ເລື່ອນອອກໄປບໍ່ມີກຳນົດ! ລາຍການແຂ່ງຂັນບານເຕະ ເປັບຊີລາວລີກ 1 ແລະ ລາວລີກຄອມມານໂດ 2

ພາບປະກອບ

ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງບັນດາສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນບານເຕະ ເປັບຊີ ລາວລີກ 1 ແລະ ຄອມມານໂດ ລາວລີກ 2 ລະດູການ 2020 ຊາບຮ່ວມກັນວ່າ ເພື່ອເປັນການປະຕິບັດຕາມມາດຕະການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19 ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ສະຫະພັນບານເຕະແຫ່ງຊາດລາວ ມີຄວາມຈໍາເປັນທີ່ຕ້ອງໄດ້ເລື່ອນບັນດາກິດຈະກຳຂອງ ສຕລ ເຊີ່ງລວມທັງການຈັດການແຂ່ງຂັນບານເຕະລາຍການຕ່າງໆອອກໄປ ຕາມລາຍລະອຽດດັ່ງລຸ່ມນີ້:

1. ການແຂ່ງຂັນບານເຕະ ເປັບຊີ ລາວລີກ 1 ຈະເລື່ອນມື້ເປີດມການແຂ່ງຂັນຕາມກຳນົດເວລາເດີມໃນວັນທີ 25 ເມສາ 2020 ອອກໄປຈົນກວ່າສະພາບການລະບາດຂອງພະຍາດ COVID-19 ຈະຢຸດຕິ ແລະ ສະພາບການກັບສູ່ພາວະປົກກະຕິ.
2. ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ໃນລະດູການ 2020 ຈະເລື່ອນມື້ເປີດການແຂ່ງຂັນຕາມກຳນົດເວລາເດີມໃນວັນທີ 02 ພຶດສະພາ 2020 ອອກໄປຈົນກວ່າອອກໄປຈົນກວ່າສະພາບການລະບາດຂອງພະຍາດ COVID-19 ຈະຢຸດຕິ ແລະ ສະພາບການກັບສູ່ພາວະປົກກະຕິ.
3. ກຳນົດການລົງທະບຽນຂອງນັກກິລາໃນການແຂ່ງຂັນສອງລາຍການດັ່ງກ່າວຈະໄດ້ຂະຫຍາຍໄລຍະເວລາອອກໄປຈົນກວ່າຈະມີການແຈ້ງການເພີ່ມເຕີມຈາກ ສຕລ.
4. ໃຫ້ບັນດາສະໂມສອນໂຈະກິດຈະກຳການຈັດຊຸມນຸມ ຫຼື ການຝຶກຊ້ອມທີ່ບໍ່ຈໍາເປັນອອກໄປພ້ອມທັງຕິິດຕາມຂ່າວ ແລະ ປະຕິບັດຕາມມາດຕະການຂອງລັດຖະບານໃນການປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.
5. ໃຫ້ສະໂມສອນຕິດຕາມການແຈ້ງການທາງການຈາກ ສຕລ ເປັນປະຈໍາເພື່ອໃຫ້ມີຄວາມກຽມພ້ອມຂອງສະໂມສອນໃນການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆຂອງ ສຕລ ປະຈໍາປີ 2020.

ດັ່ງນັ້ນ, ຈື່ງຖືເປັນກຽດແຈ້ງມາຍັງບັນດາສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນບານເຕະ ເປັບຊີ ລາວລີກ 1 ແລະ ຄອມມານໂດ ລາວລີກ 2 ລະດູການ 2020 ຮັບຊາບ ແລະ ຈັດຕັ້ງປະຕິບັດຕາມຄວາມເໝາະສົມ.

ແຫຼ່ງຂໍ້ມູນ: ສະຫະພັນບານເຕະແຫ່ງຊາດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...