ນະຄອນໄກສອນ ພົມວິຫານ ຈະກາຍເປັນນະຄອນທີ່ໜ້າຢູ່ທີ່ສຸດແຫ່ງໜຶ່ງໃນລາວ

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໄດ້ແຈ້ງໃຫ້ ຮູ້ວ່າ: ທາງພະແນກກໍາລັງສຸມໃສ່ 5 ໂຄງການໃຫຍ່ເພື່ອພັດທະນາພື້ນຖານໂຄງລ່າງພາຍໃຕ້ໂຄງການສ້າງນະຄອນໄກສອນ ພົມວິຫານ ເປັນນະຄອນທີ່ໜ້າຢູ່.      

ທ່ານ ພົມມາ ວົງພະຈິດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໄດ້ແຈ້ງໃນບໍ່ດົນມານີ້ວ່າ: 

ການພັດທະນາດັ່ງກ່າວລວມມີໂຄງການກໍ່ສ້າງປັບປຸງຮ່ອງລະບາຍນໍ້າເປື້ອນ ແລະ ຕິດຕັ້ງເຄື່ອງສູບນໍ້າ, ປັບປຸງ ແລະ ກໍ່ສ້າງຖະໜົນໄກສອນ ພົມວິຫານ, ກໍ່ສ້າງປັບປຸງຍົກລະດັບຖະໜົນຟ້າງຸ່ມ ແລະ ສວນສາທາລະນະ, ປັບປຸງສະໜາມກໍາຈັດຂີ້ເຫຍື້ອພ້ອມທັງສິ່ງອໍານວຍຄວາມສະດວກໃນການແຍກຂີ້ເຫຍື້ອ, ໂຮງງານຝຸ່ນໂບມ ແລະ ໂຄງການຕ້ານຕາຝັ່ງເຈື່ອນ.

ພາບປະກອບ

ໂຄງການດັ່ງກ່າວແມ່ນໜຶ່ງໃນບັນດາໂຄງການທີ່ໄດ້ຮັບເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ, ເຊິ່ງມີມູນຄ່າການລົງທຶນຫຼາຍກວ່າ 4,5 ລ້ານໂດລາສະຫະລັດ.

ປະຈຸບັນໂຄງການເຫຼົ່ານີ້ມີຄວາມຄືບໜ້າຫຼາຍກວ່າ 50% ແລະ ຄາດວ່າຈະສໍາເລັດການກໍ່ສ້າງໃນປີ 2021 ພາຍ ຫຼັງທີ່ເລີ່ມມາແຕ່ປີ 2013 ເຊິ່ງເປັນໂຄງການສ້າງ ນະຄອນໄກສອນ ພົມວິຫານ ເປັນນະຄອນ ທີ່ໜ້າຢູ່ໃນອະນາ ຄົດ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ, ພາບ: ສົມພາວັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...