າງປະເທດນັ້ນ, ພວກເຮົາບໍ່ໄດ້ຖືເບົາ ແລະ ໄດ້ປະສານສົມທົບຮ່ວມກັບຫນ່ວຍງານກ່ຽວຂ້ອງຜັດປ່ຽນເຮັດວຽກ ແລະ ກວດກາຄົນເຂົ້າ-ອອກຢ່າງເຄັ່ງຄັດເປັນຕົ້ນແມ່ນກວດກາລົດອອກເຂົ້າ, ກວກກາເປັນລາຍບຸກ ແລະ ອື່ນໆ ປັດຈຸບັນມີຄົນລາວ ແລະ ຕ່າງປະເທດເຂົ້າ ອອກຜ່ານດ່ານປະມານ 1.500 ຄົນຕໍ່ມື້ ສ່ວນໃຫຍ່ແມ່ນຄົນໄທ ຖ້າທຽບກັບເມື່ອກ່ອນຍັງບໍ່ມີການລະບາດພະ ຍາດໃນຕ່າງປະເທດມີຄົນເຂົ້າອອກປະມານ 3.000 ຄົນຕໍ່ມື້ຢູ່ດ່ານຂອງພວກເຮົາ.

ທ່ານ ຖາວອນ ທຸມມະສອນ ເຈົ້າຫນ້າທີ່ສະເພາະກິດເປີດເຜີຍວ່າພວກເຮົາໄດ້ເຮັດຫນັກ ແລະ ໄດ້ມີການຜັດປ່ຽນກັນເວນຍາມຢ່າງເຄັ່ງຄັດໂດຍແຕ່ລະມື້ສາມາດກວດຄົນເຂົ້າອອກປະມານ 1.500 ຄົນຕໍ່ມື້.

ຫລ້າສຸດເວລາ 7:00 ນາທີຂອງວັນທີ 17 ມີນາ 2020 ພົບຜູ້ຕ້ອງສົງໃສເປັນຄົນລາວເພດຍິງອາຍຸ 28 ປີ ເດີນ ທາງມາຈາກໄທຜ່ານດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ມີອາການເປັນໄຂ້ໂດຍຜ່ານການກວດກາມີອຸນະພູມ 38.5 ອົງສາ ເຊິ່ງໄດ້ສົ່ງຜູ້ກ່ຽວໄປຈຸດຄວບຄຸມເພື່ອລໍຖ້າຟັງຜົນກວດຢ່າງລະອຽດ.

ປັດຈຸບັນ ພວກເຮົາເຈົ້າຫນ້າທີ່ແພດປະຈໍາດ່ານ 2 ຄົນ, ມີອຸປະກອນອິນພາເລສເຄື່ອງວັດອຸນະພູມ 3 ເຄື່ອງ ແຕ່ຕ້ອງຢາກໄດ້ເພີ່ມ 2 ເຄື່ອງ.

ແຫຼ່ງຂໍ້ມູນ: ພາບ-ຂ່າວ: ເກີດຂວັນໃຈ ມາລີຈັນສີ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...