ທະນາຄານໂລກ ປະເມີນເສດຖະກິດລາວຈະຂະຫຍາຍຕົວປະມານ 3,6% ໃນປີນີ້

ທະນາຄານໂລກ ປະເມີນເສດຖະກິດອາຊີຕາເວັນອອກ ແລະ ປາຊີຟິກ ຫຼື EAP ໃນປີ 2020 ຈະຖົດຖອຍມາຢູ່ໃນລະດັບ 2,1% ໃນກໍລະນີຖານ ( ບໍ່ຮ້າຍແຮງ ) ແລະ ຕິດລົບ 0,5% ໃນກໍລະນີວິກິດໂຄວິດ – 19 ເຮັ່ງຮ້າຍ, ທຽບໃສ່ຕົວເລກປະເມີນໃນປີ 2019 ເຊິ່ງຄາດຄະເນການຂະຫຍາຍຕົວຢູ່ທີ່ 5,8%.

ພາບປະກອບ

ການລະບາດຂອງໂຄວິດ – 19 ຈະດຶງການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ໃນປີ 2020 ມາຢູ່ທີ່ລະດັບ 3,6% ໃນກໍລະນີບໍ່ເຮັ່ງຮ້າຍ ແລະ ອາດຂະຫຍາຍຕົວພຽງ 2,2% ໃນກໍລະນີເຮັ່ງຮ້າຍ, ແຕ່ກໍເຊື່ອວ່າໃນປີ 2021 ການຂະຫຍາຍຕົວຈະດີຂຶ້ນມາຢູ່ໃນລະດັບ 5,8%.

ທະນາຄານໂລກ ຍັງປະເມີນວ່າຂະແໜງບໍລິການຂອງ ສປປ ລາວ ຈະໄດ້ຮັບຜົນກະທົບໜັກ ໂດຍຈະຂະຫຍາຍຕົວໄດ້ພຽງ 2,9% ຈາກລະດັບ 6,7% ໃນປີ 2019, ແຕ່ພາກກະສິກໍາຈະຂະຫຍາຍຕົວດີຂຶ້ນ ຈາກປີຜ່ານມາຢູ່ໃນລະດັບ 2,9%.

ພາບປະກອບ

ບົດລາຍງານເສດຖະກິດຂອງທະນາຄານໂລກ ສໍາລັບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ສະບັບເດືອນເມສາ 2020 ພາຍໃຕ້ຫົວຂໍ້ ‘’ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ‘’ ມີຄໍາເຫັນວ່າ: ບັນດາປະເທດຕ່າງໆຕ້ອງດໍາເນີນການຢ່າງທັນທີທັນໃດ ເຊິ່ງລວມທັງການລົງທຶນສຸກເສີນຮີບດ່ວນເພື່ອສ້າງຄວາມສາມາດດ້ານການປິ່ນປົວ ແລະ ສ້າງມາດຕະການດ້ານນະໂຍບາຍການເງິນແບບມີເປົ້າໝາຍສະເພາະ ເພື່ອຫຼຸດຜ່ອນບາງຜົນກະທົບສະເພາະໜ້າ.

ຮຽບຮຽງຈາກ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,