ນາຍົກ ເນັ້ນໃຫ້ສູນກາງຈັດສັນ ອຸປະກອນການແພດສົ່ງໃຫ້ບັນດາແຂວງ ແຈກຢາຍໃຫ້ປະຊາຊົນ ຕ້ານໂຄວິດ-19

ປັດຈຸບັນ, ບັນດາບໍລິສັດ, ຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ທັງພາກລັດ, ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ປະກອບສ່ວນເງິນ ແລະ ອຸປະກອນການແພດຕ່າງໆ ເປັນຕົ້ນ ຜ້າອັດປາກ-ດັງ, ເຈວລ້າງມື, ເຫລົ້າເກົ້າສິບມາ ໃຫ້ລັດຖະບານລາວ ເພື່ອຕ້ານການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ເພີ່ມຂຶ້ນ

ແລະ ໃນໂອກາດທີ່ເປັນປະທານກອງປະຊຸມທາງໄກ ເພື່ອກວດກາ ແລະ ປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນວັນທີ 6 ເມສາ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ໄດ້ເນັ້ນໜັກໃຫ້ສູນກາງ ກໍຄື ພາກສ່ວນທີ່ກ່ຽວຂ້ອງ ຈັດສັນສົ່ງອຸປະກອນດັ່ງກ່າວໃຫ້ແຂວງຕ່າງໆ ເພື່ອແຈກຢາຍລ້າໃຫ້ປະຊາຊົນ ໂດຍສະເພາະແຂວງທີ່ຂາດເຂີນ ແລະ ຢູ່ຫ່າງໄກ.

ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີຍັງເນັ້ນໃຫ້ສືບຕໍ່ຊຸກຍູ້ ແລະ ລະດົມ ທົ່ວສັງຄົມ ໃຫ້ການຊ່ວຍ ເຫລືອ ແລະ ບໍລິຈາກເຄື່ອງມື, ອຸປະກອນການແພດ ແລະ ອື່ນໆ ເພື່ອນຳໄປໃຫ້ໂຮງໝໍ ແລະ ແຈກຢາຍໃຫ້ບັນ ດາແຂວງ, ພ້ອມທັງໃຫ້ຄະນະສະເພາະກິດ ຈັດຊື້ອຸປະກອນທາງການແພດທີ່ຍັງບໍ່ທັນພຽງພໍ ເພື່ອຈັດສົ່ງໄປໃຫ້ບັນດາແຂວງ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງໃຫ້ທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຮ່ວມແຮງຮ່ວມໃຈກັນ ເຂັ້ມງວດຈັດຕັ້ງປະຕິບັດ ຄຳສັ່ງ 06/ນຍ,

ກໍຄື ມາດຕະການຕ່າງໆ ທີ່ລັດຖະບານ ແລະ ຄະນະສະເພາະກິດ ວາງອອກ ຢ່າງເດັດຂາດ ແນໃສ່ຕ້ານ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ເພີ່ມຂຶ້ນ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ແຫຼ່ງຂໍ້ມູນ: ຂ່າວ: ທະນູທອງ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,