ຕັ້ງສະຕິ ອ່ານໃຫ້ຈົບ! ຕິດເຊື້ອ Covid-19 ເປັນໄດ້ກະເຊົາໄດ້ ຈາກຄຳແນະນຳໜຶ່ງໃນຜູ້ຕິດເຊື້ອ

ພາບປະກອບ

ກະຊວງສາທາລະນະສຸກ ໄດ້ອອກມາຖະແຫຼງຂ່າວຢ່າງເປັນທາງການແລ້ວວ່າ ພົບຜູ້ຕິດເຊື້ອ Covid-19 6 ຄົນແລ້ວໃນ ສປປ.ລາວ ເຊິ່ງໄດ້ສ້າງຄວາມກັງວົນ ແລະ ແຕກຕື່ນໃຫ້ກັບປະຊາຊົນລາວເປັນຈໍານວນຫຼວງຫຼາຍ

ເລື່ອງລາວເຜີຍແຜ່ຈາກຜູ້ໃຊ້ Facebook ຊື່ Tong Muaythai ໜຶ່ງໃນຜູ້ຕິດເຊື້ອ Covid-19 (ປະເທດໄທ) ທີ່ກໍາລັງເຂົາປິ່ນປົວຕົນເອງຢູ່ໂຮງໝໍ ໂດຍໂພສດັ່ງກ່າວໄດ້ລະບຸວ່າ “ໃຜທີ່ກໍາລັງຕິດເຊື້ອ ໂຄວິດ ຂ້ອຍມີຄໍາແນະນໍາ”

  1. ສໍາຫຼວດຕົວເອງວ່າມີຄວາມສ່ຽງບໍ່ ໝາຍເຖິງຄົນທີ່ຢູ່ໃກ້ຊິດຕ້ອງຕິດເຊື້ອແລ້ວຈຶ່ງເອີ້ນວ່າຄວາມສ່ຽງແທ້ ຍໍ້າວ່າໃກ້ຊິດແທ້ໆ ປະເພດທີ່ວ່າຫາຍໃຈໃສ່ໜ້າກັນ, ກິນເຂົ້າຈານດຽວກັນ, ກິນນໍ້າຈອກດຽວກັນ, ກອດ, ຈູບກັນ… ສ່ວນການສໍາພັດແບບວ່າ ເຄີຍຍ່າງກາຍກັນ, ຢືນລົມກັນ, ກິນເຂົ້າຄົນລະຈານ, ນໍ້າຄົນລະຈອກ, ເຕະບານ, ແລ່ນຫຼິ້ນ, ໄປຫຼິ້ນກິລາ ບໍ່ໄດ້ສໍາພັດຮ່າງກາຍກັນ ແບບນີ້ບໍ່ນັບ.

ຄົນທີ່ຈະແຜ່ເຊື້ອໄດ້ຄືຄົນທີ່ມີອາການແລ້ວ ເພາະເຊື້ອມັນຈະມີປະລິມານຫຼາຍພໍ ແລະ ຈະແຜ່ທາງຂອງແຫຼວທີ່ອອກຈາກຮ່າງກາຍເຊັ່ນ: ການໄອ, ຈາມເປັນລະອອງຝອຍ ດັ່ງນັ້ນ ກ່ອນມີອາການ ໂອກາດແຜ່ເຊື້ອຈຶ່ງມີໜ້ອຍ ກຸ່ມສ່ຽງຈຶ່ງເປັນຄົນໃກ້ຊິດທີ່ສໍາພັດໂຕຜູ້ປ່ວຍໃນໄລຍະທີ່ສະແດງອາການແລ້ວເປັນຕົ້ນ ແລ້ວກັບໄປເບິ່ງປະຫວັດຍ້ອນຫຼັງປະມານ 3-5 ມື້ກໍພໍ

  1. ຖ້າບໍ່ພົບວ່າຕົນເອງຢູ່ໃນຂໍ້ທີ 1 ກໍາປະຕິບັດຕາມຂັ້ນຕອນຕໍ່ໄປນີ້ ຄື: ກັກຕົວເອງ 14 ມື້ ຍັງບໍ່ຕ້ອງໄປກວດໃດໆ ເພາະເຖິງຈະໄປກໍອາດຈະບໍ່ພົບເຊື້ອ ແຖມໄປເພີ່ມພາລະໃຫ້ເຈົ້າໜ້າທີ່ແພດໝໍອີກ ຂໍຍໍ້າວ່າ ບໍ່ຕ້ອງຟ້າວໄປກວດ ຢ່າແຕກຕື່ນຈົນໄປສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ ພຽງແຕ່ເບິ່ງແຍງຕົວເອງໃຫ້ດີກໍພໍ
  2. ໃນຂະນະທີ່ກັກຕົວເອງ ຖ້າມີອາຜິດປົກກະຕິເຊັ່ນ: ໄຂ້ຂຶ້ນ, ເຈັບຄໍ, ໄອ, ປວດເມື່ອຍຕາມຕົນໂຕ, ຫາຍໃຈບໍ່ສະດວກ, ຫອບຫືດ, ເມື່ອຍຜິດປົກກະຕິ ກໍຄືອາການປ່ວຍຕ່າງໆແບບນີ້ ຈຶ່ງຄວນຟ້າວໄປຫາໝໍໃຫ້ກວດຢ່າງຈິງຈັງ ຢ່າລືມວ່າຕອນອອກຈາກເຮືອນ ກໍຕ້ອງປ້ອງກັນຢ່າແພ່ເຊື້ອພະຍາດລະຫວ່າງທາງ.
  3. ຖ້າຜົນກວດເປັນບວກ ຂໍສະແດງຄວາມຍິນດີນໍາເດີ້ ເພາະວ່າທ່ານຕິດເຊື້ອ ໄວຣັສໂຄໂຣນ່າ ແລ້ວ ແຕ່ບໍ່ຕ້ອງຕົກໃຈ ຫຼືກັງວົນໃຈຈົນເກີນໄປ ເພາະ #ໂຄວິດເປັນໄດ້ກໍເຊົາໄດ້ ທາງໂຮງໝໍຈະແນະນໍາວິທີທາງປິ່ນປົວຂອງແຕ່ລະຄົນ ນັ້ນຄືການປິ່ນປົວຕາມອາການນັ້ນເອງ ເພາະພະຍາດນີ້ເປັນເຊື້ອຈຸລາໂລກສາຍພັນໃໝ່ ຈຶ່ງຍັງບໍ່ມີຢາຮັກສາ ຫຼືວັກຊີນປ້ອງກັນທີ່ແນ່ນອນ.

ທັງນີ້ ຕາມຫຼັກຂອງທໍາມະຊາດຮ່າງກາຍຂອງມະນຸດນັ້ນມີຄວາມມະຫັດສະຈັນ ເມື່ອມີເຊື້ອພະຍາດເຂົ້າສູ່ຮ່າງກ າຍ ຮ່າງກາຍຈະພະຍາຍາມກໍາຈັດມັນເອງ ບາງພະຍາດທີ່ເຮົາຮູ້ຈັກມັນແລ້ວ ຮ່າງກາຍກໍກໍາຈັດມັນງ່າຍ ແຕ່ເຊື້ອ ໂຄວິດ ມັນມາໃໝ່ ຮ່າງກາຍຈຶ່ງຕ້ອງໃຊ້ເວລາທໍາຄວາມຮູ້ຈັກ ແລະ ກໍາຈັດມັນດົນເທົ່ານັ້ນເອງ.

ຄວາມເປັນຕາຢ້ານແມ່ນຄົນທີ່ຮ່າງກາຍບໍ່ແຂງແຮງ, ມີພະຍາດປະຈໍາຕົວ, ເປັນພະຍາດກ່ຽວກັບລະບົບທາງເດີນຫາຍໃຈ ແລະ ປອດ ໄວຣັສໂຕນີ້ກໍຈະມີອານຸພາບລໍາລາຍລ້າງສູງແນ່ ຄົນກຸ່ມໜຶ່ງຈຶ່ງຕ້ອງລະວັງເປັນພເສດ ສ່ວນຄົນປົກກະຕິກໍຢ່າງກັງວົນໄປເລີຍແນວໃດກໍເຊົາ ແຕ່ຈະຊ້າ ຫຼືໄວແລ້ວແຕ່ບຸກຄົນ.

ສ່ວນແນວທາງໃນການປິ່ນປົວຕາມອາການຄື ໝໍຈະໃຫ້ຄົນທີ່ມີໄຂ້ກໍກິນປາລ່າຫຼຸດໄຂ້, ຄົນທີ່ໄອກໍກິນຢາແກ້ໄອ, ມີນໍ້າມູກກໍກິນຢາຫຼຸດນໍ້າມູກ, ຄົນທີ່ເຈັບຄໍກໍກິນຢາຂ້າເຊື້ອໄປ ດຽວອາການກໍຈະຄ່ອຍໆດີຂຶ້ນເອງ. ການປິ່ນປົວມີເທົ່ານີ້ ແຕ່ໂຮງໝໍ ສິຣິຣາສ (ປະເທດໄທ) ເພີ່ມອີກໜ້ອນໜຶ່ງຄື ໃຫ້ຢາຕ້ານໄວຣັສ 8 ເມັດຕໍ່ມື້ ແລະ ຢາແກ້ມາລາເຣຍ 2 ເມັດຕໍ່ມື້ ທັງໝົດ 5 ມື້ ເພື່ອຢຸດຢັ້ງການເຕີບໂຕຂອງໄວຣັສ ແຕ່ຈະໄດ້ຜົນ ຫຼືບໍ່ກໍແລ້ວແຕ່ຮ່າງກາຍຂອງແຕ່ລະຄົນ ເພາະພະຍາດນີ້ຍັງບໍ່ມີຢາປິ່ນປົວ 100%

ສຸດທ້າຍທ່ານໝໍບອກວ່າ ສະເລ່ຍຄົນທີ່ເປັນ ໂຄວິດ ໃຊ້ເວລາປິ່ນປົວຈົນເຊື້ອໝົດປະມານ 7-30 ມື້ ແລ້ວແຕ່ຄວາມແຂງແຮງຂອງແຕ່ລະຄົນ ເມື່ອຜົນກວດເປັນ ລົບ 2 ຄັ້ງ ກໍກັບບ້ານໄດ້ ຖືວ່າເຊົາຂາດແລ້ວ ແລະ ຮ່າງກາຍຈະມີພູມຄຸ້ມກັນພະຍາດນີ້ໄປອີກດົນ ໂອກາດຕິດເຊື້ອຍາກຂຶ້ນ ແລະ ຖ້າຕິດອີກກໍຈະເຊົາໄວຂຶ້ນ ຖືເປັນວ່າເປັນຂໍ້ດີກວ່າ.

ແຫຼ່ງຂໍ້ມູນ: ຂວັນໃຈ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.