ດ່ວນສຸດ! ກະຊວງການຕ່າງປະເທດ ແຈ້ງປິດດ່ານສາກົນ ລາວ-ໄທ ທັງໝົດໃນຂອບເຂດທົ່ວປະເທດ

ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມນັບຖືມາຍັງ ສະຖານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ທີ່ ນະຄອນຫຼວງວຽງຈັນ ແລະ ຂໍຖືເປັນກຽດແຈ້ງໃຫ້ຊາບວ່າ:

ໂດຍອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ: 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ, ກັນການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອ ຕ້ານພະຍາດ COVID-19 ແລະ ເພື່ອເປັນການສືບຕໍ່ເພີ່ມທະວີການປ້ອງກັນສະກັດກັ້ນ ແລະ ກັນການແຜ່ລະບາດຂອງພະຍາດດັ່ງກ່າວ ບໍ່ໃຫ້ແຜ່ລາມອອກໃນວົງກວ້າງ ຢູ່ ສປປ ລາວ.

ພາບປະກອບ

ສະນັ້ນ, ຈຶ່ງໄດ້ຍົກລະດັບການປ້ອງກັນ ໂດຍຈະນໍາໃຊ້ມາດຕະການປີດດ່ານສາກົນທີ່ຍັງເປີດນໍາໃຊ້ຢູ່ໃນປະຈຸບັນທັງຫມົດຢ່າງສິ້ນເຊີງ ແລະ ຈະບໍ່ອະນຸຍາດໃຫ້ບຸກຄົນໃດ ເດີນທາງເຂົ້າ-ອອກ ສປປ ລາວ ຜ່ານດ່ານດັ່ງກ່າວຢ່າງເດັດຂາດ ຍົກເວັ້ນລົດບັນທຸກ ທີ່ຂົນສົ່ງສິນຄ້າ ແລະ ການເຂົ້າ-ອອກ ໃນກໍລະນີສຸກເສີນເທົ່ານັ້ນ, ມາດຕະການດັ່ງກ່າວຈະເລີ່ມຈັດຕັ້ງປະຕິບັດ ນັບແຕ່ມື້ນີ້ເປັນຕົ້ນໄປ ຈົນເຖິງວັນທີ 19 ເມສາ 2020.

ໄລຍະເວລານໍາໃຊ້ມາດຕະການດັ່ງກ່າວ ອາດຈະມີການປ່ຽນແປງ ໂດຍອີງໃສ່ສະພາບຕົວຈິງຂອງການແຜ່ລະບາດຂອງພະຍາດ ໃນແຕ່ລະໄລຍະ, ສະນັ້ນ, ຈຶ່ງຂໍຄວາມຮ່ວມມືມາຍັງທາງການໄທ ຊ່ວຍແນະນໍາແຮງງານລາວ ທີ່ເຮັດວຽກຢູ່ໄທ ບໍ່ໃຫ້ມີການເຄື່ອນຍ້າຍ ແລະ ໃຫ້ຄວາມຮ່ວມມືໃນການຢູ່ກັບທີ່ໃນໄລຍະນີ້.

ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍຄວາມຮ່ວມມືມາຍັງ ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ເພື່ອຊ່ວຍແຈ້ງມາດຕະການດັ່ງກ່າວໄປຍັງພາກສ່ວນກ່ຽວຂ້ອງຂອງໄທຕາມທາງຄວນ ແລະ ຂໍສະແດງຄວາມນັບຖືຢ່າງສູງມາໃນໂອກາດນີ້ດ້ວຍ.

ແລະທາງປະເທດໄທ ໄດ້ປະກາດເຊັ່ນດຽວກັນ.

ແຫຼ່ງຂໍ້ມູນ: https://facebook.com/2663881970388996

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,