ທ່ານນາຍົກລັດຖະມົນຕີ ລົງກວດກາມາດຕະການປ້ອງກັນການແຜ່ລະບາດ ເຊື້ອພະຍາດ COVID-19 ຢູ່ແຂວງຄຳມ່ວນ

ເພື່ອສືບຕໍ່ຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຜົນຄືນການຈັດຕັ້ງປະຕິບັດບັນດາມາດຕະການ ທີ່ລັດຖະບານວາງອອກໃນການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງເຊື້ອພະຍາດ COVID-19 ມີຄວາມຮັບປະກັນ ແລະ ໄດ້ຮັບຜົນຄືແນວໃດນັ້ນ.

ທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ສະເພາະກິດໄດ້ໄປຢ້ຽມຢາມ ແລະ ກວດກາເບິ່ງສະພາບຄວາມ ເປັນຈິງໃນການປະຕິບັດໜ້າທີ່ ຂອງພາກສ່ວນທີ່ກ່ຽວຂ້ອງ ກໍຄືກົນໄກການປະຕິບັດວຽກງານ, ລວມທັງໂຄງລ່າງພື້ນຖານ, ເຕັກນິກ ແລະ ອຸປະກອນຮັບໃຊ້ຕ່າງໆ ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ຄໍາມ່ວນ-ນະຄອນພະນົມ ໃນການຮອງຮັບ ຜູ້ຄົນເຂົ້າດ່ານສາກົນດັ່ງກ່າວ. ພ້ອມທັງໄປຢ້ຽມຢາມສູນກັກບໍລິເວນຊົ່ວຄາວໂຮງຮຽນມັດທະຍົມ ຕົ້ນນາໂບ, ເມືອງທ່າແຂກ, ແຂວງຄຳມ່ວນ.

ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ນີ້ ນັບແຕ່ວັນ ທີ 20 – 25 ມີນາ 2020 ມີຄົນ ເຂົ້າຜ່ານດ່ານທັງໝົດ 7.300 ກວ່າຄົນ, ໃນນັ້ນມີຄົນຫວຽດນາມ 2.008 ຄົນ, ຄົນລາວ 4.072 ຄົນ, ຄົນໄທ 1.230 ຄົນ, ຄົນ ຈີນ 4 ຄົນ.

ສຳລັບຄົນລາວທີ່ເຂົ້າ ມານັ້ນແມ່ນຢູ່ແຂວງຄຳມ່ວນມີ ຈຳນວນ 3.993 ຄົນ, ບໍລິຄຳໄຊ 41 ຄົນ, ສະຫວັນນະເຂດ 33 ຄົນ, ຈຳປາສັກ ແລະ ແຂວງນະ ຄອນຫຼວງວຽງຈັນ ພາກສ່ວນລະ 2 ຄົນ ແລະ ໄຊຍະບູລີ 1 ຄົນ.

ຕໍ່ກັບຄົນທີ່ເຂົ້າຜ່ານດ່ານດັ່ງກ່າວ ແມ່ນໄດ້ມີການກວດສຸຂະພາບ, ຖ້າພົບກໍລະນີສົງໄສແມ່ນສົ່ງໄປຕິດຕາມອາການຢູ່ຫ້ອງແຍກປ່ຽວໂຮງໝໍແຂວງ, ສ່ວນຜູ້ທີ່ບໍ່ມີໄຂ້ແຕ່ເດີນທາງເຂົ້າມາແມ່ນ ເຈົ້າໜ້າທີ່ໄດ້ນຳເຂົ້າໄປກັກກັນຢູ່ຕາມສູນຕ່າງໆຂອງບັນດາເມືອງ ໃນຈຳນວນ 78 ສູນ ໃນທົ່ວ ແຂວງ, ສ່ວນຄົນຫວຽດນາມ ແມ່ນໄດ້ກວດສຸຂະພາບ ແລະ ສົ່ງຕໍ່ເດີນທາງກັບປະເທດ.

ຜ່ານມາ ໄດ້ກັກຕົວຜູ້ທີ່ສົງໄສຕິດເຊື້ອ ພະຍາດ COVID-19 ຈໍານວນ 4 ກໍລະນີ, ຜົນໄດ້ຮັບ 3 ກໍລະນີ ບໍ່ພົບເຊື້ອ ແລະ ອີກ 1 ຕົວຢ່າງ ຍັງລໍຖ້າຜົນກວດ, ເຊິ່ງມາຮອດປັດຈຸບັນທົ່ວແຂວງຄຳມ່ວນຍັງບໍ່ພົບກໍລະນີຜູ້ຕິດເຊື້ອ COVID- 19 ເທື່ອ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍຕໍ່ເຈົ້າໜ້າທີ່, ພະນັກງານແພດໝໍ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ກໍຄືໜ້າທີ່ ແລະ ຄວາມ ຮັບຜິດຊອບຂອງຕົນຢ່າງເຂັ້ມງວດ,

ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ຜ່ານດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ແລະ ຜູ້ທີ່ຢູ່ສູນກັກບໍລິເວນຊົ່ວຄາວ ໂຮງຮຽນມັດທະຍົມຕົ້ນນາໂບ ຈົ່ງພ້ອມກັນອົດທົນເຝົ້າລະວັງ ແລະ ຕິດຕາມອາການຂອງຕົນຕາມ ລະບຽບຫຼັກການ 14 ວັນ, ສິ່ງສຳຄັນແມ່ນຄວາມເປັນເຈົ້າການ ໃຫ້ການຮ່ວມມືກັບເຈົ້າໜ້າທີ່, ເຫັນແກ່ຜົນປະໂຫຍດສ່ວນລວມ, ມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ.

ແຫຼ່ງຂໍ້ມູນ: ກົມປະຊາສຳພັນ ຫສນຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...