ພາກເອກະຊົນໄທ ມອບເງິນ 1.33 ລ້ານບາດ ພ້ອມອຸປະກອນການແພດ ໃຫ້ກະຊວງສາທາລະນະສຸກ ສປປ.ລາວ

ທ່ານ ດຳລົງ ໃຄຼ່ຄຼວນ ເອກອັກຄະລັດຖະທູດໄທ ປະຈຳ ນະຄອນຫຼວງວຽງຈັນ ໄດ້ນຳຜູ້ແທນເອກະຊົນໄທ ໃນລາວ ເຂົ້າຢ້ຽມ ທ່ານ ຮສ. ດຣ, ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແຫ່ງ ສປປ.ລາວ.

ຢູ່ທີ່ກະຊວງສາທາລະນະສຸກ ພ້ອມມອບເງິນປະມານ 1.33 ລ້ານບາດ ພ້ອມອຸປະກອນທາງການແພດໃຫ້ແກ່ກະຊວງສາທາລະນະສຸກ ແຫ່ງ ສປປ.ລາວ ເພື່ອຮ່ວມສະໜັບສະໜູນບຸກຄະລາກອນທາງການແພດລາວ ໃນການດຳເນີນງານເພື່ອປ້ອງກັນການລະບາດຂອງໂລກຕິດຕໍ່ເຊື້ອໄວລັດໂຄໂລນາ 2019 ຫຼື ໂລກໂຄວິດ 19 (Coronavirus Disease 2019 (COVID-19).

ມີທ່ານນາງອຸຣະວະດີ ສຣີພິຣົມ ອັກຄະລາຊະທູດ ສະຖານເອກອັກຄະລັດຖະທູດ ນະຄອນຫຼວງວຽງຈັນເຂົ້າຮ່ວມ.

ມີລາຍຊື່ພາກທຸລະກິດດັ່ງນີ້:

  1. ສະຖານເອກອັກຄະລັດຖະທູດໄທ ປະຈຳນະຄອນຫຼວງວຽງຈັນ ມອບຖົງມືແພດ ຈຳນວນ 53,000 ຄູ່.
  2. ສະມາຄົມໄທ-ລາວ ເພື່ອມິດຕະພາບ ມອບໜ້າກາກ face shield ຈຳນວນ 1.000 ອັນ.
  3. ສະພາທຸລະກິດ ໄທ-ລາວ ມອບເຈວແອລກໍຮໍ ຈຳນວນ 500 ຂວດ.
  4. ບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ ຮ່ວມກັບ ບໍລິສັດ ຊ. ການຊ່າງ (ລາວ) ຈຳກັດ ແລະບໍລິສັດໄຟຟ້ານ້ຳງື່ມ 2 ຈຳກັດ ມອບເງິນຈຳນວນ 1,000,000 ບາດ.
  5. ບໍລິສັດ ຄຳມ່ວນ ຊີເມນ ຈຳກັດ ມອບເງິນຈຳນວນ 100,000 ບາດ
  6. ບໍລິສັດ ກຟຜ ອິນເຕີເນຊັ່ນແນວ ຈຳກັດ ມອບເງິນຈຳນວນ 100,000 ບາດ.
  7. ທະນາຄານກຸງໄທ ຈຳກັດ (ມະຫາຊົນ) ສາຂາ ນະຄອນຫຼວງວຽງຈັນ ມອບເງິນຈຳນວນ 30,000.
  8. ບໍລິສັດ ເອສຊີຈີ ອິນເຕີເນຊັ່ນແນວ ລາວ ຈຳກັດ ມອບເງິນຈຳນວນ 30,000 ບາດ.
  9. ບໍລິສັດ ຊີ.ພີ.ລາວ ຈຳກັດ ມອບເງິນຈຳນວນ 12,400,000 ລ້ານກີບ.
  10. ບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ ຈຳກັດ ມອບເງິນຈຳນວນ 5,000,000 ກີບ.
  11. ບໍລິສັດ LS Horizon (ລາວ) ຈຳກັດ ມອບເງິນຈຳນວນ 4,450,000 ກີບ.

ແຫຼ່ງຂໍ້ມູນ: Royal Thai Embassy, Vientiane

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,